

ພິທີປາຖະກະຖາມູນເຊື້ອ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ
ພິທີປາຖະກະຖາມູນເຊື້ອ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945 – 2 ກັນຍາ 2025) ໄດ້ຈັດຂຶ້ນໃນ ວັນທີ 2 ກັນຍາ 2025 ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ມີກົງສູນໃຫ່ຍ ສສ ຫວຽດນາມ ປະຈຳ ແຂວງຫຼວງພະບາງ, ຄະນະພັກ, ຄະນະນຳ ຈາກ ພະແນກການ, ສອງກອງບັນຊາການ ທະຫານ-ຕຳຫລວດ, ກອງປະຕິບັດງານພິເສດ ທະຫານເຂດ 2, ບໍລິສັດ ຮ່ວມມືສາກົນ 705, ອົງການຈັດຕັ້ງ, ໂຮງຮຽນ, ໂຮງໝໍ, ບໍລິສັດ, ລັດວິສາຫະກິດ, ທະນາຄານ, ສະຖາບັນການເງິນ ພ້ອມດ້ວຍສະມາຄົມຊາວຫວຽດນາມຢູ່ແຂວງອຸດົມໄຊ ເຂົ້າຮ່ວມ.
ໃນພິທີ ສະຫາຍ ບຸນຄົງ ຫຼ້າຈຽມພອນ ເລຂາຄະນະພັກແຂວງອຸດົມໄຊ ໄດ້ຍົກໃຫ້ເຫັນ ຄວາມໝາຍ ຂອງການປະຕິວັດ ເດືອນ ສິງຫາ 1945 ຢູ່ ຫວຽດນາມ. ໃນວັນທີ 13 ສິງຫາ 1945 ກອງປະຊຸມພັກທົ່ວປະເທດໄດ້ໄຂຂຶ້ນ ຢູ່ ເມືອງເຕີນຈາວ, ແຂວງຄວຽນກວາງ ແລະ ໄດ້ຕົກລົງ ສ້າງຕັ້ງຄະນະກຳມະການລຸກຮືຂຶ້ນທົ່ວປະເທດ, ວັນທີ 16 ສິງຫາ ກອງປະຊຸມໃຫຍ່ແຫ່ງຊາດ ໄດ້ມີການສ້າງຕັ້ງ ຄະນະກຳມະການປົດປ່ອຍຊາດ ຫວຽດນາມ ໂດຍມີ ໂຮ່ຈີມິນ ເປັນປະທານ, ນັບແຕ່ວັນທີ 14 ສິງຫາ 1945 ໃນຫຼາຍທ້ອງຖິ່ນໄດ້ກຽມພ້ອມລູກຂຶ້ນຍຶດອຳນາດ, ວັນທີ 19 ສິງຫາ 1945, ໄດ້ເກີດການລຸກຮືຂຶ້ນ ຢູ່ ຮ່າໂນ້ຍ, ວັນທີ 23 ສິງຫາ 1945 ຢູ່ ນະຄອນເຫວ້ ແລະ ວັນທີ 25 ສິງຫາ 1945 ຢູ່ ນະຄອນໄຊງ່ອນ, ພາຍໃນສອງອາທິດ ນັບແຕ່ວັນທີ 14 ຫາ ວັນທີ 28 ສິງຫາ 1945 ການລູກຄຮື້ຂື້ນທົ່ວປວງຊົນ ຂອງປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະຢ່າງເດັດຂາດ, ໂຄ່ນລົ້ມລະບອບອານານິຄົມ ແລະ ລະບອບສັກດີນາ. ວັນທີ 27 ສິງຫາ 1945, ຄະນະກໍາມະການປົດປ່ອຍຊາດ ໄດ້ຮັບການປະຕິຮູບປ່ຽນເປັນ ລັດຖະບານປະຕິວັດຊົ່ວຄາວ, ວັນທີ 29 ສິງຫາ 1945, ບັນຊີລາຍຊື່ ສະມາຊິກລັດຖະບານ ໄດ້ປະກາດລົງໃນໜັງພິມຮ່າໂນ້ຍຫຼາຍສະບັບ ລວມມີ 15 ທ່ານ ໂດຍມີ ປະທານ ໂຮ່ຈີມິນ ເປັນຜູ້ນໍາ. ວັນທີ 2 ກັນຍາ 1945 ຢູ່ ສະໜາມຫຼວງບາດິງ, ນະຄອນຫຼວງຮ່າໂນ້ຍ, ປະທານໂຮ່ຈີມິນ ໄດ້ອ່ານຖະແຫຼງການປະກາດ ເອກະລາດ, ສິດເສລີພາບ ແລະ ຄວາມສະເໝີພາບ ຂອງຊາວຫວຽດນາມ ຕໍ່ທົ່ວໂລກ ວ່າ: “ຫວຽດນາມມີສິດເສລີພາບ, ເອກະລາດ ແລະ ເປັນປະເທດເສລີພາບ, ເອກະລາດ, ປະຊາຊົນ ຊາດຫວຽດນາມທຸກຄົນ ໄດ້ອຸທິດຈິດໃຈ, ກຳລັງ, ຊີວິດ ແລະ ຊັບສິນທັງໝົດ ເພື່ອຄວາມເປັນເອກະລາດ ແລະ ສິດທິເສລີພາບຂອງຕົນ.” ປະເທດຫວຽດນາມ ໄດ້ກຳເນີດຂຶ້ນ ເປັນຂີດໝາຍຈຸດເລີ່ມຕົ້ນຂອງຍຸກສະໄໝຂອງປະເທດຊາດ ແມ່ນຍຸກແຫ່ງ ເອກະລາດ, ເສລີພາບ ແລະ ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ. ຜົນສໍາເລັດຂອງການປະຕິວັດ ເດືອນ ສິງຫາ 1945 ແມ່ນໝາກຜົນຂອງການສົມທົບກັນຂອງຫຼາຍປັດໃຈ, ໂດຍສະເພາະແມ່ນການສົມທົບກັນຢ່າງແໜ້ນແຟ້ນ ຂອງບັນດາກາລະໂອກາດທີ່ສະດວກທາງປະຫວັດສາດ ດ້ວຍການກຽມພ້ອມຢ່າງລະອຽດ, ເປັນລະບົບ ແລະ ການນໍາພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ໂດຍມີ ປະທານ ໂຮ່ຈີມິນ ເປັນຜູ້ນໍາ. ໄຊຊະນະດັ່ງກ່າວ ເກີດຈາກການນໍາພາທີ່ຖືກຕ້ອງ ແລະ ທັນການຂອງພັກ, ແນວທາງປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ທີ່ພັກໄດ້ກຳນົດແມ່ນສອດຄ່ອງກັບຄວາມມຸ່ງມາດປາຖະໜາຂອງປະຊາຊົນສ່ວນໃຫຍ່ ພັກໄດ້ສະແດງໃຫ້ເຫັນວິໄສທັດ ຍຸດທະສາດ ແລະ ຄວາມສາມາດ ໃນການຈັດຕັ້ງປະຕິບັດທີ່ດີເລີດ ໄດ້ຊີ້ນຳທົ່ວປວງຊົນລຸກຂຶ້ນໃນເວລາອັນເໝາະສົມ, ຍຶດເອົາອໍານາດໃນທົ່ວປະເທດກັບຄືນຢ່າງວ່ອງໄວ ດ້ວຍຈິດໃຈ ແຕ່ຕ້ອງເດັດດ່ຽວຍາດເອົາເອກະລາດ ຄືນມາໃຫ້ໄດ້ ແມ່ນຂີດໝາຍແຫ່ງການພັດທະນາບາດກ້າວອັນໃຫຍ່ຫຼວງຂອງການປະຕິວັດ ຫວຽດນາມ, ເລີ່ມຕົ້ນຍຸກສະໄໝໃໝ່ຂອງຊາດ: ຍຸກແຫ່ງ ເອກະລາດ ແລະ ເສລີພາບ; ຍຸກແຫ່ງ ຊົນຊັ້ນກຳມະກອນ ຜູ້ອອກແຮງງານ ເປັນຜູ້ມີສິດອຳນາດ, ປົກຄອງປະເທດ, ຕັດສິນຊາຕາກຳຂອງຊາດ; ຍຸກສະໄໝແຫ່ງ ເອກະລາດຂອງຊາດ ທີ່ຕິດພັນກັບ ລະບອບ ສັງຄົມນິຍົມ.