ພິທີປະກາດການແຕ່ງຕັ້ງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ

 

ພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 15 ກໍລະກົດ 2024 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ; ເຂົ້າຮ່ວມພິທີມີ ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນແຂກເຊີນທີ່ມາຈາກຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ຫ້ອງວ່າການແຂວງ, ພະແນກພາຍໃນແຂວງ ແລະ ພະນັກງານຫຼັກແຫຼ່ງພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີໄດ້ຜ່ານມະຕິຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ579/ຄປພຂ, ລົງວັນທີ 1 ກໍລະກົດ 2024 ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ ອາດີດເລຂາພັກເມືອງ, ເຈົ້າເມືອງເມືອງງາ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່.

ໂອກາດດັ່ງກ່າວ ທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະນຳຄະນະໂຄສະນາອົບຮົມແຂວງທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳສະມາຊິກພັກ, ພະນັກງານ-ລັດຖະກອນຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ຕາມການມອບໝາຍຂອງຂັ້ນເທິງມີຜົນສຳເລັດເປັນຢ່າງດີ, ພາຍໃນມີຄວາມສາມັກຄີເປັນເອກະພາບ ປະກອບສ່ວນເຮັດໃຫ້ວຽກງານການເມືອງ-ແນວຄິດຫັນປ່ຽນສູ່ຄຸນນະພາບໃໝ່ຢ່າງໜັກແໜ້ນ ແລະ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມນັ້ນ ໃນຕໍ່ໜ້າຮຽກຮ້ອງໃຫ້ຄະນະພັກ-ຄະນະນຳຄະນະໂຄສະນາອົບຮົມແຂວງ ໂດຍສະເພາະແມ່ນສະຫາຍຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່ ສືບຕໍ່ເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ຄວາມຜິດຮັບຊອບຂອງຕົນໃຫ້ມີຜົນສຳເລັດໃໝ່ຍິ່ງໃຫຍ່ກວ່າເກົ່າ ພ້ອມກັນພັດທະນາຄະນະໂຄສະນາອົບຮົມແຂວງໃຫ້ກາຍເປັນເສນາທິການທີ່ດີໃຫ້ແກ່ຄະນະພັກ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ຂະແໜງການອື່ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa