ພິທີບໍາລຸງທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ແຂວງອຸດົມໄຊຊຸດທີ IV ເມືອງໄຊ

ພິທີບໍາລຸງທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ແຂວງອຸດົມໄຊຊຸດທີ IV ເມືອງໄຊ

ພິທີບໍາລຸງທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ແຂວງອຸດົມໄຊ ຊຸດທີ IV ເມືອງໄຊ ໄດ້ປິດລົງໃນຕອນບ່າຍຂອງວັນທີ 5 ກັນຍາ 2024 ທີ່ສະໂມສອນເມືອງໄຊ ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມມີ ສະຫາຍ ປ.ອ ນາງ ວຽງມະລີ ສຸລິໄຊ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີສະຫາຍ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະຮັບຜິດຊອບແຂວງ-ເມືອງ ແລະ ພະນັກງານ-ລັດຖະກອນ ທີ່ມາຈາກຫ້ອງການອ້ອມຂ້າງເມືອງໄຊ ເຂົ້າຮ່ວມທັງໝົດ 72 ສະຫາຍ, ຍິງ 32 ສະຫາຍ.

ໃນພິທີຄະນະຮັບຜິດຊອບ ໄດ້ລາຍງານຜົນສຳເລັດໃນການຈັດອົບຮົມໃນຄັ້ງນີ້ຕໍ່ປະທານກອງປະຊຸມ ແລະ ແຂກເຂົ້າຮ່ວມ ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມ, ການກະກຽມ ແລະ ດຳເນີນຊຸດອົບຮົມແມ່ນມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້, ການອົບຮົມໃຊ້ເວລາ 5 ວັນເຕັມ, ຊຸດອົບຮົມຄັ້ງນີ້ແມ່ນໄດ້ດໍາເນີນເປັນເວລາ 7 ວັນ ເຊິ່ງເລີ່ມແຕ (ວັນທີ 28 ສິງຫາ-ວັນທີ 5 ກັນຍາ 2024), ເນື້ອໃນເອກະສານທີ່ນຳມາອົບຮົມແມ່ນອີງຕາມໂຄງການອົບຮົມຂອງຄະນະໂຄສະນາອົບຮົມສູນກາງພັກ ປະກອບມີ 14 ບົດ, ວິທະຍາກອນມີ 10 ສະຫາຍມາຈາກ 3 ພາກສ່ວນ (ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ, ພະແນກການຕ່າງປະເທດ, ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄຊ); ສຳມະນາກອນແມ່ນສະມາຊິກພັກ, ພະນັກງານ-ລັດຖະກອນທີ່ມາຈາກຫ້ອງການອ້ອມຂ້າງເມືອງໄຊ ລວມ 65 ສະຫາຍ, ຍິງ 27 ສະຫາຍ; ການອົບຮົມແມ່ນໃຊ້ຮູບແບບການບັນຍາຍເອກະສານ, ຍົກພຶດຕິກຳຕົວຈິງມາສົມທຽບ ແລະ ມີການສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນດ້ວຍບັນຍາກາດຟົດຟື້ນດີ ເຮັດໃຫ້ສໍາມະນາກອນມີຄວາມຮັບຮູ້-ເຂົ້າໃຈ, ກໍາແໜ້ນບົດຮຽນໄດ້ດີພໍສົມຄວນ ສະແດງອອກຜົນການປະເມີນຄວາມຮັບຮູ້ເຂົ້າໃຈໃນລະດັບດີຫຼາຍ ກວມເຖິງ 68%.

ໂອກາດດັ່ງກ່າວປະທານກອງປະຊຸມ ຍັງໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນສຳເລັດທີ່ຍາດມາໄດ້, ພ້ອມທັງຮຽກຮ້ອງມາຍັງຄະນະຮັບຜິດຊອບໃຫ້ສືບຕໍ່ເສີມຂະຫຍາຍດ້ານດີ, ປັບປຸງດ້ານອ່ອນຂໍ້ຄົງຄ້າງເພື່ອເຮັດໃຫ້ຊຸດອົບຮົມໃນຄັ້ງຕໍ່ໄປໄດ້ຮັບການປັບປຸງຍົກສູງຄຸນນະພາບສູງຂຶ້ນກວ່າເກົ່າ ແລະ ຮຽກຮ້ອງມາຍັງສຳມະນາກອນ ໃຫ້ນໍາເອົາບັນດາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານໃຫ້ປະກົດຜົນເປັນຈິງ ເພື່ອຝຶກຝົນຕົນເອງໃຫ້ກາຍເປັນແບບຢ່າງແກ່ມະຫາຊົນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa