ພະນັກງານວິຊາການ 5 ຂະແໜງການ ພາຍໃນ ຄະນະໂຄສະນາອົບຮົມແຂວງ ຝຶກອົບຮົມການນໍາໃຊ້ເຕັກໂນໂລຊີ ດີຈີຕອນ ແລະ ICT ເຂົ້າໃນການບໍລິຫານວຽກງານ

ໃນລະຫວ່າງ ວັນທີ 29-30 ມັງກອນ ນີ້ ທີ່ ຫ້ອງປະຊຸມຄະນະໂຄສະນາອົບຮົມ, ພະນັກງານ-ວິຊາການ ຈາກ 5 ຂະແໜງການ ພາຍໃນ ຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ໄດ້ຝຶກອົບຮົມ ການນໍາໃຊ້ເຕັກໂນໂລຊີ ດີຈີຕອນ ແລະ ICT ເຂົ້າໃນການບໍລິຫານວຽກງານຂອງແຕ່ລະຂະແໜງການ ເຊິ່ງມີວິທະຍາກອນ ຈາກ 2 ຂະແໜງ ຄື: ຂະແໜງສັງລວມ-ຂໍ້ມູນຂ່າວສານ ແລະ ຂະແໜງສື່ມວນຊົນ ແລະ ວິທະຍາກອນຮັບເຊີນ ຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານ, ມີສຳມະນາກອນ ຈາກ 5 ຂະແໜງ ຄື: ຂະແໜງບໍລິຫານ, ຂະແໜງໂຄສະນາ, ຂະແໜງອົບຮົມ, ຂະແໜງສັງລວມ-ຂໍ້ມູນຂ່າວສານ ແລະ ຂະແໜງສື່ມວນຊົນ ເຂົ້າຮ່ວມ.
ເອະສານທີ່ນຳເອົາມາຝຶກອົບຮົມ ປະກອບມີ: ການນຳໃຊ້ ຈີ້-ແຊັດ (G-chat), ຈີ້-ແຊຣ (G-share)/ ຈີ້-ດຣ້າຍ (G-drives), ວິທີການບຳລຸງຮັກສາ PC ຄອມພີວເຕີ, ການປ່ຽນຟາຍສຽງ ເປັນ ຟາຍເອກະສານ, ການນຳໃຊ້ AI ປັນຍາປະດິດ ແລະ ເຕັກນິກການຖ່າຍວິດີໂອ ແລະ ພາບນິ້ງ. ຝຶກອົບຮົມໄດ້ແບ່ງອອກເປັນສອງພາກ ຄື: ພາກທິດສະດີ: ການຖ່າຍທອດຄວາມຮູ້ ໂດຍຜ່ານການບັນລະຍາຍເອກະສານທາງວິຊາການ ແລະ ພາກປະຕິບັດຕົວຈິງ: ການຕິດຕັ້ງ, ການນຳໃຊ້ໂປຣແກຣມ, ສາທິດ-ທົດລອງການຖ່າຍຮູບ ແລະ ຖ່າຍວີດີໂອ ໄປພ້ອມໆກັນ. ພ້ອມທັງມີການແລກປ່ຽນຄວາມຮູ້, ປະສົບການ, ສົນທະນາ, ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ. ພາຍຫລັງສຳເລັດຊຸດຝຶກອົບຮົມ ສຳມະນາກອນ ຈະໄດ້ນຳເອົາບົດຮຽນທີ່ໄດ້ຮຽນມາ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະໃຫ້ມີຄວາມຖືກຕ້ອງ, ຄ່ອງແຄ້ວ ແລະ ວ່ອງໄວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa