ຄະນະໂຄສະນາອົບຮົມ 3 ແຂວງ ສປປ ລາວ ພົບປະແລກປ່ຽນກັບ ຄະນະໂຄສະນາສຶກສາ ແລະຂົນຂວາຍ ຄະນະພັກແຂວງດຽນບຽນ ສສ ຫວຽດນາມ.

 
ວັນທີ 17 ທັນວາ 2025 ທີ່ຫ້ອງປະຊຸມ ສະໂມສອນຮວາບານ (ດອກບານ) ເຂດດຽນບຽນຟູ ແຂວງ ດຽນບຽນ ສສຫວຽດນາມ ຄະນະໂຄສະນາອົບຮົມ 3 ແຂວງຄື: ແຂວງ ອຸດົມໄຊ, ຜົ້ງສາລີ ແລະ ຫຼວງພະບາງ ສປປ ລາວ ໄດ້ພົບປະແລກປ່ຽນກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະພັກແຂວງດຽນບຽນ ສສ ຫວຽດນາມ, ເຂົ້າຮ່ວມຄະນະຜູ້ແທນຝ່າຍລາວ ມີສະຫາຍ ນ. ມະນີຈັນ ວິໄລຈິດ ກຳມະການປະຈຳພກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ອຸດົມໄຊ, ສະຫາຍ ນ. ພອນສະຫວັນ ສັກຕິຄຸນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ, ສະຫາຍ ສົມຈິດ ສິງລໍຄຳ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍຜູ້ແທນຄະນະໂຄສະນາອົບຮົມ 3 ແຂວງຂອງ ສປປລາວເຂົ້າຮ່ວມ, ຝ່າຍຫວຽດນາມ ມີສະຫາຍ ວື ອາບັງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ຄະນະພັກແຂວງດຽນບຽນ ມີຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນຄະນະພັກແຂວງ, ມີຕາງໜ້າພະແນກການອ້ອມຂ້າງແຂວງ, ຂະແໜງ ການຂອງຄະນະໂຄສະນາສຶກສາ ແລະຂົນຂວາຍ ຄະນະພັກແຂວງດຽນບຽນເຂົ້າຮ່ວມ.

ກອງປະຊຸມພົບປະແລກປ່ຽນວຽກງານໂຄສະນາອົບຮົມຄັ້ງນີ້ ຕາງໜ້າຄະນະຜູ້ແທນຄະນະໂຄສະນາອົບຮົມຮົມ 3 ແຂວງຂອງ ສປປລາວ ແລະ ຄະນະໂຄສະນາສຶກສາ ແລະຂົນຂວາຍ ຄະນະພັກແຂວງດຽນບຽນ ໄດ້ຜັດປ່ຽນກັນມີຄຳເຫັນ ແລະ ລາຍງານສະພາບການພັດທະນາເສດຖະກິດ, ວັດທະນະທຳ,ສັງຄົມຂອງແຕ່ລະແຂວງ ພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໂດຍສະເພາະໂຄງປະກອບການຈັດຕັ້ງ ແລະບາງບົດຮຽນການເຄື່ອນໄຫວວຽກງານຈຳນວນໜຶ່ງໃຫ້ກັນແລະກັນຮັບຊາບ ແລະພ້ອມກັນປະກອບຄຳຄິດຄຳເຫັນ ສັງເກດຕີລາຄາການປະຕິບັດເນື້ອໃນບົດບັນທຶກຊ່ວຍຈຳລະຫວ່າງຄະນະໂຄສະນາສຶກສາ ແລະຂົນຂວາຍ ຄະນະພັກແຂວງດຽນບຽນກັບຄະນະໂຄສະນາອົບຮົມ 3 ແຂວງຂອງ ສປປ ລາວທີ່ໄດ້ເຊັນກັນໃນເດືອນ ມິຖຸນາ 2019 ຜ່ານມາ.
ໃນໂອກາດນີ້ສະຫາຍ ນ. ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ຫົວໜ້າຄະນະຜູ້ແທນແຂວງ ອຸດົມໄຊ ໄດ້ລາຍງານສະພາບ ແລະຈຸດພິເສດຂອງແຂວງ ອຸດົມໄຊ ໂດຍຫຍໍ້ ໂດຍໄດ້ຍົກໃຫ້ເຫັນໝາກຜົນການນຳພາຊີ້ນຳຂອງຄະນະບໍລິຫານງານພັກແຂວງ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນທົ່ວແຂວງເປັນຕົ້ນໃນວຽກງານບໍລິຫານ, ວຽກງານອົບຮົມ, ວຽກງານໂຄສະນາ, ວຽກງານສັງລວມແລະຂໍ້ມູນຂ່າວສານ ແລະ ວຽກງານສື່ມວນຊົນ ພ້ອມທັງຍົກໃຫ້ເຫັນບົດຮຽນການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມຂອງແຂວງອຸດົມໄຊ ຈຳນວນໜຶ່ງ ແລະ ສະເໜີການຊ່ວຍເຫຼືອ ການຝຶກອົບຮົມວິຊາການ, ວັດຖຸອຸປະກອນຮັບໃຊ້ວຽກງານສື່ມວນຊົນ, ວຽກງານໂຄສະນາເຄື່ອນທີ່ ແລະ ອຸປະກອນຮັບໃຊ້ກອງປະຊຸມທາງໄກ ແລະ ໃຫ້ມີການພົບປະແລກປ່ຽນບົດຮຽນຮ່ວມກັນໃຫ້ເປັນປົກະຕິຕໍ່ເນື່ອງ.
ບົນພື້ນຖານຄວາມສາມັກຄີ, ມິດຕະພາບ, ຄວາມເຊື່ອໝັ້ນ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ກອງປະຊຸມໄດ້ພ້ອມກັນສົນທະນາ ແລະ ເປັນເອກະພາບຕໍ່ເນື້ອໃນບົດບັນທຶກຊ່ວຍຈຳ ແລະ ພ້ອມກັນເຊັນບົດບັນທຶກຊ່ວຍຈຳຮ່ວມກັນ ໂດຍຈະໄດ້ສຸມໃສ່ການໂຄສະນາສຶກສາມູນເຊື້ອການປະຕິວັດ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງສອງພັກ, ສອງລັດ; ເພີ່ມທະວີການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ, ປະສົບການໃນວຽກງານໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ, ວຽກງານໂຄສະນາອົບຮົມ. ສອງຝ່າຍໄດ້ເປັນເອກະພາບຈັດຕັ້ງການພົບປະແລກປ່ຽນບົດຮຽນລະຫວ່າງ 2 ຝ່າຍ 2 ປີຕໍ່ຄັ້ງໂດຍຜັດປ່ຽນກັນເປັນເຈົ້າພາບ, ພ້ອມກັນປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຢ່າງຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ ແລະ ພ້ອມກັນນຳເອົາບັນດາເນື້ອໃນທີ່ໄດ້ເປັນເອກະພາບໃນກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ປະກົດຜົນເປັນຈິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa