ຄະນະໂຄສະນາອົບຮົມ ແລະ ສື່ມວນຊົນ ບັນດາແຂວງພາກເໜືອ ຮ່ວມ ງານລ້ຽງຕ້ອນຮັບປີໃໝ່ 2026 ແລະ ສະເຫຼີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ຢູ່ ກົງສູນໃຫຍ່ ສປ ຈີນ ປະຈຳ ແຂວງຫຼວງພະບາງ

ຕອນຕ່ຳຂອງວັນທີ 6 ກຸມພາ ນີ້, ຄະນະໂຄສະນາອົບຮົມ ແລະ ສື່ມວນຊົນ ບັນດາແຂວງພາກເໜືອ ເຂົ້າຮ່ວມ ງານລ້ຽງຕ້ອນຮັບປີໃໝ່ (ກຸດຈີນ) 2026 ເພື່ອສະເຫຼີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ທີ່ ສະຖານກົງສູນໃຫຍ່ ສປ ຈີນ ປະຈຳ ແຂວງຫຼວງພະບາງ. ແຂວງອຸດົມໄຊ ນຳພາຄະນະໂດຍ ທ່ານ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ແລະ ນັກສື່ມວນຊົນຂອງແຂວງ ເຂົ້າຮ່ວມ.
ພາຍໃນງານ ທ່ານ ຈາງເສີຜິງ Zhang Sheping ຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈຳ ແຂວງຫຼວງພະບາງ ໄດ້ຍົກໃຫ້ເຫັນ ປີ 2026 ແມ່ນປີໜຶ່ງທີ່ມີຄວາມໝາຍສໍາຄັນ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຈະໄດ້ພ້ອມກັນ ສະເຫຼີມສະຫຼອງ ວັນສ້າງຕັ້ງ ສາຍພົວພັນທາງການທູດຮ່ວມກັນ ຄົບຮອບ 65 ປີ (25 ເມສາ 1961-25 ເມສາ 2026) ໂດຍຍຶດໝັ້ນອຸດົມການດຽວກັນ, ຜູ້ນໍາຂອງ ສອງພັກ-ສອງລັດ ລາວ-ຈີນ ໄດ້ສຸມທຸກຄວາມພະຍາຍາມ ເພື່ອຊຸກຍູ້ ສົ່ງເສີມ ການຮ່ວມມືສອງຝ່າຍໃຫ້ນັບມື້ດີຂຶ້ນ ໂດຍກໍານົດການຮ່ວມມື ຕາມທິດ “ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ” ຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ຈົນເຖິງການເປັນ “ຄູ່ຮ່ວມຊະຕາກໍາ ລາວ-ຈີນ”. ວັນສ້າຕັ້ງ ສາຍພົວພັນການທູດ ລາວ-ຈີນ ທີ່ເຄີຍມີມາແຕ່ດົນນານ ເປັນການປະກອບສ່ວນໃນການເສີມຂະຫຍາຍການພົວພັນຮ່ວມມື ລາວ-ຈີນ ຈີນ-ລາວ ອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ ແລະ ຈີນ ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນໂຫຍດຕົວຈິງ ມາສູ່ ປະຊາຊົນ ສອງຊາດ ເວົ້າລວມ, ເວົ້າສະເພາະແມ່ນ ວຽກງານ ໂຄສະນາ-ສື່ມວນຊົນ ໄດ້ມີການ ແລກປ່ຽນ ຖອດຖອນບົດຮຽນ, ໂຄສະນາ, ເຜີຍແຜ່ ວັດທະນະທຳ, ການພົວພັນຮ່ວມມື ໃຫ້ເຂົ້າເຖິງ ປະຊາຊົນ ເລິກເຊິ່ງ ກວ້າງຂວາງ.
ໂອກາດ ຄະນະໂຄສະນາອົບຮົມ ແລະ ສື່ມວນຊົນ ບັນດາແຂວງພາກເໜືອ ເຂົ້າຮ່ວມງານ ທ່ານຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈຳ ແຂວງຫຼວງພະບາງ ໄດ້ຮຽນເຊີນຄະນະນຳບັນດາແຂວງ ຂຶ້ນມີຄຳຄິດເຫັນ ແລກປ່ຽນບົດຮຽນ ໃນຫົວຂໍ້ ‘‘ເພີ່ມທະວີການຮ່ວມມື ແລກປ່ຽນບົດຮຽນ, ການໂຄສະນາ, ປະຊາສຳພັນ ແລະ ການລາຍງານຂ່າວ ລະຫວ່າງ ຂອບເຂດວຽກງານກົງສູນ ແລະ ການພົວພັນຮ່ວມມື ລາວ-ຈີນ’’. ເຊິ່ງຕາງໜ້າຄະນະໂຄສະນາອົບຮົມ ແລະ ສື່ມວນຊົນ ແຂວງອຸດົມໄຊ ຂຶ້ນມີຄຳເຫັນ ພ້ອມກ່າວອວຍພອນປີໃໝ່ (ກຸດຈີນ) ປະຈຳປີ 2026 ໂດຍ ທ່ານ ນາງ ມະນີຈັນ ວິໄລຈິດ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໂອກາດນີ້ ທ່ານໄດ້ມອບ ກະຕ່າຂອງຂວັນ ອວຍພອນປີໃໝ່ (ກຸດຈີນ) 2026 ເພື່ອສະເຫຼີມສະຫລອງ ວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແກ່ ກົງສູນໃຫຍ່ ສປ ຈີນ ປະຈຳ ແຂວງຫຼວງພະບາງ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa