ຄະນະໂຄສະນາອົບຮົມແຂວງ ເປີດອົບຮົມການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ເມືອງ ຢູ່ 3 ເມືອງໃຕ້ ວັນທີ 8-9 ກໍລະກົດ 2025
ຊຸດອົບຮົມການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ເມືອງ ຢູ່ 3 ເມືອງໃຕ້ຄື: ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ ໄດ້ໄຂຂຶ້ນໃນວັນທີ 8 ກໍລະກົດ 2025 ໂດຍການເປັນປະທານຂອງທ່ານ ຫົງທອງ ບົວລີໄຊ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານເມືອງຮຸນ, ມີທ່ານ ລີຈາວ ໄຊເຍ່ຍຊ່າງ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິທະຍາກອນຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ, ຄະນະຮັບຜິດຊອບແຂວງ-ເມືອງ ແລະ ມີຄູ-ອາຈານ ສອນວິຊາສັງຄົມ-ການເມືອງ ມາຈາກໂຮງຮຽນມັດທະຍົມສົມບູນ 3 ເມືອງ ຮ່ວມຢ່າງພ້ອມພຽງ.
ເອກະສານທີ່ນໍາມາຝຶກອົບຮົບໃນຄັ້ງນີ້ມີຄື: 1. ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, 2. ເສີມຂະຫຍາຍມູນເຊື້ອຂອງຊາດລາວ, 3. ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, 4. ແນວທາງນະໂຍບາຍການສຶກສາຂອງພັກ-ລັດເຮົາ, 5.ພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທຳ-ສັງຄົມ ແລະ ສິ່ງແວດລ້ອມ ແລະ 6. ຈັນຍາບັນຂອງຄູ. ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກ່ຽວກັບການພັດທະນາຊັບພະຍາກອນມະນຸດ ກໍຄື ປັບປຸງເອກະສານອົບຮົມການເມືອງ-ແນວຄິດໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ໃຫ້ສອດຄ່ອງກັບເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ ໃນການຈັດຕັ້ງອົບຮົມ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ໂຮງຮຽນມັດທະຍົມ ໃຫ້ມີຄວາມຮັບຮູ້, ເຂົ້າໃຈຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ການເສີມຂະຫຍາຍມູນເຊື້ອຂອງຊາດ, ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນຕາມຈຸດໝາຍສັງຄົມນິຍົມ; ເຂົ້າໃຈກ່ຽວກັບແນວທາງການສຶກສາ, ແນວທາງພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທໍາ-ສັງຄົມ ແລະ ເຂົ້າໃຈກ່ຽວກັບຈັນຍາບັນຂອງຄູ ແລະ ພື້ນຖານຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ແນ່ໃສ່ປັບປຸງທັດສະນະຫຼັກໝັ້ນຂອງຄູ-ອາຈານ ໃຫ້ມີຄວາມໜັກແໜ້ນ ສາມາດປະຕິບັດໜ້າທີ່ໃນການສິດ ສອນໃຫ້ໄດ້ຮັບຜົນດີກວ່າເກົ່າ. ໃນຊຸດອົບຮົມວິທະຍາກອນ ໄດ້ມີການອະທິບາຍ-ຊີ້ແຈງ ສົມທຽບໃສ່ພຶດຕິກໍາຕົວຈິງ ແລະ ສົນທະນາແລກປ່ຽນບົດຮຽນ, ແກ້ຂໍ້ຂ້ອງໃຈ ລະຫວ່າງວິທະຍາກອນ ກັບຄູ-ອາຈານ ເຮັດໃຫ້ແຕ່ລະສະຫາຍມີຄວາມຮັບຮູ້-ເຂົ້າໃຈ, ກໍາແໜ້ນບົດຮຽນໄດ້ດີ ກວມເຖິງ 90% ຂຶ້ນໄປ ແລະ ບັ້ນຝຶກອົບຮົມການເມືອງ-ແນວຄິດ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ໄດ້ດໍາເນີນເປັນເວລາ 2 ວັນຈຶ່ງສໍາເລັດລົງ.