ຄະນະໂຄສະນາອົບຮົມແຂວງ ເຜີຍແຜ່ ເຊື່ອມຊຶມເອກະສານວຽກງານກວດກາ ແລະ ເອກະສານສໍາຄັນຈໍານວນໜຶ່ງ
ໃນວັນທີ 5 ມິຖຸນາ 2025 ຄະນະໂຄສະນາອົບຮົມແຂວງ ຈັດພິທີເຜີຍແຜ່ ເຊື່ອມຊຶມ ເອກະສານວຽກງານກວດກາ ແລະ ເອກະສານສໍາຄັນຈໍານວນໜຶ່ງ ໂດຍການເປັນປະທານ ຂອງທ່ານ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ເອກະສານທີ່ນໍາມາຈັດຕັ້ງເຜີຍແຜ່ ເຊື່ອມຊຶມມີຄື: ລາຍງານຜົນສໍາເລັດການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ ແລະ ການກວດກາສໍ້ລາດບັງຫຼວງ, ຄວາມຮູ້ພື້ນຖານກ່ຽວກັບການສືບສວນ-ສອບສວນການສໍ້ລາດບັງຫຼວງ, ແຈ້ງການຂອງອົງການກວດກາລັດຖະບານ ວ່າດ້ວຍການປະຕິບັດດຳລັດ 159/ອກລ, ດຳລັດວ່າດ້ວຍການການແຈ້ງຊັບສິນ ເລກທີ 159 /ລບ, ບົດແນະນຳການຈັດຕັ້ງດຳລັດວ່າດ້ວຍການແຈ້ງຊັບສິນ ເລກທີ 46 /ອກລ, ຄຳແນະນຳຂອງອົງການກວດກາລັດຖະບານ ວ່າດ້ວຍການແຈ້ງຊັບສິນ ເລກທີ 15/ອກລ ແລະ ເອກະສານເພີ່ມເຕີມ ກ່ຽວກັບວິທີການຈັດຕັ້ງປະຕິບັດນະໂຍບາຍ ມາດຕາ 10 ການຄິດໄລ່ເງິນນະໂຍບາຍ ໃຫ້ຜູ້ມີຜົນງານ ແລະ ມາດຕາ 11 ການນໍາໃຊ້ເງິນບູລະນະກົງຈັກກການຈັດຕັ້ງ ສະບັບເລກທີ 349/ລບ, ລົງວັນທີ 13 ພະຈິກ 2023.
ໂອກາດດັ່ງກ່າວ ທ່ານ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນໂອ້ລົມ ແລະ ຮຽກຮ້ອງມາຍັງພະນັກງານຫຼັກແຫຼ່ງ ພາຍໃນຄະນະໂຄສະນາອົບຮົມແຂວງ ໃຫ້ນໍາເອົາບັນດານິຕິກໍາ, ຂໍ້ກໍານົດ ແລະ ລະບຽບກົດໝາຍ ໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດທີ່ໜ້າຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ ພ້ອມທັງສື່ບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ປັບປຸງແບບແຜນວິທີເຮັດວຽກຂອງຕົນ.