ຄະນະໂຄສະນາອົບຮົມແຂວງ ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິ 04 ຂອງກົມການເມືອງສູນກາງພັກ, ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝ XI ແລະ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 10 ສະໄໝ IX.

ພິທີຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝ XI ແລະ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 10 ສະໄໝ IX. ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 14 ສິງຫາ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ຢ່າງເປັນທາງການ.  ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມພິທີມີສະຫາຍ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ, ເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ,  ມີກໍາມະການຄະນະໜ່ວຍພັກຮາກຖານ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານບສະມາຊິກພາຍໃນ ຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັ່ງການເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 04 ຂອງກົມການສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົົນເອງໃນໄລຍະໃໝ່, ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝ XI ແລະ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 10 ສະໄໝ IX.

ຕອນທ້າຍປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງ ກໍາແໜ້ນບັນດາເນື້ອໃນມະຕິຕ່າງໆ ທີ່ນໍາມາເຊື່ອມຊຶມໃນຄັ້ງນີ້: ເປັນຕົ້ນແມ່ນການຍົກສູງສະຕິຊາດເປັນເຈົ້າຕົນເອງ, ເສີມຂະຫຍາຍສະຕິປັນຍາເຂົ້າໃນວຽກງານສຶກສາອົບຮົມການເມືອງ-ແນວຄິດຂອງພັກ-ລັດ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ມີຄຸນນະພາບ ແລະ ເຂົ້າສູ່ລວງເລິກ, ປັບປຸງຂອດການປະສານງານ, ການບໍລິຫານແຕ່ລະຂັ້ນໃຫ້ມີຄວາມໂລ່ງລຽນ ໂດຍນໍາໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝ, ໜັກແໜ້ນຄຸນທາດການເມືອງ, ດ້ານຄຸນສົມບັດສິນທໍາປະຕິວັດຂອງພະນັກງານ-ສະມາຊິກ ໃຫ້ມີຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງໂດຍຕົນເອງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa