ຄະນະໂຄສະນາອົບຮົມແຂວງ ອົບຮົມເອກະສານການເມືອງ-ແນວຄິດ ໃຫ້ສະມາຊິກພັກອ້ອມຂ້າງແຂວງ ຊຸດທີ IX ຢ່າງເປັນທາງການ

ເພື່ອປະຕິບັດຕາມມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ສະບັບເລກທີ 499/ຄປພຂ, ລົງວັນທີ 5 ມິຖຸນາ 2024 ວ່າດ້ວຍການອະນຸມັດ ໃຫ້ຄະນະໂຄສະນາອົບຮົມແຂວງ ເປີດຊຸດອົບຮົມເອກະສານການເມືອງ-ແນວຄິດ ໃຫ້ສະມາຊິກພັກສໍາຮອງ ຢູ່ອ້ອມຂ້າງແຂວງຊຸດທີ IX.  ດັ່ງນັ້ນໃນວັນທີ 6 ມິຖຸນາ 2024 ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດອົບຮົມເອກະສານການເມືອງ-ແນວຄິດໃຫ້ສະມາຊິກພັກ ອ້ອມຂ້າງແຂວງ ຊຸດທີ IX ຂຶ້ນຢ່າງເປັນທາງການຢູ່ທີຫ້ອງປະຊຸມຂອງພະແນກພາຍໃນແຂວງ  ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີ ຂອງສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຄະນະຮັບຜິດຊອບ ແລະ ສະມາຊິກພັກ ທີ່ມາຈາກ 5 ຄະນະພັກຮາກຖານ, 6 ໜ່ວຍພັກຮາກຖານເຂົ້າຮ່ວມທັງໝົດ 36 ສະຫາຍ, ຍິງ 18 ສະຫາຍ. ເອກະສານທີ່ນໍາມາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ໃນຄັ້ງນີ້ປະກອບມີ 4 ບົດຄື: 1. ເສີມຂະຫຍາຍມູນເຊື້ອຂອງພັກ, 2. ຍົກສູງຄວາມສາມາດໃນການນໍາພາຂອງພັກ, 3. ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ແລະ  4. ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ.

ໂອກາດດັ່ງກ່າວ ສະຫາຍ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ຍັງໄດ້ມີຄໍາເຫັນໂອ້ລົມ ຕໍ່ຊຸດອົບຮົມການເມືອງ-ແນວຄິດ ໃນຄັ້ງນີ້ທ່ານໄດ້ຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບທີ່ກະກຽມບັນດາເນື້ອໃນເອກະສານແຕ່ລະບົດ ແລະ ໄດ້ຮຽກຮ້ອງມາຍັງສະມາຊິກພັກ ໃຫ້ຍົກສູງດ້ານການເມືອງ-ແນວຄິດ, ການເສີມຂະຫຍາຍມູນເຊື້ອອົງອາດສະຫງ່າຂອງພັກປະຊາຊົນປະຕິວັດລາວ, ເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກໃໝ່, ເຂົ້າໃຈໜັກແໜ້ນຕໍ່ກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງເລິກເຊິ່ງ, ເປັນຕົ້ນແມ່ນບັນດາແນວທາງນະໂຍບາຍຂອງພັກ, ກຳແໜ້ນບັນດານິຕິກຳຕ່າງໆ ໂດຍສະເພາະ ແມ່ນຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ. ພ້ອມທັງຮຽກຮ້ອງມາຍັງສະມາຊິກພັກໃໝ່ ມີຄວາມເອກອ້າງທະນົງໃຈ ແລະ ອອກແຮງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນແຕ່ລະຂົງເຂດ ເພື່ອເປັນກໍາລັງແຮງໃຫ້ແກ່ພັກ, ປະກອບສ່ວນໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ແກ່ໜ່ວຍພັກ ແລະ ສືບຕໍ່ເຮັດໜ້າທີ່ການເມືອງເປັນຢ່າງດີ.

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa