ຄະນະໂຄສະນາອົບຮົມແຂວງ ສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງ ລົງເຄື່ອນໄຫວຕິດຕາມການຮຽນ-ການສອນ ວິຊາສຶກສາພົນລະເມືອງ ຢູ່ໂຮງຮຽນ ມ ສ ເມືອງໄຊ

ວັນທີ 27 ພະຈິກ 2025 ຜ່ານມາ ຄະນະໂຄສະນາອົບຮົມແຂວງ ສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງ ລົງເຄື່ອນໄຫວຕິດຕາມການຮຽນ-ການສອນ ວິຊາສຶກສາພົນລະເມືອງ ຢູ່ໂຮງຮຽນ ມ ສ ເມືອງໄຊ ນໍາພາໂດຍ ທ່ານ ລໍ ຂຸນລໍ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທິມງານ, ເຂົ້າຮ່ວມມີຄະນະອໍານວຍການໂຮງຮຽນ ພ້ອມດ້ວຍຄູອາຈານສອນວິຊາສຶກສາພົນລະເມືອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ປະຕິບັດຕາມ ມະຕິຕົກລົງ ຂອງຄະນະບໍລິຫານງານພັກແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 1498/ຄບພຂ, ລົງວັນທີ 15 ທັນວາ 2022; ເພື່ອເປັນການຕິດຕາມ, ຊຸກຍູ້ ແລະ ຖອດຖອນບົດຮຽນໃນການຮຽນ-ການສອນ ວິຊາສຶກສາພົນລະເມືອງ ຢູ່ຊັ້ນມັດທະຍົມຕອນປາຍ ທາງດ້ານເນື້ອໃນ, ຮູບການ ໃນການນໍາເອົາແນວທາງຂອງພັກແຕ່ລະໄລຍະ ນໍາໃຊ້ເຂົ້າໃນການສິດສອນ, ການສຶກສາອົບຮົມການເມືອງ-ແນວຄິດໃຫ້ນັກຮຽນ ເພື່ອເຮັດໃຫ້ແນວທາງຂອງພັກໃນແຕ່ລະໄລຍະ ໄດ້ຜັນຂະຫຍາຍເຂົ້າສູ່ລະບົບການຮຽນ-ການສອນ ໄດ້ຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ເຮັດໃຫ້ການຮຽນ-ການສອນ ວິຊາສຶກສາພົນລະເມືອງ ມີຄຸນນະພາບສູງຂຶ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa