

ໃນວັນທີ 8 ມັງກອນ 2026 ຄະນະໂຄສະນາອົບຮົມແຂວງ ລົງຊຸກຍູ້ວຽກງານວິຊາສະເພາະຮອບດ້ານຢູ່ເມືອງແບງ ແຂວງອຸດົມໄຊ ນໍາພາໂດຍ ທ່ານ ລໍ ຂຸນລໍ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ໄດ້ລາຍງານຈຸດປະສົ່ງໃນການເຄື່ອນໄຫວຊຸກຍູ້ວຽກງານວິຊາສະເພາະຮອບດ້ານ ໃຫ້ທ່ານ ສຸກສະຫວັນ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກເມືອງແບງ ຮັບຊາບ ແລະ ທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະໂຄສະນາອົບຮົມແຂວງ ທີ່ໄດ້ເອົາໃຈໃສ່ໃນການລົງມາຊຸກຍູ້ວຽກງານຮອບດ້ານ ຢູ່ຄະນະໂຄສະນາອົບຮົມເມືອງແບງ.
ຈາກນັ້ນ, ທິມງານ ຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ເຮັດວຽກຮ່ວມນໍາຄະນະໂຄສະນາອົບຮົມເມືອງ ໂດຍເປັນກຽດຕ້ອນຮັບຂອງ ທ່ານ ນາງ ມະນີວັນ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີຮອງຫົວໜ້າ, ຫົວໜ້າໜ່ວຍງານ ແລະ ພະນັກງານຫຼັກແຫ່ຼງ ພາຍໃນຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມ. ໃນພິທີໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານຮອບດ້ານໂດຍສະເພາະແມ່ນວຽກງານບໍລິຫານ, ວຽກງານອົບຮົມ ແລະ ວຽກງານໂຄສະນາ ເຊິ່ງໄລຍະຜ່ານມາ ຄະນະໂຄສະນາອົບຮົມແບງ ໄດ້ເອົາໃຈໃສ່ໃນການເປັນເສນາທິການ ໃຫ້ແກ່ຄະນະບໍລິຫານງານພັກເມືອງ, ເປັນເຈົ້າການເຄື່ອນໄຫວວຽກງານການເມືອງ-ແນວຄິດ, ໂຄສະນາສະນາ-ປາຖະກະຖາ ບັນດາມູນເຊື້ອຂອງຊາດ, ຂອງພັກ, ຜັນຂະຫຍາຍເຊື່ອມຊຶມເອກະສານ, ມະຕິ, ຄໍາສັ່ງຂອງສູນກາງ, ຂອງແຂວງ, ສະຫຼຸບລາຍງານວຽກງານຮອບດ້ານ ໃຫ້ຂັ້ນເທິງຢ່າງທັນການ ແລະ ຍັງໄດ້ມີຄໍາເຫັນແລກປ່ຽນບົດຮຽນດ້ານວິຊາການ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງ ຢ່າງກົງໄປກົງມາ ເພືື່ອປັບປຸງ, ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ໃນຕໍ່ໜ້າ.
ໂອກາດດັ່ງກ່າວ ທ່ານ ລໍ ຂຸນລໍ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງ ພະນັກງານຫຼັກແຫ່ຼງຄະນະໂຄສະນາອົບຮົມເມືອງ ຍົກສູງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ແບບແຜນວິທີເຮັດວຽກ, ແກ້ໄຂບັນດາວຽກງານທີ່ຍັງຄົງຄ້າງ ໂດຍສະເພາະແມ່ນສຸມໃສ່ວຽກງານວິຊາສະເພາະຮອບດ້ານ, ວຽກງານສຶກສາອົບຮົມການເມືອງ-ແນວຄິດ ເພື່ອເຮັດໃຫ້ບັນດາແຜນວຽກບັນລຸຕາມຄາດໝາຍທີ່ວາງໄວ້.