ຄະນະໂຄສະນາອົບຮົມແຂວງ ລົງໂຄສະນາເຄື່ອນທີ່ ແລະ ໂຄສະນາ-ປາຖະປະຖາ ຢູ່ບ້ານໂຮມໄຊ ແລະ ບ້ານຫ້ວຍຕອງ ເມືອງໄຊ

ໃນຕອນແລງວັນທີ 25 ກໍລະກົດ 2024 ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮັມເມືອງໄຊ ລົງໂຄສະນາເຄື່ອນທີ່ ແລະ ໂຄສະນາ-ປາຖະປະຖາ ຢູ່ບ້ານໂຮມໄຊ ແລະ ບ້ານຫ້ວຍຕອງ ເມືອງໄຊ. ນໍາຄະນະທິມງານໂດຍ ທ່ານ ໄຊສົງຄາມ ທໍາປັນຍາ ຫົວໜ້າຂະແໜງໂຄສະນາ, ມີທ່ານ ວິໄຊ ສີວົງໄຊ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງໄຊ, ມີເລຂາໜ່ວຍພັກບ້ານ, ນາຍບ້ານ, ອົງການປົກຄອງ ແລະ ປະຊາຊົນເຂົ້າຮ່ວມທັງໝົດ 94 ຄົນ, ຍິງ 47 ຄົນ.

ການລົງເຄື່ອນໄຫວໂຄສະນາເຄື່ອນທີ່ ແລະ ໂຄສະນາປາຖະປະຖາ ໃນຄັ້ງນີ້ແມ່ນ: ໄດ້ນໍາເອົາມູນເຊື້ອທີ່ສຳຄັນສອງວັນປະຫວັດສາດຄື: ວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024) ແລະ ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 62 ປີ (15 ກໍລະກົດ 1962-15 ກໍລະກົດ 2024) ບັນດາມູນເຊື້ອແມ່ນໄດ້ລະນຶກເຖິງ ຊີວິດການເຄື່ອນໄຫວ ຂອງທ່ານປະທານສຸພານຸວົງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຮໍ່າຮຽນຄຸນສົມບັດສິນທໍາປະຕິວັດ, ຄຸນງາມຄວາມດີ ແລະ ຄວາມມີນໍ້າໃຈຮັກຊາດອັນສູງສົ່ງ, ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜຽວແໜ້ນ ແລະ ຄວາມປີຊາສາມາດ ຂອງປະທານສຸພານຸວົງ ໃນຂະບວນການຕໍ່ສູ້ປົດປ່ອຍຊາດຕະຫຼອດໄລຍະຂອງເພີ່ນ; ສາລະຄະດີປະຫວັດຄວາມເປັນມາແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງແຂວງອຸດົມໄຊ ພາຍໃຕ້ການນໍາຂອງຄະນະບໍລິຫານງານພັກແຂວງແຕ່ລະສະໄໝ, ເປັນການເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອສາມັກຄີປອງດອງປາຊາຊົນບັນດາເຜົ່າ, ເສີມຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານຕະຫຼອດໄລຍະ 62 ປີ ຂອງຊາວແຂວງອຸດົມໄຊ ທາງນີ້ກໍ່ເພື່ອຍົກສູງສະຕິະວັງຕົວ ຕໍ່ກົນອຸບາຍມ້າງເພບັນອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa