ຄະນະໂຄສະນາອົບຮົມແຂວງ ປາຖະກາຖາມູນເຊື້ອວັນສໍາຂອງຊາດ

ພິທີປາຖະກະຖາມູນເຊື້ອວັນຍຶດອໍານາດທົ່ວປະເທດ ວັນທີ 23 ສິງຫາ 1945-1975  ຄົບຮອບ 79-49 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ວັນທີ 13 ສິງຫາ 1950 ຄົບຮອບ 74 ປີ, ວັນລັດຖະທໍາມະນູນແຫ່ງ ສປປ ລາວວັນທີ 15 ສິງຫາ 1991 ຄົບຮອບ 33 ປີ ໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 14 ສິງຫາ 2024 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານ ຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ,  ພ້ອມດ້ວຍຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ມູນເຊື້ອທີ່ນໍາມາຈັດຕັ້ງປາຖະກະຖາໃນຄັ້ງນີ້ມີຄື: ມູນເຊື້ອວັນຍຶດອໍານາດທົ່ວປະເທດ ວັນທີ 23 ສິງຫາ 1945-1975  ຄົບຮອບ 79-49 ປີ, ວັນສ້າງຕັ້ງແນວລາວສ້າງຊາດ ວັນທີ 13 ສິງຫາ 1950 ຄົບຮອບ 74 ປີ, ວັນລັດຖະທໍາມະນູນແຫ່ງ ສປປ ລາວ ວັນທີ 15 ສິງຫາ 1991 ຄົບຮອບ 33 ປີ.

ໂອກາດດັ່ງກ່າວ ປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມ ແລະ ຮຽກຮ້ອງມາຍັງ ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ເສີ່ມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຂອງພັກ ແລະ ເພີ່ມທະວີຄວາມສາມມັກຄີເປັນເອກະພາບພາຍໃນກົມກອງ, ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ສໍາເລັດຕາມແຜນການທີ່ວ່າງໄວ້, ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳແນວລາວຮັກຊາດ, ນັບຮົບປະຕິວັດ, ຮ່ຳຮຽນເອົາຄຸນສົມບັດສິນທຳປະຕິວັດ, ສິນທໍາປະຕິວັດ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດລັດຖະທໍາມະນູນແຫ່ງ ສປປ ລາວ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa