

ປະຕິບັດຕາມໜັງສືເຊີນຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຄະນະໂຄສະນາອົບຮົມສູນກາງພັກ ເລກທີ 192/ກຂສ, ຄອນຫວງວຽງຈັນ, ລົງວັນທີ 4 ທັນວາ 2025 ກ່ຽວກັບການເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ປະຈໍາໄຕມາດ IV ແລະ ປະຈໍາປີ 2025. ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 8 ທັນວາ 2025 ສະຫາຍ ນາງ ກົງຈັນ ໄພມະນີ ຫົວໜ້າຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ພ້ອມດ້ວຍພະນັກງານ ຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ (ກອງປະຊຸມທາງໄກ) ໂດຍການເປັນປະທານ ຂອງສະຫາຍ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ຄະນະຊີ້ນຳ, ຄະນະແອັດມິນວຽກງານເວັບໄຊຂອງບັນດາແຂວງທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ IV ແລະ ປະຈໍາປີ 2025 ໃນທົ່ວປະເທດ, ເຊິ່ງແຕ່ລະແຂວງໄດ້ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນການຈັດຕັ້ງເຄື່ອນໄຫວວຽກງານປະຈໍາໄຕມາດ IV ແລະ ປະຈໍາປີ 2025 ຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມປະຈໍາປີ 2026, ພ້ອມທັງມີຂໍ້ສະເໜີ ແລະ ຄຳຄິດ, ຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນ: ການສະໜອງອຸປະກອນທີ່ຈຳເປັນໃຫ້ແກ່ການໂຄສະນາຜ່ານສື່ເອເລັກໂຕຼນິກ ແລະ ການຖອດຖອນບົດຮຽນວຽກງານຂໍ້ມູນຂ່າວສານຢູ່ພາຍໃນ ແລະ ຕ່າງປະເທດ. ສຳລັບຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄລຍະ 1 ປີຜ່ານມາ ໄດ້ເອົາໃຈໃສ່ນໍາພາເຄື່ອນໄຫວວຽກງານເວັບໄຊ ເປັນປົກກະຕິ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຄື: ຂຽນຂ່າວລົງເວັບໄຊ, ເຟສບຸກ, ໂທລະໂຄ່ງ, ວິທະຍຸຊຸມຊົນຂອງເມືອງ ແລະ ວິທະຍຸກະຈາຍສຽງຂອງແຂວງ ໄດ້ 2,484 ບົດ; ຈັດລາຍການ “ໂຄສະນາອົບຮົມ” ອອກທາງວິທະຍຸກະຈາຍສຽງຂອງແຂວງ ໄດ້ 53 ຄັ້ງ; ຄຸ້ມຄອງ-ນຳໃຊ້ ແລະ ພັດທະນາເວັບໄຊຂອງແຂວງສາມາດດຶງດູດຜູ້ເຂົ້າຊົມໄດ້ 971,000 ວິວ; ເຂົ້າຮ່ວມກອງປະຊຸມທາງໄກ (Video conference) ວຽກງານເວັບໄຊ ທົ່ວປະເທດ ປະຈໍາໄຕມາດ I-IV 2025 ໄດ້ 4 ຄັ້ງ ມີຜູ້ເຂົ້າຮ່ວມ 13 ຄົນ, ຍິງ 4 ຄົນ; ສ້າງປຶ້ມຜົນສໍາເລັດກອງປະຊຸມວຽກງານຕ່າງໆ ສໍາເນົາໃນຫ້ອງສະໝຸດ ແລະ ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ທັງໝົດ 2 ວຽກງານ; ເກັບກໍາສໍາເນົາເອກະສານ ແລະ ຮູບພາບການເຄື່ອນໄຫວວຽກງານໂຄສະນາອົບຮົມແຂວງແຕ່ລະໄລຍະ ໄດ້ 46 ວຽກງານ; ສ້າງເປັນປຶ້ມ ໄດ້ 2 ວຽກງານ ແລະ ສ້າງເປັນສາລະຄະດີ ໄດ້ 2 ສາລະຄະດີ; ປັບປຸ່ງຫ້ອງປະຊຸມທາງໄກ ແລະ ຫ້ອງສະໝຸດຂອງຄະນະໂຄສະນາອົບຮົມແຂວງ; ສັງລວມນິຕິກໍາວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ ໄດ້ 46 ເອກະສານ ລົງໃນຖານ ຂໍ້ມູນໃນລະບົບຄອມພິວ ປັດຈຸບັນມີເອກະສານທັງໝົດ 200 ເອກະສານ; ລົງຕິດຕາມ, ຊຸກຍູ້, ເກັບກຳສະພາບການນໍາໃຊ້ການນໍາໃຊ້ເຕັກໂນໂລຊີດີຈີຕອນ ແລະ ICT ເຂົ້າໃນການ ບໍລິຫານວຽກງານ ຢູ່ 5 ຂະແໜງ ຕິດພັນກັບການແນະນໍາ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໂດຍສະເພາະ ແມ່ນການແລກປ່ຽນບົດຮຽນ, ວິທີການລິ້ງຂໍ້ມູນຂ່າວສານຈາກຂະແໜງສື່ມວນຊົນລົງໃນສື່ເອເລັກໂຕນິກຂອງຄະນະ ໂຄສະນາອົບຮົມແຂວງ ໄດ້ 1 ຄັ້ງ, ພ້ອມທັງ ກະກຽມໃນການຝຶກອົບຮົມ ປະຈຳປີ 2025 ແລະ ວິເຄາະສະພາບການທີ່ພົ້ນເດັ່ນ ປະຈໍາເດືອນ ມັງກອນ-ທັນວາ ແລະ ໄລຍະ 3 ເດືອນ, 6 ເດືອນຕົ້ນປີ, ໄລຍະ 9 ເດືອນ, ປະຈໍາປີ 2025 ລາຍງານຂັ້ນເທິງ ຕິດພັນກັບບົດສະຫຼຸບລາຍງານວຽກງານໂຄສະນາອົບຮົມ ແລະ ບົດລາຍງານວຽກຫາງສຽງສັງຄົມ.