ຄະນະໂຄສະນາອົບຮົມແຂວງອຸດົມໄຊ ລົງຊຸກຍູ້ ວຽກງານຮອບດ້ານ ຢູ່ຄະນະໂຄສະນາອົບຮົມ ເມືອງໄຊ

ຕອນບ່າຍວັນທີ 24 ພະຈິກ 2025 ຄະນະໂຄສະນາອົບຮົມແຂວງອຸດົມໄຊ ນໍາໂດຍ ທ່ານ ລໍ ຂຸນລໍ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ໄດ້ລົງ ຕິດຕາມ ຊຸກຍູ້ ວຽກງານຮອບດ້ານ ຮ່ວມກັບ ຄະນະໂຄສະນາອົບຮົມ ເມືອງໄຊ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ສົມຈັນ ມູນກະສິງ ກໍາມະການປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍ ພະນັກງານ-ລັດຖະກອນ.

ທ່ານ ລໍ ຂຸນລໍ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກ່າວວ່າ: ການລົງເຄື່ອນໄຫວເຮັດວຽກ ເພື່ອການ ຕິດຕາມ ຊຸກຍູ້ ວຽກງານຮອບດ້ານ ຂອງ ຄະນະໂຄສະນາອົບຮົມ ເມືອງໄຊ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຕະຫຼອດໄລຍະຜ່ານມາ ຊອກໃຫ້ເຫັນບັນຫາຕ່າງທີ່ພົບພໍ້ ຄວາມຫຍຸງຍາກ ເພື່ອຊອກຫາວິທີການແກ້ໄຂ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານ ຖືກຕ້ອງຕາມແນວທາງ ແລະ ມີຄວາມສະດວກ ສະບາຍ. ຈາກຈັ້ນ ທ່ານ ສົມຈັນ ມູນກະສິງ ກໍາມະການປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມ ເມືອງໄຊ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະໜຶ່ງປີຜ່ານມາ ດ້ານດີ-ຜົນງານ ແລະ ດ້ານອ່ອນ-ຂໍ້ຄົງຄ້າງ ທີ່ຈະໄດ້ແກ້ໃນຕໍ່ໜ້າ, ພ້ອມຂໍ້ສະເໜີດ້ານຕ່າງເປັນຕົ້ນດ້ານບຸນກຄະລາກອນ, ອຸປະກອນຮັບໃຊ້ຫ້ອງການ ແລະ ຮັບໃຊ້ວຽກງານສື່ມວນຊົນ. ຈາກນັ້ນ ໄດ້ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ໂດຍສະເພາະແມ່ນການລາຍງານການໂຄສະນາ-ປາຖະກະຖາ ວັນສໍາຄັນຂອງຊາດ, ຂອງພັກ, ຂອງທ່ານຜູ້ນໍາ, ວຽກງານຜ່ານສື່ ແລະ ວຽກງານປະຫວັດສາດ; ວຽກງານເຊື່ອມຊຶມເອກະສານ, ມະຕິ, ຄໍາສັ່ງຂອງສູນກາງ, ຂອງແຂວງ; ວຽກງານເກັບກໍາສະພາບແນວຄິດ ຫາງສຽງສັງຄົມ ແລະ ວິທີການຈັດຕັ້ງປະຕິບັດວຽກງານ ລະຫວ່າງ ແຂວງ ແລະ ເມືອງ ມາແລກປ່ຽນຮ່ວມກັນ ແນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ແລະ ການປະສານງານ ນັບມື້ສະດວກ ວອງໄວ ຂຶ້ນກວ່າເກົ່າ.

ພາບ-ຂ່າວ: ຄຳພັນ ແກ້ວມະນີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa