ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຝຶກອົບຮົມບໍາລຸງ-ຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງຫຼາ

ພິທີຝຶກອົບຮົມບໍາລຸງ-ຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງຫຼາ ໄດ້ໄຂຂຶ້ນໃນລະຫວ່າງວັນທີ 10-14 ພະຈິກ 2025 ທີ່ສະໂມສອນຂອງເມືອງຫຼາ ໂດຍການເປັນປະທານ ຂອງສະຫາຍ ນາງ ມະນີຈັນ ວິໄລຈິດ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ສອນສຸວັນ ປັນຍາວົງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ແລະ ຄະນະຮັບຜິດຊອບຂັ້ນແຂວງ-ເມືອງ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມທັງໝົດ 60 ສະຫາຍ, ຍິງ 26 ສະຫາຍ.

ເພື່ອປະຕິບັດຕາມມະຕິຕົກລົງ ຂອງຄະນະປະຈໍາພັກແຂວງສະບັບເລກທີ 1360/ຄປພຂ, ລົງວັນທີ 5 ພະຈິກ 2025 ວ່າດ້ວຍການອະນຸມັດໃຫ້ຄະນະໂຄສະນາອົບຮົມແຂວງ ເປີດຊຸດບໍາລຸງ-ຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງທີ່ສັງກັດຢູ່ບັນດາເມືອງ ມີຄວາມຮັບຮູ້, ເຂົ້າໃຈຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ມູນເຊື້ອຂອງຊາດລາວ, ການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ຕາມທິດສັງຄົມນິຍົມ; ເຂົ້າໃຈກ່ຽວກັບແນວທາງນະໂຍບາຍຂອງພັກຢູ່ແຕ່ລະຂົງເຂດວຽກງານໃນແຕ່ລະໄລຍະ; ມີທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ຄຸນສົມບັດ ສິນທຳປະຕິວັດໃຫ້ໜັກແໜ້ນກວ່າເກົ່າ, ຍົກສູງຄວາມສາມາດໃນການຜັນຂະຫຍາຍແນວທາງຂອງພັກໃຫ້ຖືກຕ້ອງ, ສອດຄ່ອງເງື່ອນໄຂຕົວຈິງຂອງກົມກອງ ແລະ ຮາກຖານຂອງຕົນ ເພື່ອຍົກສູງສະຕິຕື່ນຕົວ, ຫ້າວຫັນປະຕິວັດ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ປັບປຸງແບບແຜນວິທີເຮັດວຽກງານໃຫ້ດີຂຶ້ນກວ່າເກົ່າ ບົດຮຽນທີ່ນໍາຝຶກອົບຮົມໃນຄັ້ງນີ້ປະກອບມີ 14 ບົດຄື: 1. ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, 2. ວິທີວັດຖຸນິຍົມສັດຈະວິພາກ, 3. ເສີມຂະຫຍາຍມູນເຊື້ອຂອງຊາດ, 4. ການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, 5. ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, 6. ແນວທາງເສດຖະກິດຂອງພັກ, 7. ຫັນເປັນອຸດສະຫະກຳ ແລະ ທັນສະໄໝຢູ່ປະເທດເຮົາ, 8. ພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທຳ-ສັງຄົມ ແລະ ສິ່ງແວດລ້ອມ, 9. ການສ້າງລັດແຫ່ງກົດໝາຍເທື່ອລະກ້າວ ພາຍໃຕ້ການນໍາພາຂອງພັກ, 10. ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, 11. ແນວທາງການຕ່າງປະເທດທີ່ສ້າງສັນ, ການພົວພັນເພື່ອນມິດຍຸດທະສາດ, 12. ຄວາມສາມັກຄີປອງດອງແມ່ນບໍ່ເກີດແຫ່ງກໍາລັງແຮງຂອງການປົກປັກຮັກສາ ແລະ ພັດທະນາ ປະເທດຊາດ, 13. ຝຶກຝົນຄຸນສົມບັດສິນທຳປະຕິວັດ, 14. ການຈັດຕັ້ງປະຕິບັດແນວທາງ ແລະ ແຜນນະໂຍບາຍຂອງພັກ ເຂົ້າໃນຊີວິດຕົວຈິງ  ພິທີອົບຮົມບໍາລຸງ-ຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ຈະໄດ້ດໍາເນີນເປັນເວລາ 5 ວັນ ຈິ່ງສໍາເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa