

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຂົ້າຮ່ວມກອງປະຊຸມວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ທົ່ວປະເທດ ປະຈໍາໄຕມາດ III 2025
ຄະນະໂຄສະນາອົບຮົມແຂວງໄຊເຂົ້າຮ່ວມກອງປະຊຸມວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ທົ່ວປະເທດ ປະຈໍາໄຕມາດ III 2025. ປະຕິບັດຕາມໜັງສືເຊີນຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ເລກທີ 122/ກຂສ, ຝຮ ຄອນຫຼວງວຽງຈັນ, ລົງວັນທີ 1 ກັນຍາ 2025 ກ່ຽວກັບການເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ປະຈໍາໄຕມາດ III 2025. ໃນຕອນເຊົ້າຂອງວັນທີ 4 ກັນຍາ 2025 ທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະຮັບຜິດຊອບແອັດມິນ ເຂົ້າຮ່ວມ. ໂດຍການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ມີຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ຄະນະຊີ້ນຳ, ຄະນະແອັດມິນວຽກງານເວັບໄຊສ໌ຂອງບັນດາແຂວງທົ່ວປະເທດເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ໌) ປະຈໍາໄຕມາດ III 2025 ຂອງ 18 ແຂວງໃນທົ່ວປະເທດ, ເຊິ່ງແຕ່ລະແຂວງໄດ້ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນການຈັດຕັ້ງເຄື່ອນໄຫວວຽກງານປະຈໍາໄຕມາດ III 2025 ຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມປະຈໍາໄຕມາດ IV 2025, ພ້ອມທັງມີຂໍ້ສະເໜີ ແລະ ຄຳຄິດ, ຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນ: ການສະໜອງອຸປະກອນທີ່ຈຳເປັນໃຫ້ແກ່ການໂຄສະນາຜ່ານສື່ເອເລັກໂຕຼນິກ ແລະ ການຖອດຖອນບົດຮຽນວຽກງານຂໍ້ມູນຂ່າວສານຢູ່ພາຍໃນ ແລະ ຕ່າງປະເທດ. ສຳລັບຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄລຍະຜ່ານມາ ໄດ້ເອົາໃຈໃສ່ນໍາພາເຄື່ອນໄຫວວຽກງານເວັບໄຊສ໌ເຄື່ອນໄຫວຢ່າງເປັນປົກກະຕິ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຄື: ຂຽນຂ່າວລົງເວັບໄຊສ໌, ເຟກບຸກ, ໂທລະໂຄ່ງ, ວິທະຍຸຊຸມຊົນຂອງເມືອງ ແລະ ວິທະຍຸກະຈາຍສຽງຂອງແຂວງ ໄດ້ 157 ບົດ; ຈັດລາຍການ “ໂຄສະນາອົບຮົມ” ອອກທາງວິທະຍຸກະຈາຍສຽງ, ໂທລະໂຄ່ງຂອງແຂວງ ໄດ້ 39 ຄັ້ງ; ຄຸ້ມຄອງ-ນຳໃຊ້ ແລະ ພັດທະນາເວັບໄຊສ໌ຂອງແຂວງສາມາດດຶງດູດຜູ້ເຂົ້າຊົມໄດ້ 376,389 ວິວ; ສ້າງປຶ້ມຜົນສໍາເລັດກອງປະຊຸມວຽກງານຕ່າງໆ ສໍາເນົາໃນຫ້ອງສະໝຸດ ແລະ ສົ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ທັງໝົດ 1 ວຽກງານ; ສໍາເນົາຮູບພາບການເຄື່ອນໄຫວວຽກງານ ໂຄສະນາອົບຮົມແຂວງແຕ່ລະໄລຍະ ໄດ້ທັງໝົດ 33 ວຽກງານ; ສ້າງສາລະຄະດີຜົນງານການນໍາພາຂອງອົງຄະນະພັກແຂວງອຸດົມໄຊ ໄລຍະ 54 ປີ ແລະ ຜົນງານ ວຽກງານໂຄສະນາອົບຮົມທົ່ວແຂວງ ປະຈຳປີ 2024 ເຜີຍແຜ່ລົງເວັບໄຊສ໌ ໄດ້ 2 ສາລະຄະດີ; ຄຸ້ມຄອງຫ້ອງສະໝຸດຂອງຄະນະໂຄສະນາອົບຮົມແຂວງ; ສັງລວມນິຕິກໍາວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມ ໄດ້ 41 ເອກະສານ ລົງໃນຖານຂໍ້ມູນໃນລະບົບຄອມພິວ ປັດຈຸບັນມີເອກະສານທັງໝົດ 195 ເອກະສານ; ສະຫຼຸບລາຍງານວຽກງານເວັບໄຊສ໌ ປະຈໍາເດືອນ, ໄລຍະ 3 ເດືອນ, 6 ເດືອນຕົ້ນປີ, ໄລຍະ 9 ເດືອນ ປີ 2025 ໃຫ້ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ 12 ບົດ ແລະ ຕິດຕາມ ເກັບກໍາ, ວິເຄາະສະພາບການທີ່ພົ້ນເດັ່ນແຕ່ລະໄລຍະ ລາຍງານຂັ້ນເທິງ ຕິດພັນກັບບົດສະຫຼຸບລາຍງານວຽກງານໂຄສະນາອົບຮົມ ແລະ ວຽກຫາງສຽງສັງຄົມ.