ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຄື່ອນໄຫວເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ
ຕອນເຊົ້າຂອງວັນທີ 12 ກຸມພາ 2025 ຢູ່ທີ່ກອງບັນຊາການທະຫານແຂວງອຸດົມໄຊ ຈັດກອງປະຊຸມເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໂດຍເປັນກຽດເຊື່ອມຊຶມເອກະສານ ຂອງສະຫາຍ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ເປັນກຽດເຂົ້າຮ່ວມຂອງສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ເລຂາຄະນະພັກກອງບັນຊາການ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີສະຫານ ພົນຈັດຕະວາ ຄໍາເຜີຍ ໂສມພັນ ຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການທະຫານກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ ແລະ ຄະນະຮັບຜິດຊອບຂັ້ນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມສະຫາຍ ນາງ ມະນີຈັນ ວິໄລຈິດ ໄດ້ຍົກໃຫ້ເຫັນຄວາມສໍາຄັນກ່ຽວກັບການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານຫຼັກແຫ່ຼງ ເພື່ອດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທັງ 4 ເນື້ອໃນຄື: ຄວາມເຂົ້າໃຈ ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແມ່ນຫຼັກການຈັດຕັ້ງຂອງພັກເຮົາ ໃນການປັບປຸງປົວແປງພັກ ໃຫ້ມີຄວາມປອດໃສ, ເຂັ້ນແຂງ ແລະ ໜັກແໜ້ນ ທັງຮັບປະກັນ ການກໍ່ສ້າງພັກຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ ຕາມກົດລະບຽບພັກ; ຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກຕະຫຼອດ 60 ກວ່າປີ ແຫ່ງການນໍາພາຂອງຕົນ, ພັກເຮົາຍາມໃດ ກໍຕັ້ງໜ້າປັບປຸງ ແລະ ກໍ່ສ້າງຕົນເອງໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຢືດໝັ້ນຢູ່ໃນຫັຼກການ, ຈຸດໝາຍຍຸດທະສາດ ແລະ ອຸດົມການຂອງພັກ ການນໍາພາຂອງພັກແມ່ນປັດໄຈຕັດສິນ ທຸກໄຊຊະນະຂອງການປະຕິວັດ ຢູ່ປະເທດເຮົາ; ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ຄຸນທາດການເມືອງ ແມ່ນມາດຖານແຖວໜ້າ, ແມ່ນຄວາມຮຽກຮ້ອງຕ້ອງການອັນເປັນພື້ນຖານທີ່ຂາດບໍ່ໄດ້ ທັງເປັນພື້ນຖານໃຫ້ແກ່ການຝຶກຝົນຫຼໍ່ຫຼອມ ຄຸນສົມບັດສິນທໍາປະຕິວັດ; ຄຸນທາດການເມືອງ ແມ່ນທັດສະນະຫຼັກໝັ້ນຊົນຊັ້ນ, ທັດສະນະມິດສັດຕູ ແລະ ຄວາມເດັດດຽວໜຽວແໜ້ນ; ເດັດດຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາຊິກພັກ ແມ່ນການເສື່ອມຖອຍຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ທັດສະນະແນວຄິດ ແລະ ການກະທໍາທີ່ບໍ່ຖືກຕ້ອງ, ຂາດສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ຂາດຄວາມເປັນແບບຢ່າງໃນການດໍາລົງຊີວິດ, ມີການລະເມີດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ສະແດງອອກການນໍາພາ-ຊີ້ນໍາຫ່າງເຫີນປະຊາຊົນ, ຫ່າງເຫີນຈາກຕົວຈິງ, ເວົ້າແບບລວມໆ, ຊີ້ນໍາແບບຜີວເຜີນ, ມັກໃຊ້ແຕ່ຄໍາສັ່ງ, ຂາດການວິເຄາະ, ໄຈ້ແຍກບັນຫາຢ່າງລະອຽດ, ພິຈາລະນາ ແລະຕົກລົງບັນຫານບໍ່ແທດຕົວຈິງ, ບໍ່ຖືສໍາຄັນການຕິດຕິດຕາມ, ຊຸກຍູ້, ກວດກາ, ປະເມີນຜົນ ແລະ ຖອດຖອນບົດຮຽນຈາກພຶດຕິກໍາ, ເວົ້າຫຼາຍ ແຕ່ເຮັດບໍ່ເປັນ, ເວົ້າດີ ແຕ່ເຮັດບໍ່ເກີດ, ຂະບວນການຄືແຕ່ຫົວທີ ແຕ່ບໍ່ຍືນຍົງ. ການແກ້ໄຂປະກົດການຫຍໍ້ທໍ ຂອງພະນັກງານ, ສະມາຊິກພັກ ແມ່ນການຍົກສູງຖານະບົດບາດຂອງການຈັດຕັ້ງ.