ຄະນະໂຄສະນາອົບຮົມແຂວງອຸດົມໄຊຈັດຝຶກອົບຮົມຄວາມຮູ້ດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຢຸ່ຈຸດສຸມກຸ່ມບ້ານນາຊຽງດີ, ກຸ່ມບ້ານນໍ້າພວນ ແລະ ກຸ່ມບ້ານດົງງອນ, ເມືອງຮຸນ, ແຂວງອຸດົມໄຊ

ຄະນະໂຄສະນາອົບຮົມແຂວງ ຈັດຝຶກອົບຮົມຄວາມຮູ້ດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ໃຫ້ຄະນະພັກ-ຄະນະບ້ານ ແລະ ຜູ້ຊ່ວຍວຽກຂັ້ນບ້ານ ຢູ່ຈຸດສຸມກຸ່ມບ້ານນາຊຽງດີ, ກຸ່ມບ້ານນໍ້າພວນ ແລະ ກຸ່ມບ້ານດົງງອນ ເມືອງຮຸນ, ແຂວງອຸດົມໄຊ ຄັ້ງວັນທີ 7-8 ສິງຫາ 2024 ຢ່າງເປັນທາງການ. ນໍາພາທິມງານໂດຍທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິທະຍາກອນຈາກຄະນະຂັ້ນແຂວງ, ຄະນະຮັບຜິດຊອບຂັ້ນແຂວງ-ເມືອງ, ມີລາຂາ-ຮອງເລຂາພັກບ້ານ, ສະມາຊິກພັກ, ພະນັກງານ, ແນວໂຮມ ແລະ ພະນັກງານຊ່ວຍຽກຂັ້ນບ້ານເຂົ້າຮ່ວມທັງໝົດ 36 ຄົນ, ຍິງ 3 ຄົນ.

ເນື້ອໃນເອກະສານທີ່ນໍາມາຝຶກອົບຮົມໃນຄັ້ງນີ້ມີ 5 ບົດຄື: 1. ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງຄົນລາວ, 2. ລະບົບການເມືອງ ແລະ ການປົກຄອງ ຢູ່ ສປປ ລາວ, 3. ຍົກສູງຄວາມສາມາດຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. 4. ການສ້າງບ້ານພັດທະນາ, 5. ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ. ເພື່ອເຮັດໃຫ້ຄະນະພັກ-ຄະນະບ້ານ, ອົງການປົກຄອງຂັ້ນບ້ານ ແລະ ພະນັກງານຊ່ວຍຽກຂັ້ນບ້ານ ຍົກສູງຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ, ແນວທາງນະໂຍບບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ຄວາມສາມາດນໍາພາຂອງໜ່ວຍພັກບ້ານ ໃນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດແຕ່ລະໄລຍະ ແລະ ມີແນວຄິດເປັນເອກະພາບກ່ຽວກັບບັນດາແນວທາງປ່ຽນແປງໃໝ່ຂອງພັກ, ມີແນວຄິດຮັກຊາດ, ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເສີມຂະຫຍາຍຄວາມສາມັກຄີບັນດາເຜົ່າ ເຂົ້າໃນການຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບໃຫ້ມີໝາກຜົນ ເຮັດໃຫ້ການບໍລິຫານຂັ້ນບ້ານມີການຫັນປ່ຽນໃໝ່ ແລະ ຖືກຕ້ອງຕາມແນວທາງຂອງພັກ-ລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa