ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຂົ້າຮ່ວມກອງປະຊຸມວຽກງານເວັບໄສຊທົ່ວປະເທດ ປະຈໍາປີ 2023

         

 

           ປະຕິບັດຕາມໜັງສືເຊີນຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມຄະນະໂຄສະນາອົບຮົມສູນກາງພັກ ເລກທີ 279/ກຂສ-ຝຮ, ຄອນຫວງວຽງຈັນ, ລົງວັນທີ 11 ທັນວາ 2023 ກ່ຽວກັບການເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄສຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ປະຈຳປີ 2023. ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 13 ທັນວາ 2023 ທ່ານ ສາຍດຳ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ວິຊາການຂະແໜງສັງລວມ ແລະ ຂໍ້ມູນຂ່າວສານຈຳນວນ 4 ສະຫາຍ, ຍິງ 1 ສະຫາຍ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຢູ້ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ (ກອງປະຊຸມທາງໄກ) ໂດຍການເປັນປະທານ ຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນະອົບຮົມສູນກາງພັກ, ເປັນກຽດເຂົ້າຮ່ວມກອງປະຊຸມມີ ທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ, ຫົວໜ້າກົມຂໍ້ມູນນຂ່າວສານ ແລະ ຝຶກອົບຮົມ; ມີຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ຄະນະຊີ້ນຳ, ຄະນະແອັດມິນວຽກງານເວັບໄສຊຂອງບັນດາແຂວງທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.

         ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄສຊ) ປະຈໍາປີ 2023 ຂອງ 18 ແຂວງໃນທົ່ວປະເທດ, ເຊິ່ງແຕ່ລະແຂວງໄດ້ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກໃນການຈັດຕັ້ງເຄື່ອນໄຫວວຽກງານຕະຫຼອດໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມປະຈຳປີ 2024, ພ້ອມທັງມີຂໍ້ສະເໜີ ແລະ ຄຳຄິດ, ຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນ: ການຝຶກອົບຮົມວຽກງານເວັບໄສຊ, ເຕັກນິກການຂຽນຂ່າວ; ການສະໜອງອຸປະກອນທີ່ຈຳເປັນໃຫ້ແກ່ການໂຄສະນາຜ່ານສື່ເອເລັກໂຕຼນິກ ແລະ ການຖອດຖອນບົດຮຽນວຽກງານຂໍ້ມູນຂ່າວສານຢູ່ພາຍໃນ ແລະ ຕ່າງປະເທດ. ສຳລັບຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄລຍະ 1 ປີຜ່ານມາໄດ້ເອົາໃຈໃສ່ນຳພາເຄື່ອນໄຫວວຽກງານເວັບໄສຊເຄື່ອນໄຫວຢ່າງເປັນປົກກະຕິສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຄື: ຂຽນຂ່າວລົງເວັບໄສຊ, ເຝສບຸກ, ໂທລະໂຄ່ງ, ວິທະຍຸຊຸມຊົນຂອງເມືອງ ແລະ ວິທະຍຸກະຈາຍສຽງຂອງແຂວງ ໄດ້ 115 ຂ່າວ; ຈັດລາຍການ ໂຄສະນາອົບຮົມ ອອກທາງວິທະຍຸກະຈາຍສຽງຂອງແຂວງ ໄດ້ 51 ຄັ້ງ; ຄຸ້ມຄອງ-ນຳໃຊ້ ແລະ ພັດທະນາເວັບໄສຊຂອງແຂວງສາມາດດຶງດູດຜູ້ເຂົ້າຊົມໄດ້ 200,648 ວິວທຽບໃສ່ໄລຍະຜ່ານມາແມ່ນເພີ່ມຂຶ້ນ ແລະ ສຳເລັດການລົງຊຸກຍູ້ວຽກຂໍ້ມູນຂ່າວສານຢູ່ 7 ເມືອງ.

           ໂອກາດດັ່ງກ່າວ ປະທານກອງປະຊຸມໄດ້ຮຽກຮ້ອງມາຍັງບັນດາທ່ານ ຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະຊີ້ນຳ, ຄະນະແອັດມິນວຽກງານເວັບໄສຊຂອງບັນດາແຂວງ ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອລັກໂຕຣນິກ (ເວັບໄສຊ) ໂດຍສະເພາະແມ່ນແຜນການປະຈໍາປີ 2024 ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ເພື່ອຫັນປ່ຽນວຽກງານໂຄສະນາອົບຮົມຕາມທິດຫັນເປັນທັນສະໄໝເທື່ອລະກ້າວ, ແນໃສ່ເຮັດໃຫ້ບັນດາແນວທາງແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ລະບຽບກົດໝາຍຂອງລັດ, ຜົນງານການຈັດຕັ້ງເຄື່ອນໄຫວວຽກງານວຽກງານໂຄສະນາອົບຮົມແຕ່ລະໄລຍະ ໄດ້ຮັບການເຜີຍແຜ່ຜ່ານສື່ເອເລັກໂຕນິກສູ່ສັງຄົມໄດ້ຢ່າງວ່ອງໄວ, ກວ້າງຂວາງ ແລະ ທັນກັບສະພາບການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa