ຄະນະໂຄສະນາອົບຮົມແຂວງອຸດົມໄຊ ສໍາເລັດການອົບຮົມທິດສະດີ-ແນວທາງຂອງພັກ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ບັນດາພະແນກການ, ອົງການອ້ອມຂ້າງແຂວງ ຊຸດທີ III

  
ໃນຕອນບ່າຍຂອງວັນທີ 30 ກໍລະກົດ 2024 ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດພິທີປິດຊຸດອົບຮົມທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ບັນດາພະແນກການ, ອົງການອ້ອມຂ້າງແຂວງ ຊຸດທີ III ຢ່າງເປັນທາງການ ທີ່ສະໂມສອນເມືອງໄຊ ໂດຍການເປັນປະທານ ຂອງສະຫາຍ ຄໍາພຽງ ຢາຈົງວາ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກງານພັກ-ພະນັກງານ; ເຂົ້າຮ່ວມມີສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະພັກຄະນະນຳຄະນະໂຄສະນາອົບຮົມແຂວງ, ວິທະຍາກອນ ແລະ ສຳມະນາກອນ ເຂົ້າຮ່ວມທັງໝົດ 60 ສະຫາຍ, ຍິງ 32 ສະຫາຍ.

ໃນພິທີຄະນະຮັບຜິດຊອບ ໄດ້ລາຍງານຜົນສຳເລັດໃນການຈັດອົບຮົມໃນຄັ້ງນີ້ຕໍ່ປະທານກອງປະຊຸມ ແລະ ແຂກເຂົ້າຮ່ວມ ເຊິ່ງໄດ້ຍົກໃຫ້ເຫັນສະພາບລວມ, ການກະກຽມ ແລະ ດຳເນີນຊຸດອົບຮົມແມ່ນມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້, ການອົບຮົມໃຊ້ເວລາ 5 ວັນເຕັມ, ເລີ່ມແຕ່ວັນທີ 24-30 ກໍລະກົດ 2024, ເນື້ອໃນເອກະສານທີ່ນຳມາອົບຮົມແມ່ນອີງຕາມໂຄງການອົບຮົມຂອງຄະນະໂຄສະນາອົບຮົມສູນກາງພັກ ປະກອບມີ 14 ບົດ, ວິທະຍາກອນມີ 10 ສະຫາຍມາຈາກ 3 ພາກສ່ວນ (ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ, ພະແນກການຕ່າງປະເທດ ແລະ ຄະນະໂຄສະນາອົບຮົມແຂວງ); ສຳມະນາກອນແມ່ນສະມາຊິກພັກ, ພະນັກງານ-ລັດຖະກອນທີ່ມາຈາກ 13 ພາກສ່ວນໃນຂົງເຂດວັດທະນະທຳ-ສັງຄົມ ລວມ 50 ສະຫາຍ, ຍິງ 20 ສະຫາຍ; ການອົບຮົມແມ່ນໃຊ້ຮູບແບບການບັນຍາຍເອກະສານ, ຍົກພຶດຕິກຳຕົວຈິງມາສົມທຽບ ແລະ ມີການສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນດ້ວຍບັນຍາກາດຟົດຟື້ນດີ ເຮັດໃຫ້ສໍາມະນາກອນມີຄວາມຮັບຮູ້-ເຂົ້າໃຈ, ກໍາແໜ້ນບົດຮຽນໄດ້ດີພໍສົມຄວນ ສະແດງອອກຜົນການປະເມີນຄວາມຮັບຮູ້ເຂົ້າໃຈໃນລະດັບດີຫຼາຍ ກວມເຖິງ 71%.
ໂອກາດດັ່ງກ່າວ ສະຫາຍ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ ຍັງໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນສຳເລັດທີ່ຍາດມາໄດ້, ພ້ອມທັງຮຽກຮ້ອງມາຍັງຄະນະຮັບຜິດຊອບໃຫ້ສືບຕໍ່ເສີມຂະຫຍາຍດ້ານດີ, ປັບປຸງດ້ານອ່ອນຂໍ້ຄົງຄ້າງເພື່ອເຮັດໃຫ້ຊຸດອົບຮົມໃນຄັ້ງຕໍ່ໄປໄດ້ຮັບການປັບປຸງຍົກສູງຄຸນນະພາບສູງຂຶ້ນກວ່າເກົ່າ ແລະ ຮຽກຮ້ອງມາຍັງສຳມະນາກອນ ໃຫ້ນໍາເອົາບັນດາບົດຮຽນໄປໝູນໃຊ້ເຂົ້າໃນວຽກງານໃຫ້ປະກົດຜົນເປັນຈິງ ເພື່ອຝຶກຝົນຕົນເອງໃຫ້ກາຍເປັນແບບຢ່າງແກ່ມະຫາຊົນ

.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa