ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດການບໍາລຸງ-ຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ບັນດາພະແນກການ, ອົງການອ້ອມຂ້າງແຂວງ ຊຸດທີ III

ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດການບໍາລຸງ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ບັນດາພະແນກການ, ອົງການອ້ອມຂ້າງແຂວງ ຊຸດທີ III ໄດ້ຈັດຂຶ້ນຕອນເຊົ້າວັນທີ 24 ກໍລະກົດ 2024 ທີ່ສະໂມສອນຂອງເມືອງໄຊ ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດ 50 ສະຫາຍ, ຍິງ 27 ສະຫາຍ.

ເພື່ອປະຕິບັດຕາມມມະຕິຕົກລົງ ຂອງຄະນະປະຈໍາພັກແຂວງສະບັບເລກທີ 671/ຄປພຂ, ລົງວັນທີ 17 ກໍລະກົດ 2024 ວ່າດ້ວຍການອະນຸມັດໃຫ້ຄະນະໂຄສະນາອົບຮົມແຂວງ ເປີດຊຸດບໍາລຸງ-ຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນສົມບູນ ຜູ້ບໍ່ທັນຜ່ານທິດສະດີ-ການເມືອງ ຢູ່ອ້ອມຂ້າງຊຸດທີ III ແລະ ບົດຮຽນທີ່ນໍາຝຶກອົບຮົມໃນຄັ້ງນີ້ປກອບມີ 14 ບົດຄື: 1. ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, 2. ວິທີວັດຖຸນິຍົມສັດຈະວິພາກ, 3. ເສີມຂະຫຍາຍມູນເຊື້ອຂອງຊາດ, 4. ການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, 5. ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, 6. ແນວທາງເສດຖະກິດຂອງພັກ, 7. ຫັນເປັນອຸດສາຫະກໍາ ແລະ ທັນສະໄໝຢູ່ປະເທດເຮົາ, 8. ພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທໍາ-ສັງຄົມ ແລະ ຮັກສາສິ່ງແວດລ້ອມ, 9. ສ້າງລັດແຫ່ງກົດໝາຍເທື່ອລະກ້າວ ພາຍໃຕ້ການນໍາພາຂອງພັກ, 10. ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ງປວງຊົນຮອບດ້ານ, 11. ແນວທາງການຕ່າງປະເທດທີ່ສ້າງສັນ, ການພົວພັນເພື່ອນມິດຍຸດທະສາດ, 12. ສັງຄົມສາມັກຄີປອງດອງແມ່ນບໍ່ເກີດແຫ່ງກໍາລັງແຮງຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, 13. ຄຸນສົມບັດສິນທໍາປະຕິວັດ, 14. ການຈັດຕັ້ງປະຕິບັດແນວທາງ ແລະແຜນນະໂຍບາຍຂອງພັກ ເຂົ້າໃນຊີວິດຕົວຈິງ. ພິທີດັ່ງກ່າວຈະດໍາເນີນເປັນເວລາ 5 ວັນ (ວັນທີ 24-30 ກໍລະກົດ 2024) ຈິ່ງສໍາເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa