ຄະນະໂຄສະນາອົບຮົມແຂວງອຸດົມໄຊ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມສະໄໝສາມັນ ຂອງຄະນະບໍລິຫານງານພັກແຂວງ ປະຈໍາໄຕມາດ I ປີ 2024 ແລະ ບັນດາແຈ້ງການຂອງແຂວງ

ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2024 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມສະໄໝສາມັນ ຂອງຄະນະບໍລິຫານງານພັກແຂວງ ປະຈໍາໄຕມາດ I ປີ 2024 ແລະ ບັນດາແຈ້ງການຂອງແຂວງ. ໂດຍການເປັນປະທານຂອງ ສະຫາຍ ສາຍດຳ ໃຈຫຼ້າ ກຳມະການຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ເຂົ້າຮ່ວມກອງປະຊຸມ ມີຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມສະໄໝສາມັນ ຂອງຄະນະບໍລິຫານງານພັກແຂວງ ປະຈໍາໄຕມາດ I ປີ 2024; ຄໍາສັ່ງຂອງທ່ານເຈົ້າແຂວງ ວ່າດ້ວຍການເພີ່ມທະວີການຈັດຕັ້ງປະຕິບັດຄຸ້ມຄອງພະນັກງານ, ລັດຖະກອນ ແລະ ກໍາລັງປະກອບອາວຸດ ຢູ່ແຂວງອຸດົມໄຊ; ສະບັບເລກທີ 999/ອຊ, ລົງວັນທີ 10 ຕຸລາ 2022; ແຈ້ງການຂອງພະແນກພາຍໃນແຂວງ ກ່ຽວກັບການປະຕິບັດນະໂຍບາຍອຸດໜູນບໍານານ ແລະ ອຸດໜູນເທື່ອດ່ຽວ ຂອງພະນັກງານ-ລັດຖະກອນ ສະບັບເລກທີ 599/ພພນ, ລົງວັນທີ 31 ພຶດສະພາ 2024;  ແຈ້ງການຂອງພະແນກພາຍໃນແຂວງ ສະບັບເລກທີ 640/ພພນ, ລົງວັນທີ 7 ມິຖຸນາ 2024 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງ ຂອງທ່ານເຈົ້າແຂວງ ສະບັບເລກທີ 999/ອຊ, ລົງວັນທີ 10 ຕຸລາ 2024 ແລະ  ເຜີຍແຜ່ສະພາບການພາກພື້ນ ແລະ ສາກົນທີ່ພົ້ນດັ່ນ ປະຈຳເດືອນ ເມສາ 2024 ຜ່ານມາ.

ໂອກາດດັ່ງກ່າວ ປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມ ແລະ ຮຽກຮ້ອງມາຍັງ ພະນັກງານຫຼັກແຫຼ່ງພາຍໃນຄະນະໂຄສະນາອົບຮົມແຂວງ ເອົາໃຈໃສ່ຄົ້ນຄວ້າກຳແໜ້ນບັນດາເນື້ອໃນມະຕິກອງປະຊຸມສະໄໝສາມັນ ຂອງຄະນະບໍລິຫານງານພັກແຂວງ ປະຈໍາໄຕມາດ I ປີ 2024 ເພື່ອຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມແຂວງໃຫ້ມີຜົນສຳເລັດ; ກຳແໜ້ນບັນດາເນື້ອໃນແຈ້ງການ ຂອງທ່ານເຈົ້າແຂວງ ແລະ ແຈ້ງການຂອງພະແນກພາຍໃນແຂວງ ເປັນເຈົ້າປະຕິບັດນິຕິກໍາລຸ່ມກົດໝາຍໃຫ້ປະກົດຜົນເປັນຈິງ; ພ້ອມທັງເອົາໃຈໃສ່ຍົກສູງສະຕິລະວັງຕົວບັນດາປະກົດການຫຍໍ້ທໍ້ ແລະ ເປັນເຈົ້າການໃນການຕິດຕາມຂໍ້ມູນຂ່າວສະພາບການພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ ໃຫ້ທັນການ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa