ຄະນະໂຄສະນາອົບຮົມແຂວງອຸດົມໄຊ ຈັດພິທີ ປາຖະກະຖາມູນເຊື້ອວັນສໍາຄັນຂອງຊາດ, ຂອງພັກ ແລະ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2023.

 

 

ພິທີປາຖະກະຖາມູນເຊື້ອວັນເກີດປະທານ ໂຮ່ຈິມິນ ຄົບຮອບ 134 ປີ, ວັນຜ່າວົງປິດລ້ອມ ຂອກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 65 ປີ, ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ ແລະ ມອບໃບຍ້ອງຍໍຜົນງານ ປະຈໍາປີ 2023 ໄດ້ຈັດຂຶ້ນໃນວັນເຊົ້າຂອງວັນທີ 17 ພຶດສະພາ 2024 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ  ໂດຍການເປັນປະທານຂອງ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ສາຍດຳ ໃຈຫຼ້າ ກຳມະການຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານ-ສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ມູນເຊື້ອທີ່ນໍາມາຈັດຕັ້ງປາຖະກະຖາໃນຄັ້ງນີ້ມີ: ວັນເກີດປະທານ ໂຮ່ຈິມິນ (19 ພຶດສະພາ 1890-19 ພຶດສະພາ 2024) ຄົບຮອບ 134 ປີ, ວັນຜ່າວົງປິດລ້ອມ ຂອກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ (18 ພຶດສະພາ 1959-18 ພຶດສະພາ 2024) ຄົບຮອບ 65 ປີ, ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ (24 ພຶດສະພາ 1960-24 ພຶດສະພາ 2024) ຄົບຮອບ 64 ປີ ແລະ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າ ສະບັບເລກທີ 679/ອຊ, ລົງວັນທີ 23 ເມສາ 2024 ວ່າດ້ວຍການຍ້ອງຍໍ ແລະ ຊົມເຊີຍຜົນງານ ປະຈໍາປີ 2023 ຂອງພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງ.

ໂອກາດດັ່ງກ່າວ ປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມ ແລະ ຮຽກຮ້ອງມາຍັງ ພະນັກງານ-ສະມາຊິກພັກພາຍໃນຄະນະໂຄສະນາອົບຮົມແຂວງ ເສີ່ມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຂອງພັກ ແລະ ເພີ່ມທະວີຄວາມສາມມັກຄີເປັນເອກະພາບພາຍໃນກົມກອງ, ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ສໍາເລັດຕາມແຜນການທີ່ວ່າງໄວ້, ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ຂອງພັກ, ຂອງທ່ານຜູ້ນຳແນວລາວຮັກຊາດ, ນັບຮົບປະຕິວັດ, ຮ່ຳຮຽນເອົາຄຸນສົມບັດສິນທຳປະຕິວັດ, ສິຍນທໍາປະຕິວັດ ເພື່ອຝຶກຝົນຫຼໍ່ຫຼອມຕົນເອງໃນຂະບວນການຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍ ໃຫ້ມີຜົນສຳເລັດຕາມລະດັບຄາດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa