ຄະນະໂຄສະນາອົບຮົມແຂວງຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ 

ຄະນະໂຄສະນາອົບຮົມແຂວງຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຕອນເຊົ້ນຂອງວັນທີ 13 ມີນາ 2025 ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ  ປາຖະກະຖາໂດຍສະຫາຍ ບຸນລອດ ອ່ອນພະຈັນ ອະດີດຮອງເລຂາພັກແຂວງ, ອະດີດປະທານສະພາປະຊາຊົນ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງສະຫາຍ ທ່ານ​ ພົນ​ຈັດ​ຕະ​ວາ ສີ​ວອນ ໄຊ​ຍະ​ວົງ ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ, ຫົວ​ໜ້າ​ກອງ​ບັນ​ຊາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຂວງ, ສະ​ຫາຍ ພັນ​ເອກ ຕຸ້ຍ ພົມ​ມີ​ໄຊ ເລ​ຂາ​ຄະ​ນະ​ພັກກອງ​ບັນ​ຊາ​ການ, ຫົວ​ໜ້າ​ການ​ເມືອງກອງ​ບັນ​ຊາ​ການ​ທະ​ຫານ​ແຂວງ ມີບັນດາ​ສະ​ຫາຍ ຄະນະພັກ, ຄະ​ນະ​ບັນ​ຊາ ສອງ​ກຳ​ລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບແຂວງເຂົ້າຮ່ວມ.

ສະຫາຍ ບຸນລອດ ອ່ອນພະຈັນ ໄດ້ຍົກໃຫ້ຮູ້ເຖິງຕົ້ນກໍາເນີດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນໍາພາການປະຕິວັດ 70 ປີ (22 ມີ​ນາ 1955-22 ມີ​ນາ 2025) ຜ່ານມາ ພັກເຮົາຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກ, ຂອງຊາດ ແລະ ຈຸດພິເສດຂອງ ສປປ ລາວ; ພັກໄດ້ຢຶດໝັ້ນ ຢ່າງສະເໝີຕົ້ນສະເໝີປາຍຕໍ່ອຸດົມການສັງຄົມນິຍົມ ດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນນັບ​ແຕ່ປີ 1975 ເປັນຕົ້ນມາ ​ພັກ​ເຮົາ ໄດ້ເປັນພັກກຳ​ອຳ­ນາດ​ ແລະ ສ້າງ­ຕັ້ງອຳນາດການປົກຄອງ​ໃໝ່​ຂຶ້ນ ພັກ​ເຮົາໄດ້ເອົາໃຈໃສ່ນຳພາແກ້ໄຂ ແລະ ຟື້ນຟູເສດຖະກິດ-ສັງຄົມ  ໂດຍສຸມໃສ່ແກ້ໄຂຜົນຮ້າຍຂອງສົງຄາມ ແລະ ຂອງສັງຄົມທີ່ລະບອບເກົ່າປະໄວ້, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຄ່ອຍໆກ້າວເຂົ້າສູ່ສະພາບປົກກະຕິ, ທັງໄດ້ເອົາໃຈໃສ່ຂະຫຍາຍການສຶກສາ, ລົບລ້າງຄວາມບໍ່ຮູ້ໜັງສື, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ ມີຜົນສຳເລັດເປັນກ້າວໆ; ສືບຕໍ່ນຳພາຈັດຕັ້ງປະຕິບັດແຜນ­ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ​ໜຶ່ງ (1981-1985) ສໍາເລັດໂດຍພື້ນຖານ ອັນໄດ້ປະກອບ ສ່ວນສ້າງປະຖົມປັດໄຈ ແລະ ເງື່ອນໄຂສະດວກໃຫ້ແກ່ການສືບຕໍ່ກ້າວຂຶ້ນຂອງປະເທດຊາດ, ໃນໄລຍະຕົ້ນແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກເຮົາໄດ້ຖືກສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ ແລະ ໄດ້ວາງໜ້າທີ່ ແລະ ທິດນຳຂອງການກໍ່ສ້າງພັກໃນໄລຍະໃໝ່.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa