ຄະນະໂຄສະນາອົບຮົມແຂວງຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຄະນະໂຄສະນາອົບຮົມແຂວງຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຕອນເຊົ້ນຂອງວັນທີ 12 ມີນາ 2025 ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງອຸດົມໄຊ ໄດ້ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ  ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ບຸນລອດ ອ່ອນພະຈັນ ອະດິດຮອງເລຂາພັກແຂວງ, ອະດິດປະທານສະພາປະຊາຊົນ ແຂວງອຸດົມໄຊ ໂດຍການເຂົ້າຮ່ວມຂອງສະຫາຍ ວັນນາ ແກ້ວສັນຕິ ກໍາມະການປະຈໍາພັກແຂວງ ປະທານອົງການແນວລາວສ້າງຊາດແຂວງ ມີບັນດາສະຫາຍເລຂາໜ່ວຍພັກຮາກຖານ, ຄະນະພັກ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂົງເຂດການເມືອງ, ອົງການແນວລາວສ້າງຊາດແຂວງ, ສະຫະພັນນັກຮົບເກົ່າແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ຂົງເຂດປົກປ້ອງກົດໝາຍ, ພະແນກພາຍໃນ, ພະແນກການຕ່າງປະເທດ ແລະ ອົງການກວດສອບພາກເໜືອ 2 ແຂວງອຸດົມໄຊ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີປາຖະກະຖາໄດ້ຫວນຄືນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (23 ມີນາ 1955-23 ມີນາ 2025) ເຊິ່ງໃນທ້າຍສະຕະວັດທີ XIX ຫາ​ຕົ້ນສະ​ຕະ​ວັດ XX ເປັນ​ໄລ​ຍະ​ທີ່ລັດທິທຶນນິຍົມ ໄດ້ຂະຫຍາຍຕົວກາຍເປັນລັດທິຈັກກະພັດ, ພວກເຂົາໄດ້ຢຶດເອົາບັນດາປະເທດທີ່ອ່ອນນ້ອຍ ເປັນຫົວເມືອງຂຶ້ນ ແລະ ເຄິ່ງ​ຫົວເມືອງຂຶ້ນຂອງພວກເຂົາ. ບັນດາປະຊາຊາດ ຢູ່ແຫຼມອິນດູຈີນ (ລາວ, ຫວຽດນາມ ແລະ ກຳປູເຈຍ) ກໍຖືກຈັກກະພັດຝຣັ່ງຮຸກຮານ ແລະ ຢຶດຄອງເອົາເປັນຫົວເມືອງຂຶ້ນ. ຕະຫຼອດໄລຍະສ້າງຕັ້ງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ ແລະ ນຳພາການປະຕິວັດ 70 ປີ ຜ່ານມາ ພັກເຮົາຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດວິທະຍາສາດ; ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອອັນດີງາມຂອງພັກຂອງຊາດ ແລະ ຈຸດພິເສດຂອງ ສປປ ລາວ; ພັກໄດ້ຢຶດໝັ້ນ ຢ່າງສະເໝີຕົ້ນສະເໝີຕໍ່ອຸດົມການສັງຄົມນິຍົມ ດ້ວຍການສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ. ໃນເງື່ອນໄຂໃໝ່ ພັກເຮົາໄດ້ສືບຕໍ່ນຳພາປະເທດຊາດຜ່ານຜ່າ ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຕ່າງໆ ສາມາດຍາດໄດ້ຜົນງານໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາປະເທດຊາດມີຜົນສຳເລັດເປັນກ້າວໆ. ເຮັດໃຫ້ປະເທດເຮົາ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຖືເອົາການຍູ້ແຮງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ເພີ່ມທະວີຄວາມສາມາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ຍົກສູງບົດບາດຂອງປະເທດໃນເວທີສາກົນນັບມື້ສູງຂຶ້ນ; ປັບປຸງຄວາມເຊື່ອໝັ້ນຂອງປະຊາຊົນບັນດາເຜົ່າຕໍ່ກັບການຊີ້ນຳ-ນຳພາຂອງພັກ. ພັກເຮົາສົມແລ້ວທີ່ເປັນກຳລັງຫຼັກແຫຼ່ງນຳພາໃນທົ່ວລະບົບ ການເມືອງ ປະຊາທິປະໄຕ ປະຊາຊົນ, ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ນັ້ນ ນອກຈາກການຊີ້ນຳ-ນຳພາ ອັນໜັກແໜ້ນຂອງພັກແລ້ວ ແມ່ນມາຈາກຄວາມພະຍາຍາມສູ້ຊົນ, ບາກບັ່ນຂອງທົ່ວກອງທັບ, ທົ່ວປວງຊົນລາວ ທັງຊາດ, ໃນນັ້ນ ມີການປະກອບສ່ວນດ້ວຍການເສຍສະຫຼະຊີິວິດເລືອດເນື້ອເຫື່ອແຮງ, ສະຕິປັນຍາອັນສຳຄັນ ຂອງຖັນແຖວພະນັກງານ-ສະມາຊິກພັກ, ນັກຮົບ ແລະ ຕະຫຼອດຮອດປະຊາຊົນບັນດາເຜົ່າຊັ້ນຄົນຕ່າງໆ. ພວກເຮົາມີຄວາມເອກອ້າງທະນົງໃຈຕໍ່ທາດແທ້ອັນດີງາມ, ມູນເຊື້ອວິລະຊົນ ແລະ ປະຫວັດສາດອັນສະຫວ່າງສະໄຫວຂອງພັກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa