ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງ ເປີດຝຶກອົບຮົມວຽກງານ.

ຕອນເຊົ້າວັນທີ 15 ຕຸລາ 2025, ທີ່ສະໂມສອນເມືອງງາ, ແຂວງອຸດົມໄຊ ໄດ້ມີພິທີເປີດການຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາ ຢ່າງເປັນທາງການ. ໂດຍການເປັນປະທານຂອງ ສະຫາຍ ນາງ ມະນີຈັນ ວິໄລຈິດ, ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ. ມີສະຫາຍ ອິນຕາ ບົວລະພາ, ກໍາມະການປະຈໍາພັກເມືອງ, ຮອງເຈົ້າເມືອງງາ; ສະຫາຍ ບົວວົງ ພົມພັກດີ, ຮອງຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍສໍາມະນາກອນທັງໝົດ 27 ສະຫາຍ, ຍິງ 4 ສະຫາຍ.

ພິທີຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ການນໍາ ແລະ ພະນັກງານຫຼັກແຫຼ່ງຂອງເມືອງງາ ໃນການຈັດຕັ້ງປະຕິບັດວຽກງານໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ມີປະສິດທິຜົນ ແລະ ການຝຶກອົບຮົມຄັ້ງນີ້ຈະສຸມໃສ່ເນື້ອໃນເອກະສານທີ່ສໍາຄັນຈໍານວນ 4 ບົດຄື: ບົດທີ 1: ບັນຫາພື້ນຖານຂອງວຽກງານໂຄສະນາ, ເຊິ່ງຈະສຶກສາເຖິງຫຼັກການ ແລະ ບົດບາດຂອງວຽກງານດັ່ງກ່າວ; ບົດທີ 2: ຄຸນລັກສະນະ ແລະ ສິລະປະໃນການປາກເວົ້າ, ເພື່ອພັດທະນາທັກສະການສື່ສານໃຫ້ມີປະສິດທິພາບ ແລະ ບົດທີ 3 ໂຄສະນາຜ່ານສື່, ບົດທີ 4 ບັນດານິຕິກໍາ ແລະ ບາງບົດຮຽນ ໃນການເຄື່ອນໄຫວວຽກງານໂຄສະນາ.

ໃນໂອກາດດັ່ງກ່າວປະທານໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ພິທີຝຶກອົບຮົມ ໂດຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງວຽກງານໂຄສະນາ-ປາຖະກະຖາ ເຊິ່ງເປັນວຽກງານໜຶ່ງທີ່ສໍາຄັນປະຈັນບານ ແລະ ຈໍາເປັນຍິ່ງຂອງວຽກງານການເມືອງ-ແນວຄິດ ທີ່ພັກເຮົາໄດ້ຖືສໍາຄັນວຽກງານນີ້ຢ່າງກວ້າງຂວາງ ແລະ ໄດ້ສຸມໃສ່ຈັດຕັ້ງປະຕິບັດຈົນສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງຫຼາຍດ້ານ, ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນຜົນສໍາເລັດລວມຂອງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອກ້າວຂຶ້ນສູ່ຈຸດໝາຍທີ່ກໍານົດໄວ້ ສະນັ້ນ ຈຶ່ງຮຽກຮ້ອງໃຫ້ສໍາມະນາກອນຄົ້ນຄວ້າ, ເຊື່ອມຊຶມ, ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ກໍາແໜ້ນທີ່ຕັ້ງ, ບົດບາດ, ໜ້າທີ່ພື້ນຖານຂອງວຽກງານໂຄສະນາອົບຮົມ. ເພື່ອຈະສາມາດນໍາເອົາເນື້ອໃນຈິດໃຈດັ່ງກ່າວ ໄປສຶກສາອົບຮົມໃຫ້ປະຊາຊົນບັນດາເຜົ່າທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຮັບຮູ້-ເຂົ້າໃຈຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງຕາມແນວທາງຂອງພັກ.

ພາບ-ຂ່າວ : ພູວັນ ອ່ອນພະຈັນ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa