ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະໂຄສະນາອົບຮົມແຂວງ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງແບງ
ຕອນບ່າຍຂອງວັນທີ 20 ພຶດສະພາ 2025 ທິມງານຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງແບງ. ເຊິ່ງໄດ້ເຂົ້າພົບ ທ່ານ ຄໍາພອນ ພີມມະລາດ ເລຂາພັກເມືອງ, ເຈົ້າເມືອງ ເມືອງແບງ. ນໍາພາທິມງານໂດຍ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມໂຄສະນາ (ຄະນະໂຄສະນາອົບຮົມສູນກາງພັກ) ພ້ອມທັງລາຍງານຈຸດປະສົງໃນການລົງເຄື່ອນໄຫວວຽກຢູ່ເມືອງແບງໃນຄັ້ງນີ້ ໂດຍສະເພາະແມ່ນການລົງໂຄສະນາເຄື່ອນທີ່ ຢູ່ບ້ານ ນາງົວ. ທ່ານ ຄໍາພອນ ພີມມະລາດ ໄດ້ກ່າວຕ້ອນຮັບ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ ທິມງານໂຄສະນາອົບຮົມສູນກາງພັກ, ແຂວງທີ່ໄດ້ລົງເຄື່ອນໄຫວຢູ່ເມືອງແບງຄັ້ງນີ້ ໄດ້ນໍາເອົາສາລະຄະດີ 70 ປີ ການນໍາພາພັກປະຊາຊົນ ປະຕິວັດລາວ ແລະ ສາລະຄະດີຜົນຮ້າຍຢາເສບຕິດ ມາເຜີຍແຜ່ໃຫ້ປະຊາຊົນຊາວເມືອງແບງຮັບຮູ້, ເຂົ້າໃຈຕໍ່ການນໍາພາ-ຊີ້ນໍາຂອງພັກໃຫ້ເລິກເຊິ່ງ. ພ້ອມດຽວກັນຄະນະທິມງານກໍ່ໄດ້ພົບປະແລກປ່ຽນບົດຮຽນວຽກງານຮອບດ້ານ ນໍາຄະນະໂຄສະນາອົບຮົມເມືອງແບງ ໄດ້ຮັບຟັງການລາຍງານ ຂອງທ່ານ ນາງ ມະນີວັນ ອານຸສອນ, ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງແບງ ເຊິ່ງໃຫ້ຮູ້ວ່າໄລຍະຜ່ານມາ ຄະນະໂຄສະນາອົບຮົມເມືອງແບງ ພວມສຸມໃສ່ແຜນດໍາເນີນງານ ແຕ່ນີ້ຮອດປີ 2029 ຕາມມະຕິກອງປະຊຸມໃຫຍ່ຂອງເມືອງ, ມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ ແລະ ວຽກງານວິຊາສະເພາະ ຂອງຄະນະໂຄສະນາອົບຮົມເມືອງ ສຸມໃສ່ 3 ແຜນງານ, 6 ໂຄງການ ແລະ 12 ກິດຈະກໍາ, ສະພາບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ບັນຫາທີ່ຍັງຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ຂໍ້ສະເໜີ ແລະ ແຜນວຽກທີ່ຈະສືບຕໍ່ໃນຕໍ່ໜ້າ.
ຕອນຄໍ່າທິມງານໄດ້ລົງສາຍສາລະຄະດີ ຢູ່ບ້ານ ນາງົວ ເຊິ່ງເຂົ້າຮ່ວມຂອງຄະນະພັກກຸ່ມບ້ານ, ນາຍບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ ທິມງານໄດ້ສາຍສາລະຄະດີ 70 ປີ ການນໍາພາພັກປະຊາຊົນປະຕິວັລາວ, ເສັ້ນທາງສາຍພູຫຼວງຕາເວັນຕົກ ແລະ ສາລະຄະດີການເດີນທາງຂອງໄຟຟ້າ ສາຍໃຫ້ປະຊາຊົນຢູ່ຮາກຖານໄດ້ຮັບຮູ້, ເຂົ້າໃຈ ແລະ ຫວນຄືນມູນເຊື້ອການປະຕິວັດຂອງພັກປະຊາຊົນປະຕິວັດລາວ ພ້ອມທັງຈັດກິດຈະກໍາຖາມ-ຕອບ ຄວາມຮູ້ຮອບຕົວເພື່ອໃຫ້ປະຊາຊົນມີສ່ວນຮ່ວມຮັບຂອງລາງວັນ ຈາກຄະນະທີມງານເຫັນວ່າເປັນຂະບວນຝົດຟື້ນ.