ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວເຮັດຢູ່ແຂວງອຸດົມໄຊ

ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວເຮັດຢູ່ແຂວງອຸດົມໄຊ

          ໃນວັນທີ 19 ພຶດສະພາ 2025 ຜ່ານມານີ້ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ເຄື່ອນໄຫວຢູ່ແຂວງອຸດົມໄຊຢ່າງເປັນທາງການ ໃຫ້ກຽດຕ້ອນຮັບໂດຍ ທ່ານ ນາງ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ ນໍາພາທິມງານໂດຍ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມໂຄສະນາ ໄດ້ລາຍງານຈຸດປະສົງທີ່ໄດ້ລົງເຄື່ອນໄຫວວຽກງານໂຄສະນາເຄື່ອນທີ່ ຢູ່ແຂວງອຸດົມໄຊໃນຄັ້ງນີ້ ເພື່ອເຄື່ອນໄຫວໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ບັນດາມະຕິ, ຄໍາສັ່ງ ໂດຍສະເພາະແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມູນເຊື້ອຂອງຊາດ, ຂອງພັກ, ຂອງທ່ານຜູ້ນໍາ ແລະ ສາລະຄະດີຄອບຄົວຕົວແບບທີ່ດີເດັ່ນດ້ານຕ່າງໆ, ໃຫ້ແກ່ອົງການປົກຄອງບ້ານ, ພະນັກງານ, ສະມາຊິກພັກ, ປະຊາຊົນ, ນັກຮຽນ, ຊາວໜູ່ມ, ເຍົາວະຊົນໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ, ພ້ອມທັງເກັບກໍາຂໍ້ມູນ ຄອບຄົວຕົວແບບ ໃນການຜະລິດເປັນສິນຄ້າ ຢູ່ເມືອງຮຸນ, ເມືອງແບງ. ໂອກາດດັ່ງກ່າວ ທ່ານ ນາງ ມະນີຈັນ ວິໄລຈິດ ໄດ້ກ່າວຕ້ອນຮັບທິມງານທີ່ໄດ້ລົງມາເຮັດວຽກໃນຄັ້ງນີ້ ແລະ ໄດ້ຍ້ອງຍໍຊົມເຊີຍ ຄະນະພັກ, ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ທີ່ເຫັນໄດ້ຄວາມສໍາຄັນໃນການລົງເຄື່ອນໄຫວໂຄສະນາເຄື່ອນທີ່ ນໍາເອົາສາລະຄະດີວັນສໍາຄັນຂອງພັກ-ລັດ ໂດຍສະເພາະແມ່ນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ສາລະຄະດີການປູກ-ການລ້ຽງ ແລະ ສາລະຄະດີຜົນຮ້າຍຂອງຢາເສບຕິດ ໃຫ້ປະຊາຊົນຮັບຮູ້ເຂົ້າໃຈຕໍ່ການນໍາພາ-ຊີ້ນໍາຂອງພັກ ພ້ອມທັງສະເໜີໃຫ້ຄະນະພັກ, ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ສືບຕໍ່ ໃຫ້ທິດຊີ້ນໍາວຽກງານວິຊາສະເພາະຮອບດ້ານຫັນເປັນທັນສະໄໝຂຶ້ນເລື້ອຍໆ.

 

 

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa