ຄະນະທີມງານຄົ້ນຄ້ວາເກັບກຳແນວຄິດໄກສອນ ພົມວິຫານ ຢູ່ແຂວງອຸດົມໄຊ.

ຕອນບ່າຍຂອງວັນທີ 22 ເມສາ 2024 ຄະນະທີມງານຄະນະຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ໄດ້ມາເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ນໍາພາທີມງານ ໂດຍ ປທ. ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ຄະນະພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍຄະນະທີມງານ ພາຍຫຼັງມາເຖີງກໍ່ໄດ້ເຂົ້າພົບການນໍາຂອງແຂວງ ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງໃຫ້ກຽດຕ້ອນຮັບ ຂອງທ່ານ ຄໍາພຽງ ຢາຈົງວາ ຮອງເລຂາພັກ ແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ

ໃນການເຂົ້າພົບການນໍາແຂວງ ທ່ານ ປທ. ຄໍາຫຼ້າ ແກ້ວອຸ່ນຄໍາ ໄດ້ແຈ້ງຈຸດປະສົງໃນການມາເຄື່ອນໄຫວເຮັດວຽກຢູ່ ແຂວງອຸດົມໄຊ ແມ່ນເພື່ອຄົ້ນຄວ້າແນວຄິດໄກສອນພົມວິຫານ  ໃນຫົວຂໍ້: ຊີວິດ ແລະ ພາລະກິດປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ; ກ່ຽວກັບການສ້າງຄວາມສາມັກຄີປອງດອງຊາດ; ເພື່ອເຮັດໃຫ້ປື້ມນິພົນແນວຄິດ ໄກສອນ ພົມວິຫານ ຮັບປະກັນໃຫ້ໄດ້ລັກສະນະວິທະຍາສາດ ແລະ ສອດຄ່ອງກັບຕົວຈິງການມາເຮັດວຽກໃນຄັ້ງນີ້ແມ່ນຈະໄດ້ລົງໄປເກັບກຳຂໍ້ມູນ ແລະສໍາພາດອາດິດການນໍາຂອງແຂວງ ອາດີດການນໍາຂັ້ນເມືອງ, ອາດິດ ເລຂາພັກບ້ານ, ອາດິດຫົວໜ້າຕາແສງ ຢູ່ເມືອງແບງ ແລະ ເມືອງຮຸນ ທີ່ໄດ້ເຂົ້າຮ່ວມເຮັດວຽກ ຮ່ວມປະທານໄກສອນ ພົມວິຫານ ໃນໄລຍະປີ 1975-1992 ຫຼັງຈາກນັ້ນທ່ານຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ ພະນັກງານ ໄດ້ຍ້ອງຍໍຊົມເຊີຍຄະນະທີມງານທີ່ມີຄວາມຕັດສິນໃຈສູງເລືອກເອົາແຂວງອຸດົມໄຊເປັນແຂວງໃຫ້ຂໍ້ມູນການເຄື່ອນໄຫວ ຂອງປະທານ ໄກສອນ ພົມວິຫານ ແລະສະແດງຄວາມຂອບໃຈຢ່າງລົ້ນເຫຼືອພ້ອມທັງກ່າວຍີນດີ ແລະຈະອໍານວຍຄວາມສະດວກໃຫ້ທີມງານຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດຕາມຄາດໜາຍທີ່ວ່າງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa