ກອງໂຄສະນາເຄື່ອນທີ່ຄະນະໂຄສະນາອົບຮົມແຂວງອຸດົມໄຊ ສົມທົບກັບ ຄະນະໂຄສະນາອົບຮົມເມືອງໄຊ ລົງໂຄສະນາປາຖະກະຖາ ແລະ ໂຄສະນາເຄື່ອນທີ່ ຢູ່ບ້ານລ້ອງຍາ ເມືອງໄຊ
ຕອນຄໍ່າ ຂອງວັນທີ 5 ມິຖຸນາ 2025 ຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງໄຊ ລົງໂຄສະນາປາຖະກະຖາ ແລະ ໂຄສະນາເຄື່ອນທີ່ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ນໍາພາທິມງານໂດຍທ່ານ ພູວັນ ອ່ອນພະຈັນ ຫົວໜ້າຂະແໜງໂຄສະນາ ຄະນະໂຄສະນາອົບຮົມແຂວງ ມີທ່ານ ຈັນທີ ຈັນຕະລັງ ເລຂາພັກບ້ານ ນາຍບ້ານ, ຄະນະພັກບ້ານ ປະຊາຊົນພາຍໃນເຂົ້າຮ່ວມຢ່າງພ້ອມພຽງ.
ການລົງເຄື່ອນໄຫວໂຄສະນາເຄື່ອນທີ່ໃນຄັ້ງນີ້ ທ່ານ ພູວັນ ອ່ອນພະຈັນ ໄດ້ຍົກໃຫ້ຮູ້ເຖິງຂະບວນວິວັດແຫ່ງການກໍາເນີດຂະຫຍາຍຕົວ ຂອງພັກປະຊາຊົນລາວ ຕະຫຼອດ 70 ປີ ແຫ່ງການນຳພາຂອງພັກ, ພັກເຮົາໄດ້ແບກຫາບພາລະກຳປະຫວັດສາດອັນຍິ່ງໃຫຍ່ໃນແຕ່ລະໄລຍະທີ່ແຕກຕ່າງກັນ, ແຕ່ດ້ວຍມູນເຊື້ອອົງອາດກ້າແກ່ນ ພັກເຮົາຕັດສິນໃຈນຳພາ ສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການ, ພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍກຳນົດໄວ້ໃຫ້ເປັນຈິງ ດ້ວຍການເສີມຂະຫຍາຍມູນເຊື້ອທາດແທ້ຂອງພັກ ປະຊາຊົນປະຕິວັດລາວ ພັກເຮົາມີຄວາມຈົງຮັກພັກດີ ແລະ ຢຶດໝັ້ນໃນແນວຄິດ-ທິດສະດີມາກ-ເລນິນ ແນວຄິດ ໄກສອນ ພົມວິຫານ ກໍຄືຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ, ບໍ່ຄໍາພີຕາຍຕົວແຕ່ຫາກມີຄວາມເປັນເຈົ້າການປະດິດສ້າງໃນການໝູນໃຊ້ທິດສະດີ ແລະ ບົດຮຽນດ້ານຕ່າງໆ ເຂົ້າກັບເງື່ອນໄຂຕົວຈິງ ແລະ ສະພາບຈຸດພິເສດຂອງປະເທດຊາດ ສາມາດປະຕິບັດພາລະກຳປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ. ໃນປັດຈຸບັນ ພັກເຮົາຍິ່ງມີຄວາມຮັບຜິດຊອບອັນໜັກໜ່ວງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ ລວມທັງຄວາມບອບບາງທາງດ້ານເສດຖະກິດມະຫາພາກ; ການເພີ່ມທະວີສະກັດກັ້ນກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກຄົນບໍ່ດີ ຕໍ່ລະບອບໃໝ່ຂອງພວກເຮົາດ້ວຍຫຼາຍຮູບການ ແລະ ບັນດາປະກົດການຫຍໍ້ທໍ້ໃນສັງຄົມນັບມື້ເກີດຂຶ້ນຢ່າງຕໍ່ເນື່ອງ, ການສຶກສາພົບກັບຄວາມຫຍຸ້ງຍາກ, ຄ່າຄອງຊີບນັບມື້ສູງຂຶ້ນ ແລະ ອື່ນໆ. ພ້ອມດຽວກັນຍັງໄດ້ຊົມສາລະຄະດີ 70 ປີ ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ສາລະຄະດີ 54 ປີ ແຫ່ງການນໍາພາ-ຊີ້ນໍາ ຂອງອົງຄະນະພັກແຂວງອຸດົມໄຊ ພ້ອມທັງມີກິດຈະກໍາຖາມ-ຕອບ ຄວາມຮູ້ຮອບຕົວເພື່ອໃຫ້ປະຊາຊົນມີສ່ວນຮ່ວມຮັບຂອງລາງວັນ ຈາກຄະນະທີມງານເຫັນວ່າເປັນຂະບວນຝົດຟື້ນ.