ກອງໂຄສະນາເຄື່ອນທີ່ຄະນະໂຄສະນາອົບຮົມແຂວງອຸດົມໄຊ ສົມທົບກັບ ຄະນະໂຄສະນາອົບຮົມເມືອງໄຊ ລົງໂຄສະນາປາຖະກະຖາ ແລະ ໂຄສະນາເຄື່ອນທີ່ ຢູ່ບ້ານແຟນ ເມືອງໄຊ

ກອງໂຄສະນາເຄື່ອນທີ່ຄະນະໂຄສະນາອົບຮົມແຂວງອຸດົມໄຊ ສົມທົບກັບ ຄະນະໂຄສະນາອົບຮົມເມືອງໄຊ ລົງໂຄສະນາປາຖະກະຖາ ແລະ ໂຄສະນາເຄື່ອນທີ່ ຢູ່ບ້ານແຟນ ເມືອງໄຊ

ຕອນຄໍ່າ ຂອງວັນທີ 4 ມິຖຸນາ 2025 ກອງໂຄສະນາເຄື່ອນທີ່ຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງໄຊ ລົງໂຄສະນາປາຖະກະຖາ ແລະ ໂຄສະນາເຄື່ອນທີ່ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ນໍາພາທິມງານໂດຍທ່ານ ພູວັນ ອ່ອນພະຈັນ ຫົວໜ້າຂະແໜງໂຄສະນາ, ມີທ່ານ ນາງ ໄພສອນ ສອນມະນີ ເລຂາພັກບ້ານ, ນາຍບ້ານ, ຄະນະພັກບ້ານ ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ໃນການລົງໂຄສະນາໃນຄັ້ງນີ້ ທ່ານ ພູວັນ ອ່ອນພະຈັນ ໄດ້ຍົກໃຫ້ຮູ້ເຖິງຂະບວນວິວັດແຫ່ງການກໍາເນີດ ຂອງພັກປະຊາຊົນລາວ. ມາ​ຮອດວັນ​ທີ 22 ມີ​ນາ 1955 ກອງ​ປະ​ຊຸມ​ໃຫຍ່​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ຈິ່ງ​ໄດ້​ໄຂ​ຂຶ້ນ ຢູ່​ທີ່​ບ້ານ​ນາ​ແມວ, ເມືອງວຽງ​ໄຊ, ແຂວງ​ຫົວ​ພັນ ໂດຍ​ເອີ້ນ​ຊື່​ວ່າ: “ພັກ​ປະ​ຊາ​ຊົນ​ລາວ” ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ໄດ້​ຖືກ​​ເລືອກຕັ້ງເປັນເລຂາຄະນະຊີ້ນຳສູນກາງ (​ເລ​ຂາ​ທິ​ການ​ໃຫຍ່) ໄດ້ວາງແຜນດຳເນີນງານຂອງພັກ 12 ຂໍ້ ຖືກຮັບຮອງໃນກອງປະຊຸມໃຫຍ່ຄັ້ງທີ I ຂອງພັກ ເພື່ອແນໃສ່ເຮັດລ້ອນໜ້າທີ່ຂອງພັກໃນໄລຍະໃໝ່, ກາຍເປັນແນວ ທາງກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ, ພັກໄດ້ນໍາພາປະຊາຊົນບັນດາເຜົ່າ ດໍາເນີນການຕໍ່ສູ້ຍາດເອົາໄຊຊະນະນັບມື້ນັບໃຫຍ່ຫຼວງ, ສາມາດເຕົົ້າໂຮມຄວາມສາມັກຄີທົ່ວປວງຊົນ ເຮັດສຳເລັດພາລະກິດປົດປ່ອຍຊາດ ເຮັດໃຫ້ປະເທດລາວເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ. ພັກເຮົານັບແຕ່ມື້ສ້າງຕັ້ງຂຶ້ນເວລາໃດກໍຢຶດໝັ້ນໃນທາດແທ້ ຖືປະຊາຊົນເປັນກົກ ແລະ ມີຄວາມຈົງຮັກພັກດີຕໍ່ຜົນປະໂຫຍດລວມຂອງຊາດ, ຂອງປະຊາຊົນ; ຖືການສະໜັບສະໜູນຂອງປະຊາຊົນ ເປັນສິ່ງສໍາຄັນຕັດສິນບົດບາດນໍາພາ ແລະ ການກໍາອໍານາດຂອງພັກ; ເປັນເຈົ້າການປັບປຸງແບບແຜນວິທີນໍາພາຂອງພັກ, ເຄື່ອນໄຫວຕິດແທດກັບປະຊາຊົນ, ເຄົາລົບສິດເປັນເຈົ້າຂອງປະຊາຊົນ, ເຮັດທຸກສິ່ງທຸກຢ່າງ ເພື່ອຄວາມຮັ່ງມີຜາສຸກຂອງປະຊາຊົນ ແລະ ຄວາມມັ່ງຄັ່ງເຂັ້ມແຂງຂອງປະເທດຊາດ. ພ້ອມດຽວກັນຍັງໄດ້ຊົມສາລະຄະດີ 70 ປີ ການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ສາລະຄະດີ 54 ປີ ແຫ່ງການນໍາພາ-ຊີ້ນໍາ ຂອງອົງຄະນະພັກແຂວງອຸດົມໄຊ ພ້ອມທັງມີກິດຈະກໍາຖາມ-ຕອບ ຄວາມຮູ້ຮອບຕົວເພື່ອໃຫ້ປະຊາຊົນມີສ່ວນຮ່ວມຮັບຂອງລາງວັນ ຈາກຄະນະທິມງານດ້ວຍບັນຍາກາດຝົດຟື້ນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa