ກອງປະຊຸມ ສະຫຼຸບການນໍາພາ-ຊີ້ນໍາ ຂອງໜ່ວຍພັກຮາກຖານ ແລະ ການເຄື່ອນໄຫວວຽກງານຕິດຕາມກວດກາພັກ-ລັດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2024

ກອງປະຊຸມ ສະຫຼຸບການນໍາພາ-ຊີ້ນໍາ ຂອງໜ່ວຍພັກຮາກຖານ ແລະ ການເຄື່ອນໄຫວວຽກງານຕິດຕາມກວດກາພັກ-ລັດ ປະຈໍາ 6 ເດືອນຕົ້ນປີ  ແລະ ທິດແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2024 ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 2 ກໍລະກົດ 2024 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ຢ່າງເປັນທາງການ.  ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຜ່ານ ແລະ ຮັບຮອງຮ່າງບົດສະຫຼຸບການນໍາພາ-ຊີ້ນໍາ ຂອງໜ່ວຍພັກຮາກຖານ ແລະ ການເຄື່ອນໄຫວວຽກງານຕິດຕາມກວດກາພັກ-ລັດ ປະຈໍາ 6 ເດືອນຕົ້ນປີ  ແລະ ທິດແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2024 ເຊິ່ງໃນໄລຍະຜ່ານມາຄະນະກວດກາພັກ-ລັດ ຂອງຄະນະໂຄສະນາອົບຮົມແຂວງ ໄດ້ເຄື່ອນ​ໄຫວວຽກງານ ກວດກາ​ຕາມ 5 ໜ້າທີ ແລະ 3 ສິດຂອງຄະນະກວດກາພັກ ສາມາດຍາດໄດ້ຜົນສໍາເລັດໃນຫຼານດ້ານ ເປັນຕົ້ນ: ດ້ານ ການເມືອງ-ແນວຄິດ ໄດ້ນໍາເອົາບັນດາມະຕິ, ຄຳສັ່ງ, ດຳລັດ, ຄຳແນະນໍາ ແລະ ມູນເຊື້ອສຳຄັນຂອງຊາດ, ຂອງພັກ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ປາຖະກະຖາໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນຄວາມຮັບຜິດຊອບ ໄດ້ຢ່າງຄົບຖ້ວນ. ດ້ານແບບແຜນນໍາພາ-ວິທີເຮັດວຽກ ແມ່ນປະຕິບັດຕາມຫຼັກການລວມສູນປະຊາທິປະໄຕພາຍໃນໝູ່ຄະນະເປັນຢ່າງດີ, ເຮັດວຽກແມ່ນມີແຜນການ, ແຜນງານຈະແຈ້ງ, ມີການຕິດຕາມ, ກວດກາ ແລະ ສະຫຼຸບລາຍງານຂັ້ນເທິງເປັນປົກກະຕິ ແລະ ມີການຮ່ວມຊີວິດພາຍໃນຄະນະພັກ ແລະ ພາຍໃນໜ່ວຍພັກຕາມກົດລະບຽບພັກຢ່າງເຂັ້ມງວດ. ວຽກງານປັບປຸ່ງ, ກໍ່ສ້າງ ແລະ ຂະຫຍາຍພັກ ຄະນະພັກໄດ້ຖືສຳຄັນວຽກງານປັບປຸງ, ກໍ່ສ້າງພັກຕິດພັນກັບວຽກງານຂະຫຍາຍພັກ ເຮັດໃຫ້ໜ່ວຍພັກ ແລະ ສະມາຊິກພັກເຄື່ອນໄຫວຖືກຕ້ອງຕາມແນວທາງແຜນນະໂຍບາຍ ແລະ ກົດລະບຽບຂອງພັກ ເປັນຕົ້ນແມ່ນການນຳພາດຳເນີນຊີວິດການເມືອງປະຈໍາເດືອນ,  6 ເດືອນ ເຊິ່ງໃນໄລຍະ 6 ເດືອນຕົ້ນປີ 2024 ຄະນະໂຄສະນາອົບຮົມແຂວງປະຕິບັດວຽກງານກວດກາພັກ-ລັດ ບັນລຸ 99%; ສະມາຊິກພັກບໍ່ມີສະຫາຍໃດຖືກປະຕິບັດວິໄນ ແລະ ພາຍໃນພັກມີຄວາມສາມັກຄີເປັນເອກະພາບ ແລະ ມີຄວາມສະຫງົບດີ.  ການນໍາໃຊ້ເງິນບຳລຸງຂອງພັກຖືກຕ້ອງຕາມລະບຽບການ. ວຽກງານປັບປຸງການຈັດຕັ້ງ ແລະ ວຽກງານກໍ່ສ້າງພະນັກງານ ໄດ້ສົ່ງພະນັກງານ ລົງກໍ່ສ້າງຮາກຖານ 1 ສະຫາຍ, ໄປຍົກລະດັບທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຈໍານວນ 1 ສະຫາຍ, ໄປຄົ້ນຄວ້າປະລິນຍາໂທ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈໍານວນ 1 ສະຫາຍ,  ພະນັກງານນໍາພາ-ຄຸ້ມຄອງ ຂອງຄະນະໂຄສະນາອົບຮົມເມືອງ ໄປຝຶກອົບຮົມວຽກງານໂຄສະນາ ໄລຍະສັ້ນ 2 ເດືອນ  ຢູ່ ສສ ຫວຽດນາມ ແລະ ແຈ້ງລາຍຊື່ ພະນັກງານ 2 ສະຫາຍ ໄປຍົກລະດັບທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ປະຈໍາປີ 2024. ຄະນະພັກ-ຄະນະນໍາໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກພັກ, ພະນັກງານ-ລັດຖະກອນຕາມລະບຽບການ ເປັນຕົ້ນນະໂຍບາຍອອກຮັບອຸດໜູນບໍານານ, ເລື່ອນຊັ້ນ-ຂັ້ນເງິນເດືອນ, ລາພັກເກີດລູກ-ລາພັກ ປະຈໍາປີ ແລະ ຊຸກຍູ້ສະມາຊິກພັກ-ພະນັກງານ ສ້າງເສດຖະກິດຄອບຄົວຕາມທ່າແຮງ ແລະ ເງື່ອນໄຂເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ. ຕ້ອນຮັບ ແລະ ສົ່ງ ຄະນະຜູ້ແທນຄະນະໂຄສະນາສຶກສາພັກແຂວງເຊິນລາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ທີ່ມາຜ່ານແຂວງອຸດົມໄຊ ໄປເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ ຈໍານວນ 4 ສະຫາຍ, ຍິງ 2 ສະຫາຍ ແລະ ໄດ້ສ້າງແຜນການ, ແຜນງົບປະມານສະເໜີຕໍ່ຄະນະປະຈໍາພັກແຂວງ ເພື່ອສ້າງເງື່ອນໄຂ ໃຫ້ຄະນະໂຄສະນາອົບຮົມແຂວງ ໄດ້ໄປຖອດຖອນບົດຮຽນນໍາຄະນະໂຄສະນາສຶກສາພັກແຂວງດຽນບຽນ, ເຊິນລາ ແລະ ຮານ່າມ ສສ ຫວຽດນາມໃນປີ 2025.  ວຽກງານລັດ: ຄະນະໂຄສະນາອົບຮົມແຂວງ ໄດ້ປະຕິບັດພາລະບົດບາດຕາມມະຕິຕົກລົງ ຂອງຄະນະບໍລິຫານງານພັກແຂວງ ສະບັບເລກທີ 1498/ຄບພຂ ລົງວັນທີ 15 ທັນວາ 2022 ແລະ ກໍານົດຕຳແໜ່ງງານສະບັບປັບປຸງ ເຫັນວ່າໄລຍະ 6 ເດືອນຕົ້ນປີ 2024 ບັນລຸ 99%, ໃນນີ້ຂະແໜງບໍລິຫານ ປະຕິບັດໄດ້  99%; ຂະແໜງໂຄສະນາ ປະຕິບັດໄດ້ 111%, ເກີແຜນ 11%; ຂະແໜງອົບຮົມ ປະຕິບັດໄດ້ 71% ແລະ ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານປະຕິບັດໄດ້ 101%, ເກີນແຜນ 1%.

ຕອນທ້າຍປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ເພີ່ມທະວີໃນການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ ໃຫ້ເລິກເຊິ່ງກວ່າເກົ່າ, ແນໃສ່ສ້າງພະນັກງານໂຄສະນາອົບຮົມໃຫ້ມີຄຸນທາກການເມືອງ, ຄຸນສົມບັດສິນທຳປະຕິບັດດີ, ເປັນແບບຢ່າງນຳໜ້າໃນການຈັດຕັ້ງຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ, ກົດລະບຽບພັກ ແລະ ລະບຽບກົດໝາຍຂອງລັດ ໂດຍສະເພາະແມ່ນການເປັນເສນາທິການວຽກງານການເມືອງ-ແນວຄິດໃຫ້ແກ່ຄະນະພັກຂັ້ນເທິງ ປະກອບສ່ວນເຮັດໃຫ້ວຽກງານໂຄສະນາອົບຮົມ ແຫັນປ່ຽນສູ່ຄຸນນະພາບໃໝ່ເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa