ກອງປະຊຸມເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານນັກຮົບກອງບັນຊາການ ປກຊ-ປກສແຂວງ

 

 

ກອງປະຊຸມເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານນັກຮົບກອງບັນຊາການ ປກຊ-ປກສແຂວງ

ກອງປະຊຸມເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານນັກຮົບກອງບັນຊາການ ປກຊ-ປກສແຂວງ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 12 ມິຖຸນາ 2025 ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານ ຂອງສະຫາຍ ນາງ ມະນີຈັນ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການຄະນະໜ່ວຍພັກ, ຮອງຫົວນ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບ ແລະ ສະມາຊິກພັກ, ພະນັກງານນັກຮົບກອງບັນຊາການ ປກຊ-ປກສ ອ້ອມຂ້າງແຂວງເຂົ້າຮ່ວມ.

ເອກະສານທີ່ນໍາມາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານນັກຮົບກອງບັນຊາການ ປກຊ-ປກສແຂວງ ປະກອບມີ 4 ບົດຄື: 1. ເສີມຂະຫຍາຍມູນເຊື້ອຂອງພັກ, 2. ຍົກສູງຄວາມສາມາດໃນການນໍາພາຂອງພັກ, 3. ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ ແລະ 4. ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນພັກ ເພື່ອຍົກສູງດ້ານການເມືອງ-ແນວຄິດ, ການເສີມຂະຫຍາຍມູນເຊື້ອອົງອາດສະຫງ່າຂອງພັກປະຊາຊົນປະຕິວັດລາວ, ເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານນັກຮົບ ເຂົ້າໃຈໜັກແໜ້ນຕໍ່ກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງເລິກເຊິ່ງ, ເປັນຕົ້ນແມ່ນບັນດາແນວທາງນະໂຍບາຍຂອງພັກ, ກຳແໜ້ນບັນດານິຕິກຳຕ່າງໆ ໂດຍສະເພາະ ແມ່ນຄວາມຮູ້ກ່ຽວກັບລັດທິມາກ-ເລນິນ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ.

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa