ກອງປະຊຸມເຊື່ອມຊຶມເອກະສານການເມືອງ-ແນວຄິດ ຕິດພັນກັບການທາບທາມບຸກຄະລາກອນ ກອງປະຊຸມໃຫຍ່ ອົງຄະນະເມືອງໄຊ ຄັ້ງທີ XIV, ຮອບທີ 1
ກອງປະຊຸມເຊື່ອມຊຶມເອກະສານການເມືອງ-ແນວຄິດ ຕິດພັນກັບການທາບທາມບຸກຄະລາກອນ ກອງປະຊຸມໃຫຍ່ ອົງຄະນະເມືອງໄຊ ຄັ້ງທີ XIV, ຮອບທີ 1 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ທັນວາ 2024 ທີ່ສະໂມງສອນແຂວງອຸດົມໄຊ ໂດຍການເປັນປະທານ ຂອງສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 4 , ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ສົມຄິດ ກັນສະໜິດ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ເມືອງໄຊ ພ້ອມດ້ວຍບັນດາສະຫາຍຄະນະບໍລິຫານພັກເມືອງ, ບັນດາຮາກຖານພັກອ້ອມຂ້າງເມືອງ, ສອງກອງບັນຊາການ ປກຊ-ປກສ, ຄະນະຮັບຜິດຊອບກອງປະຊຸມຂັ້ນແຂວງ-ເມືອງ, ຄະນະພັກບ້ານ, ນາຍບ້ານ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການກະກຽມດໍາເນີນກອງປະຊຸມອົງຄະນະພັກເມືອງ, ໄດ້ເຜີຍແຜ່ເຊື່ອມຊຶມເອກະສານ 4 ບົດ ເພື່ອເຮັດສະມາຊິກພັກໃຫ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ເອກະພາບຕໍ່ເນື້ອໃນກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເພື່ອຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາຊິກພັກ ແລະ ແນະນໍາເອກະສານ 3 ວັນປະຫວັດສາດ; ພ້ອມນັ້ນ ກໍໄດ້ຜ່ານມາດຖານ-ເງື່ອນໄຂຜູ້ລົງສະໝັກເລືອກຕັ້ງຄະນະບໍລິຫານງານພັກເມືອງຊຸດໃໝ່ ແລະ ດຳເນີນການປ່ອນບັດຄັດເລືອກເອົາບຸກຄະລາກອນຮອບ 1 ຕາມມາດຖານເງື່ອນໄຂ ແລະ ລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI.