ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານຄົ້ນຄວ້າ-ສັງລວມ ປະຈໍາປີ 2024 ແລະ ບັນດາແຜນການ ປີ 2025, ຕິດພັນກັບການອົບຮົມການນໍາໃຊ້ຮ່າງເອກະສານສໍາຄັນ.

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານຄົ້ນຄວ້າ-ສັງລວມ ປະຈໍາປີ 2024 ແລະ ບັນດາແຜນການ ປີ 2025, ຕິດພັນກັບການອົບຮົມການນໍາໃຊ້ຮ່າງເອກະສານສໍາຄັນ.

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຄົ້ນຄວ້າ-ສັງລວມ ປະຈໍາປີ 2024 ແລະ ບັນດາແຜນການ ປີ 2025, ຕິດພັນກັບການນໍາໃຊ້ຮ່າງເອກະສານສໍາຄັນຕ່າງໆ ໄດ້ຈັດຂຶ້ນໃນວັນທີ 7 ເມສາ 2025 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານ ຂອງທ່ານ ນາງ ກົງຈັນໄພມະນີ ຫົວໜ້າຂະແໜງສັລງວມ ແລະ ຂໍ້ມູນຂ່າວສານ. ມີບັນດາສະຫາຍຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານຜູ້ຮັບຜິດຊອບວຽກງານຄົ້ນຄວ້າ-ສັງລວມເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ-ສັງລວມ ປະຈໍາປີ 2024  ແຜນການປີ 2025 ວຽກງານຄົ້ນຄວ້າ-ສັງລວມເປັນກຸ່ມວຽກໜຶ່ງຂອງຂະແໜງສັງລວມ ແລະ ຂໍ້ມູນຂ່າວສານເຮັດ ໜ້າທີ່ໃນການຄົ້ນຄວ້າຜັນຂະຫຍາຍບັນດາມະຕິຂອງພັກ ກ່ຽວກັບວຽກງານການເມືອງ-ແນວຄິດ ເພື່ອສ້າງເປັນແຜນຍຸດທະສາດ, ແຜນພັດທະນາ, ແຜນງານ, ໂຄງການ ແລະ ກິດຈະກໍາວຽກງານໂຄສະນາອົບຮົມໃນແຕ່ລະໄລຍະ, ພ້ອມທັງເກັບກໍາ, ສັງລວມຜົນງານປະຈໍາເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ, ປີ, ເຄິ່ງສະໄໝ ແລະ 5 ປີ; ສະເໜີຂັ້ນເທິງຈັດກອງປະຊຸມດັດແກ້ແຜນການ, ກະກຽມດ້ານເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມວຽກງານໂຄສະນາອົບຮົມ, ວຽກງານການເມືອງ-ແນວຄິດທົ່ວແຂວງ, ການລົງຊຸກຍູ້ວິຊາສະເພາະຢູ່ອ້ອມຂ້າງແຂວງ, ບັນດາເມືອງ ແລະ ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຂອງຂັ້ນເທິງ. ເຊິ່ງຜົນງານໃນ 1 ປີຜ່ານມາສາມາດຕີລາຜົນສໍາເລັດດັ່ງນີ້: ຄົ້ນຄວ້າປັບປຸງຮ່າງບົດລາຍງານ, ຮ່າງບົດສະຫຼຸບ ສະໜອງໃຫ້ຜູ້ເຮັດວຽກງານຄົ້ນຄວ້າ-ສັງລວມແຂວງ-ເມືອງ ນໍາໃຊ້ ປະຈໍາປີ 2024 ໄດ້ 14 ເອກະສານ; ປັບປຸງແຜນພັດທະນາສໍາລັບຂະແໜງ ແລະ ຄະນະໂຄສະນາອົບຮົມແຂວງ, ຈັດກອງປະຊຸມສະຫຼຸບ-ຖອດຖອນບົດຮຽນ ວຽກງານຄົ້ນຄວ້າ-ສັງລວມ ປະຈໍາປີ 2023 ແລະ ສ້າງແຜນດໍາເນີນງານ ປະຈໍາປີ 2024; ອອກແຈ້ງການໃຫ້ຄະນະໂຄສະນາອົບຮົມ 7 ເມືອງ ແລະ ປັບປຸງກຸ່ມປະສານງານຜູ້ເຮັດວຽກງານຄົ້ນຄວ້າ-ສັງລວມແຂວງ-ເມືອງ ຕາມການປັບປຸງກົງຈັກການຈັດຕັ້ງແຕ່ລະໄລຍະ; ບັນທຶກ, ຕິດຕາມ ແລະ ເກັບກໍາການສົ່ງບົດລາຍງານ, ບົດສະຫຼຸບວຽກງານໂຄສະນາອົບຮົມ ຂອງ 4 ຂະແໜງ ແລະ 7 ເມືອງ ໄດ້ 168 ບົດ; ພ້ອມທັງສະຫຼຸບຜົນການຕິດຕາມແຕ່ລະໄລຍະລາຍງານຂັ້ນເທິງໄດ້ 16 ບົດ; ສະຫຼຸບສັງລວມຜົນການຕິດຕາມການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ຂອງບັນດາຮາກຖານພັກອ້ອມຂ້າງແຂວງ ແລະ 7 ເມືອງ ປະຈໍາ 3 ເດືອນ, 6 ເດືອນຕົ້ນປີ, 9 ເດືອນ ແລະ ປີ ລາຍງານຂັ້ນເທິງ ໄດ້ 4 ຄັ້ງ; ກະກຽມດ້ານເນື້ອໃນໃຫ້ແກ່ຄະນະລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ 7 ເມືອງ ປະຈໍາປີ 2024 ພ້ອມທັງສະຫຼຸບສັງລວມຜົນສໍາເລັດຕິດພັນກັບການສະເໜີຂໍທິດຊີ້ນໍາໃນການປັບປຸງແບບແຜນເຄື່ອນໄຫວໃນຕໍ່ໜ້າຈາກຂັ້ນເທິງ ໄດ້ 1 ບົດ; ສະຫຼຸບ 40 ປີ ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັການຂອງພັກປະຊາຊົນປະຕິວັດລາວ ຢູ່ແຂວອຸດົມໄຊ ສໍາເລັດຂັ້ນພື້ນຖານ;ສະຫຼຸບລາຍງານວຽກງານໂຄສະນາອົບຮົມແຂວງປະຈໍາເດືອນ ​ມັງກອນ-ທັນວາ, ໄລຍະ 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈໍາປີ 2024; ບົດສະຫຼຸບ ວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2023 ແລະ ໄລຍະ 5 ປີ 2021-2025 ສົ່ງໃຫ້ຄະນະໂຄສະນາອົບຮົມສູນກາງພັກ, ຫ້ອງວ່າການແຂວງ, ອົງການແນວລາວສ້າງຊາດແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ ໄດ້ 18 ບົດ, ພ້ອມທັງຄົ້ນຄວ້າຂຽນແຜນພັດທະນາວຽກງານໂຄສະນາອົບຮົມແຂວງ 5 ປີ ຄັ້ງທີ II (2025-2029) ສະຫຼຸບລາຍງານວຽກງານຂະແໜງ ປະຈໍາເດືອນ ​ມັງກອນ-ທັນວາ, ໄລຍະ 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈໍາປີ 2024  ສົ່ງໃຫ້ຜູ້ຮັບຜິດຊອບວຽກງານຄົ້ນຄວ້າ-ສັງລວມ ແລະ ຄະນະຜູ້ຊີ້ນຳ ໄດ້ 16 ບົດ, ພ້ອມທັງຄົ້ນຄວ້າຂຽນແຜນພັດທະນາວຽກງານຂະແໜງ 5 ປີ ຄັ້ງທີ II (2025-2029) ສໍາເລັດຂັ້ນພື້ນຖານ; ສໍາເລັດການກະກຽມດ້ານເນື້ອໃນ ຈັດກອງປະຊຸມວຽກງານໂຄສະນາອົບຮົມທົ່ວແຂວງ  ປະຈຳປີ 2023, ໄລຍະ 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈໍາປີ 2024; ພິທີພົບປະແລກປ່ຽນບົດຮຽນວຽກວິຊາສະເພາະກັບຄະນະທິມງານຫ້ອງການຄະນະໂຄສະນາອົບຮົມສູນກາງ; ພິທີສໍາພາດ ຂອງກົມໂຄສະນາ ແລະ ວິທະຍຸກອງທັບປະຊາຊົນລາວ; ກອງປະຊຸມສໍາມະນາເພື່ອລະດົມຄວາມເຫັນໃສ່ຮ່າງໂຄງການການເມືອງ ຂອງພັກປະຊາຊົນປະຕິວັດລາວ ຢູ່ແຂວງອຸດົມໄຊ; ການມາເຮັດວຽກ ຂອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ກອງປະຊຸມທາບທາມຄວາມຄິດ, ຄວາມເຫັນໃສ່ເອກະສານກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢູ່ 6 ແຂວງພາກເໜືອ; ພ້ອມນັ້ນ ໄດ້ຊ່ວຍຂະແໜງໂຄສະນາ ແລະ ຂະແໜງອົບຮົມກະກຽມດ້ານເນື້ອໃນ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ການຈັດຕັ້ງເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ (4 ບົດ) ຢູ່ 7 ເມືອງ  ລວມທັງໝົດ 14 ວຽກງານ ແລະ ວຽກງານອື່ນໆ ທຽບໃສ່ແຜນການປີ ວຽກງານຄົ້ນຄວ້າ-ສັງລວມ ປະຕິບັດໄດ້ 100%. ນອກນັ້ນຍັງໄດ້ຮັບຮອງບັນດາແຜນການ ປີ 2025 ແລະ ອົບຮົມການນໍາໃຊ້ຮ່າງບົດລາຍງານ, ຮ່າງບົດສະຫຼຸບ, ການສ້າງແຜນການ, ແຜນດໍານເນີນງານ ແລະ ແຜນງົບປະມານ ທີ່ຈະນໍາໃຊ້ໃນປີ 2025.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa