ກອງປະຊຸມວຽກງານໂຄສະນາອົບຮົມ ແລະ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມທົ່ວແຂວງ ປະຈໍາປີ 2024

ກອງປະຊຸມວຽກງານໂຄສະນາອົບຮົມ ແລະ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມທົ່ວແຂວງ ປະຈໍາປີ 2024
ກອງປະຊຸມວຽກງານໂຄສະນາອົບຮົມ ແລະ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມທົ່ວແຂວງອຸດົມໄຊ ປະຈໍາປີ 2024 ໄດ້ໄຂຂຶ້ນໃນວັນທີ 25 ກຸມພາ 2025 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີ ສະຫາຍ ມະນີຈັນ ວິໄລຈິດ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍກໍາມະການພັກແຂວງ, ເລຂາ, ຮອງເລຂາໜ່ວຍພັກຮາກຖານອ້ອມຂ້າງແຂວງ, ສອງກອງບັນຊາການ ທະຫານ, ຕຳຫຼວດ, ເລຂາ, ຮອງເລຂາພັກເມືອງ, ຄະນະຮັບຜິດຊອບຕາໜ່າງເພື່ອນຮ່ວມງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ສະຫລຸບຕີລາຄາຄືນ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານໂຄສະນາອົບຮົມທົ່ວແຂວງ ປະຈຳປີ 2024 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈຳປີ 2025, ວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມທົ່ວແຂວງ ປະຈໍາປີ 2024 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈຳປີ 2025. ຕະຫຼອດໄລຍະ 1 ປີມາ ວຽກງານໂຄສະນາອົບຮົມ ຍັງສືບຕໍ່ຮັກສາໄດ້ບົດບາດສໍາຄັນ ໃຈກາງໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດຂອງພັກ, ປະກອບສ່ວນສໍາຄັນໃນການຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ນິຕິກໍາຂອງລັດ ເຂົ້າສູ່ຊີວິດສັງຄົມຢ່າງກວ້າງຂວາງ, ເຮັດໃຫ້ຖັນແຖວສະມາຊິກພັກ, ພະນັກງານ, ປະຊາຊົນບັນດາເຜົ່າສ່ວນຫຼາຍຮັບຮູ້, ເຂົ້າໃຈແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ເຊື້ອໝັ້ນຕໍ່ກັບການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ມີຄວາມສາມັກຄີເປັນປຶກແຜ່ນ, ເປັນເຈົ້າການປັບປຸງຍົກລະດັບຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ, ເຂົ້າຮ່ວມປະກອບສ່ວນໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ແຂວງອຸດົມໄຊ ຢ່າງຕັ້ງຫນ້າ; ຕໍ່ກັບບັນຫາສະພາບແນວຄິດ-ຫາງສຽງສັງຄົມດ້ານຕັ້ງໜ້າ ຄະນະພັກແຕ່ລະຂັ້ນກໍໄດ້ເປັນເຈົ້າການໃນການເສີມຂະຫຍາຍ ແລະ ສະພາບແນວຄິດ-ຫາງສຽງສັງຄົມດ້ານຫຍໍ້ທໍ້ທີ່ເກີດຂຶ້ນ ແມ່ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແກ້ໄຂ ຢ່າງຖືກຕ້ອງ ແລະ ທັນການ ເຮັດໃຫ້ແຂວງສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ກອງປະຊຸມ ຍັງໄດ້ຮັບຟັງການແລກປ່ຽນຄຳຄິດຄຳເຫັນແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ, ການເຄື່ອນໄຫວວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ, ການຜັນຂະຫຍາຍ ແລະ ເຊື່ອມຊຶມບັນດາມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ບັນຫາທີ່ກ່ຽວຂ້ອງຕ່າງໆຈາກບັນດາເມືອງ ແລະ ບັນດາໜ່ວຍພັກຮາກຖານອ້ອມຂ້າງແຂວງຈຳນວນໜຶ່ງ ເພື່ອເຮັດໃຫ້ວຽກງານເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນພາຍໃນແຂວງ ລາຍງານຂັ້ນເທິງມີທິດເສີມຂະຫຍາຍດ້ານດີຢ່າງຕັ້ງໜ້າ ແລະ ແກ້ໄຂດ້ານຫຍໍ້ທໍ້ຢ່າງຖືກຕ້ອງ ແລະ ທັນສະພາບການ ກາຍເປັນພື້ນຖານໃຫ້ແກ່ການປັບປຸງ, ຕໍ່ເຕີມເສີມຂະຫຍາຍແນວທາງການເມືອງ ກໍຄື ການນຳພາຂອງພັກ, ການຄຸ້ມຄອງຂອງລັດ ຢູ່ແຂວງອຸດົມໄຊ ນັບມື້ດີຂຶ້ນ ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາແຂວງອຸດົມໄຊ ມີບາດກ້າວດີຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa