ກອງປະຊຸມວຽກງານໂຄສະນາອົບຮົມ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການວຽກງານຈຸດສຸມ ໄລຍະ 6 ເດືອນຕົ້ນປີ 2024.

ເພື່ອປະຕິບັດຕາມແຜນການ, ແຜນດຳເນີນງານວຽກງານໂຄສະນາອົບຮົມແຂວງ ປະຈຳປີ 2024, ດັ່ງນັ້ນ ໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2024 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມສະຫຼຸບ ການເຄື່ອນໄຫວວຽກງານໂຄສະນາອົບຮົມແຂວງ ໄລຍະ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2024 ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຂົ້າຮ່ວມກອງປະຊຸມມີທ່ານ ສາຍດໍາ ໃຈຫຼ້າ ກໍາມະການຄະນະໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານ, ສະມາຊິກພັກພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານໂຄສະນາອົບຮົມແຂວງ ໄລຍະ 6 ເດືອນຕົ້ນປີ 2024 ບັນລຸ 96%, ທຽບໃສ່ແຜນການປີ ບັນລຸ 60%. ເພື່ອປັບປຸງວຽກງານໃຫ້ຫັນສູ່ຄຸນນະພາບໃໝ່ເທື່ອລະກ້າວນັ້ນ ພະນັກງານ, ສະມາຊິກພັກ ໄດ້ສຸມໃສ່ປະກອບຄວາມຄິດຄວາມເຫັນຕໍ່ທັງສອງວຽກງານ ໂດຍສະເພາະແມ່ນບັນຫາທີ່ຍັງເປັນດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້ ແລະ ເອກະພາບຮັບຮອງເອົາທິດທາງແຜນການ ປະຈໍາ 6 ເດືອນທ້າຍ 2024.

ໂອກາດດັ່ງກ່າວ ປະທານກອງປະຊຸມຍັງໄດ້ມີຄໍາເຫັນໂອ້ລົມ ແລະ ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ ໃຫ້ເອົາໃຈໃສ່ຈັດຕັ້ງວິຊາສະເພາະຕາມພາລະບົດບາດ,  ຜັນຂະຫຍາຍທິດທາງແຜນການວຽກງານຈຸດສຸມ ໄລຍະ 6 ເດືອນທ້າຍ 2024 ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ; ພ້ອມທັງເພີ່ມທະວີການຄົ້ນຄວ້າ-ກຳແໜ້ນແນວທາງແຜນນະໂຍບາຍ, ລະບຽບກົດໝາຍ ແລະ ນິຕິກຳວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາອົບຮົມ, ໝູນໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານໃຫ້ມີຄວາມວ່ອງໄວ ແລະ ສືບຕໍ່ເສີມຂະຫຍາຍຄວາມເປັນສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa