ໃນຕອນເຊົ້າຂອງວັນທີ 21 ທັນວາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ 3 ບົດ ກ່ອນດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມີແຂກເຊີນຈາກຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ຫ້ອງວ່າການແຂວງ, ສະມາຊິກພັກພາຍໃນເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 7 ສະຫາຍ.
ໃນຕອນເຊົ້າຂອງວັນທີ 13 ທັນວາ 2022 ທີ່ສະໂມສອນໃຫ່ຍຂອງແຂວງ ໄດ້ຈັດພິທີປາຖະກະຖາ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022) ຂຶ້ນ ພາຍໃຕ້ການເປັນປະທານ ຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄູ-ອາຈານ ພ້ອມດ້ວຍນ້ອງນັກຮຽນທີ່ມາຈາກໂຮງຮຽນມັດທະຍົມສົມບູນເທດສະບານແຂວງ ແລະ ໂຮງຮຽນມັດທະຍົມສົມບູນເມືອງໄຊ ເຂົ້າຮ່ວມທັງໝົດ 420 ຄົນ, ຍິງ 250 ຄົນ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຊີວິດເມື່ອຍັງເຍົາໄວຂອງເພີ່ນແມ່ນຊີວິດອັນອົບອຸ່ນດ້ວຍຄວາມຮັກ ແລະ ຄວາມເອົາ ໃຈໃສ່ຂອງພໍ່ແມ່, ເພິ່ນໄດ້ຮັບການລ້ຽງດູ ແລະ ອົບຮົມສັ່ງສອນຈາກພໍ່ແມ່ໃຫ້ເປັນເດັກດີມີວິໄນ ແລະ ໄຝ່ຫາການສຶກສາ, ເມື່ອອາຍຸ 7 ປີ ເພິ່ນໄດ້ເຂົ້າຮຽນຊັ້ນປະຖົມພາສາລາວ ຕໍ່ມາໄດ້ເຂົ້າຮຽນພາສາຝຣັ່ງ, ເພິ່ນໄດ້ຕັ້ງໃຈຮຽນ, ດຸໝັ່ນອ່ານໜັງສື, ເຄົາລົບຄູ, ຮັກແພງໝູ່ຄູ່ ແລະ ຮຽນໄດ້ຄະແນນດີ. ມາຮອດວັນທີ 27 ກຸມພາ 1948 ສູນກາງພັກກອມມູນິດອິນດູຈີນ ໄດ້ຕົກລົງສ້າງຕັ້ງກອງຕະລຸມບອນເຂດລາວເໜືອ ແລະ ປະທານ ໄກສອນ ພົມວິຫານ ໄດ້ຖືກມອບໝາຍໃຫ້ເປັນຫົວໜ້າກອງຕະລຸມບອນ, ເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງ, ຈັດຕັ້ງກອງກໍາລັງປະກອບອາວຸດ, ສ້າງຖານທີ່ໝັ້ນທໍາອິດຂອງການປະຕິວັດຢູ່ເຂດຕາເວັນອອກຊຽງເໜືອຂອງລາວ ໂດຍເອົາບໍລິເວນລາວຮຸ່ງ, ພຽງສາ, ມອງນໍ້າ, ຜາຫຼວງ, ເມືອງຊຽງຄໍ້, ແຂວງຫົວພັນເປັນໃຈກາງເຄື່ອນໄຫວປະຕິວັດສ້າງຮາກຖານປະຊາຊົນ, ສ້າງອໍານາດການປົກຄອງໃໝ່, ທັງສູ້ຮົບທັງຂົນຂວາຍທະຫານສັດຕູ ທັງຈັດຕັ້ງທະຫານລາດກອງຫຼອນ ແລະ ຕ້ານການກວດລ້າງຂອງສັດຕູດ້ວຍຄວາມເຊື່ອໝັ້ນອັນໜັກແໜ້ນ ແລະ ດ້ວຍມານະຈິດອັນແນ່ວແນ່ ໂດຍບໍຫວັນໄຫວຄອນແຄນຕໍ່ສິ່ງທ້າທາຍທົດສອບໃດໆ ແລະ ບໍທໍ້ຖອຍ, ບໍ່ຍອມຈໍານົນຕໍ່ຄວາມຫຍຸ້ງຍາກ ແລະ ໄພຂົ່ມຂູໃດໆທັງສິ້ນ ນໍາພາປະຊາຊົນບັນດາເຜົ່າຕໍ່ສູ້ຈົນສາມາດຍາດໄດ້ໄຊຊະນະ ແລະປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ.
ຕອນທ້າຍຂອງພິທີທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຮຽກຮ້ອງມາຍັງ ຄູ-ອາຈານ, ນັກຮຽນ ແລະ ລູກຫລານ ທີ່ເປັນຜູ້ສືບທອດຂອງປະເທດຊາດ ຈົ່ງພ້ອມກັນຮໍ່າຮຽນເອົາເອົາແບບຢ່າງຄຸນສົມບັດ, ທາດແທ້ປະຕິວັດ, ຄວາມຈົ່ງຮັກພັກດີ, ຄວາມເດັດດ່ຽວໜຽວແໜ້ນ ຂອງປະທານ ໄກສອນ ພົມວິຫານ ໄວ້ເພື່ອປັບປຸງຕົນເອງໃນຕໍ່ໜ້າ.
ໃນຕອນເຊົ້າຂອງວັນທີ 9 ທັນວາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະເອກະສານສໍາຄັນຈໍານວນໜຶ່ງ ຂຶ້ນທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານ ຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະພະນັກງານພາຍໃນເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 5 ທ່ານ.
ເພື່ອເປັນການລະນຶກເຖິງ 2 ວັນປະຫວັດສາດທີ່ມີຄວາມໝາຍຄວາມສໍາຄັນຕໍ່ຊາດລາວເຮົາ ເວົ້າລວມເວົ້າສະເພາະແມ່ນຕໍ່ພະນັກງານ-ສະມາຊິກພັກ ທີ່ຈະຕ້ອງໄດ້ຮັບຮູ້ເຂົ້າໃຈໃຫ້ເລິກເຊິ່ງ ເພື່ອເສີມຂະຫຍາຍໃຫ້ ພະນັກງານພາຍໃນໄດ້ຮັບຮູ້ ແລະເຂົ້າໃຈໃຫ້ເລິກເຊິ່ງຕໍ່ກັບມູນເຊື້ອຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ, ມູນເຊື້ອການຕໍ່ສູ້ພິລາດອາດຫານທີ່ບໍຍອມຈໍານົນຕໍ່ສັດຕູຜູ້ຮຸກຮານຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ແລະມູນເຊື້ອການມູນໃຊ້ລັດທິມາກ-ເລນິນເຂົ້າໃນການນໍາພາການປະຕິວັດອັນສະຫຼາດສ່ອງໄສ, ຄວາມເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນຂອງປະທານ ໄກສອນ ພົມວິຫານ ໃນພາລະກິດຕໍ່ສູ້ກູ້ຊາດຈົນໄດ້ຮັບໄຊຊະນະ. ໃຫ້ສາມາດໂຄສະນາເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ພ້ອມກັນເສີມຂະຫຍາຍມູນເຊື້ອ 2 ວັນດັ່ງກ່າວໃຫ້ຢູ່ຄູ່ກັບຄົນລາວຕະຫຼອດໄປ. ຈາກນັ້ນ ໄດ້ສືບຕໍ່ເຜີຍແຜ່ເຊື່ອມຊຶມເອກະສານສໍາຄັນຈໍານວນໜຶ່ງຄື: ບົດບັນທຶກມິດຕະພາບ ແລະການຮ່ວມມືລະຫວ່າງແຂວງອຸດົມໄຊ ສປປ ລາວ ແລະບັນດາແຂວງຂອງ ສສ ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນໃນປີ 2022, ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການປະຢັດ ແລະຕ້ານການຟຸມເຟື່ອຍ ເລກທີ 1032/ຈຂ, ຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງ ວ່າດ້ວຍການປະສານງານລະຫວ່າງຫ້ອງວ່າການແຂວງ ແລະບັນດາພະແນກການອົງການທຽບເທົ່າພະແນກຂັ້ນແຂວງ ແລະເມືອງ ເລກທີ 940/ຈຂ. ເພື່ອເຮັດໃຫ້ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງໄດ້ຮັບຮູ້ ແລະເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໂດຍສະເພາະແມ່ນວຽກງານການພົວພັນຮ່ວມມືກັບ ສສ ຫວຽດນາມຂອງແຂວງອຸດົມໄຊ, ເຂົ້າໃຈກ່ຽວກັບສະພາບເສດຖະກິດ-ສັງຄົມໃນປັດຈຸບັນເພື່ອພ້ອມກັນປະຢັດ ແລະຕ້ານການຟຸມເຟື່ອຍເພື່ອຫຼຸດຜ່ອນລາຍຈ່າຍເຮັດໃຫ້ກົມກອງ, ຄອບຄົວ ເຂັ້ມແຂງ ແລະເຂົ້າໃຈແຈ້ງກ່ຽວກັບການປະສານງານລະຫວ່າງຫ້ອງວ່າການແຂວງ ແລະ ພະແນກການ, ອົງການ ແລະເມືອງ, ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕ່າງໆ ໃຫ້ມີຄວາມເປັນເອກະພາບຖືກຕ້ອງຕາມຫຼັກການ ແລະຂັ້ນຕອນ.
ໃນຕອນທ້າຍພິທີ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາຮົມແຂວງ ໄດ້ໂອ້ລົມຕໍ່ພະນັກງານ ໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ໃຫ້ໜັກແໜ້ນ, ພະນັກງານໂຄສະນາທຸກຄົນຕ້ອງໄດ້ຄົ້ນຄວ້າເຊື່ອມຊຶມກ່ຽວກັບບັນດານິຕິກໍາທີ່ຂັ້ນເທິງວາງອອກໃຫ້ເຂົ້າໃຈເລິກເຊິ່ງສາມາດເປັນນັກໂຄສະນາໃນຕໍ່ໜ້າໃຫ້ກວ້າງຂວາງ.
ໃນຕອນເຊົ້າຂອງວັນທີ 8 ທັນວາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບຫ້ອງວ່າການແຂວງ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ຈັດພິທີອົບຮົມວຽກງານການເມືອງ-ແນວຄິດໃຫ້ແກ່ນັກທຸລະກິດຢູ່ອ້ອມຂ້າງແຂວງ ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ອ່ອນແກ້ວ ອຸ່ນອາລົມ ກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງ, ມີທ່ານ ນາງ ແກ້ວໄຊ ມະນີວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ນາງ ໄມພອນ ສິລິວົງ ວ່າການຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແລະ ບັນດານັກທຸລະກິດອ້ອມຂ້າງແຂວງເຂົ້າຮ່ວມ 25 ທ່ານ, ຍິງ 10 ທ່ານ.
![]() | ມື້ນີ້ | 49 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 141 |
![]() | ເດືອນນີ້ | 637 |
![]() | ທັງໝົດ | 181143 |
ຫນ່ວຍກູ້ໄພ: 1624
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌