ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະພັກບ້ານ, ຄະນະບ້ານ ແລະ ພະນັກງານຊ່ວຍວຽກຂັ້ນບ້ານ ຢູ່ຈຸດສຸມກຸ່ມບ້ານນໍ້າແຫງ ເມືອງໄຊ ໃນວັນທີ 28 ມິຖຸນາ 2022 ທີ່ສະໂມງສອນນໍ້າແຫງ.ໂດຍການເປັນປະທານຂອງທ່ານ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ: ໂຮງຮຽນການເມືອງ- ການປົກຄອງແຂວງ, ຄະນະໂຄສະນາອົບຮົມແຂວງ, ຄະນະຈັດຕັ້ງແຂວງ, ຫ້ອງວ່າການແຂວງ ແລະ ພະແນກພາຍໃນແຂວງ, ຄະນະຮັບຜິດຊອບຂັ້ນເມືອງ, ຄະນະພັກບ້ານ, ຄະນະບ້ານ ແລະ ພະນັກງານຊ່ວຍວຽກຂັ້ນບ້ານເຂົ້າຮ່ວມທັງຫມົດ 47 ສະຫາຍ, ຍິງ 6 ສະຫາຍ.
ໃນວັນທີ 1 ກໍລະກົດ 2022 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວຊີ້ນໍາ-ນໍາພາວຽກງານ ຂອງຄະນະໜ່ວຍພັກຄະນະໂຄສະນາອົບຮົມແຂວງ ປະຈໍາ 6 ເດືອນຕົ້ນປີ 2022 ຢ່າງເປັນທາງການ. ໂດຍການເປັນປະທານຂອງ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງເລຂາໜ່ວຍພັກ, ຄະນະພັກ ແລະ ສະມາຊິກພັກເຂົ້າຮ່ວມ 17 ສະຫາຍ, ຍິງ 5 ສະຫາຍ.
ກອງປະຊຸມແມ່ນໄດ້ຕີລາຄາຜົນງານດ້ານດີໃນໄລຍະ 6 ເດືອນຕົ້ນປີ 2022 ຜ່ານມາ ເຊິ່ງຄະນະໜ່ວຍພັກຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ແລະ ເຮັດຢ່າງເປັນປົກກະຕິ ເປັນຕົ້ນແມ່ນໄດ້ນໍາພາຮ່ວມຊີວິດການເມືອງປະຈຳເດືອນພາຍໃນໜ່ວຍພັກເປັນປົກກະຕິ, ນໍາເອົາແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ, ລະບຽບກົດໝາຍຂອງລັດ; ມູນເຊື້ອວັນສໍາຄັນຂອງຊາດ, ຂອງພັກ, ເຫດການທີ່ພົ້ນເດັ່ນທັງພາຍໃນ ແລະ ສາກົນ ມາເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ; ຈັດຕັ້ງປ້ອງກັນເວນຍາມຫ້ອງການໃນວັນສໍາຄັນຕ່າງໆ ຂອງພັກ-ຂອງຊາດ ແລະ ຂອງແຂວງ, ຮັກສາໄດ້ຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍດີ. ເພື່ອຮັບປະກັນລັກສະນະນໍາພາ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ພາຍໃນພັກ ແນໃສ່ປັບປຸງການຈັດຕັ້ງພັກ, ເສີມຂະຫຍາຍການຕໍານິຕິຊົມຕົນເອງ ແລະ ຕິຊົມເຊິງກັນ ແລະ ກັນ, ເສີມຂະຫຍາຍດ້ານດີທີ່ຕັ້ງໜ້າ, ແກ້ໄຂດ້ານອ່ອນ, ຂໍ້ຄົງຄ້າງຢ່າງທັນການ. ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໜ່ວຍພັກຢ່າງໜັກແໜ້ນ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ກຸ່ມຄົນບໍ່ດີ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ພາຍໃນໜ່ວຍພັກ ແລະ ເສຍເງິນບໍາລຸງພັກເປັນປົກກະຕິ; ວຽກງານວິຊາສະເພາະຍັງໄດ້ຄົ້ນຄວ້າ, ປັບປຸງເນື້ອໃນເອກະສານມູນເຊື້ອວັນສຳຄັນຂອງຊາດ, ຂອງພັກ ແລະ ຂອງສາກົນ, ເຄື່ອນໄຫວໂຄສະນາເຄື່ອນທີ່ ດ້ວຍການນຳເອົາບັນດາມູນເຊື້ອຂອງຊາດ, ຂອງພັກ ແລະສາລະໜ້າຮູ້ຕ່າງໆໂຄສະນາຢູ່ຮາກຖານບ້ານ ແລະ ໂຄສະນາຜ່ານສື່ດ້ວຍການຂຽນບົດຂ່າວ, ບົດຄວາມລົງເວັບໄຊສ໌, ສົ່ງວິທະຍຸກະຈາຍສຽງຂອງແຂວງ; ເປັນເຈົ້າການຊຸກຍູ້ຄະນະພັກແຕ່ລະຂັ້ນໃນການເຜີຍແຜ່ເຊື່ອມຊຶມສອງວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ມະຕິກອງປະຊຸມຄົບຄະນະສະ ໄໝວິສາມັນຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX; ມະຕິກອງປະຊຸມຄົບຄະນະສະໄໝສາມັນຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 03 ສະໄໝທີ XI ແລະ ຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ 05 ສະໄໝທີ IX; ເຄື່ອນໄຫວເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກກ່ອນການດໍາເນີນກອງປະຊຸມໃຫຍ່ຂອງຮາກຖານພັກອ້ອມຂ້າງແຂວງ; ສະຫຼຸບ ແລະ ບົດລາຍງານວຽກງານໂຄສະນາອົບຮົມປະຈຳເດືອນ; 03 ເດືອນ; 06 ເດືອນຕົ້ນປີ 2022; ໄລຍະ 5 ປີ (2016-2020) ແລະ ປະຈໍາປີ 2021 ລົງຝຶກອົບຮົມວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃຫ້ຕາໜ່າງເພື່ອນຮ່ວມງານອ້ອມຂ້າງແຂວງ, ເມືອງໄຊ, ເມືອງນາໝໍ້, ເມືອງປາກແບງ ແລະ ເມືອງຮຸນ ລວມ 04 ຄັ້ງ, ໃນໄລຍະ 06 ເດືອນຕົ້ນປີຜ່ານມາ ໄດ້ຮັບການາຍງານສະພາບແນວຄິດ-ຫາງສຽງສັງຄົມຈາກຕາໜ່າງເພື່ອນຮ່ວມນຳມາຄົ້ນຄວ້າ, ວິເຄາະ, ວິໄຈຜ່ານກອງປະຊຸມປະສານຂ່າວປະຈຳເດືອນ ສັງລວມບັນຫາທີ່ເປັນຫາງສຽງສັງຄົມ ລາຍງານໃຫ້ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະປະຈໍາພັກແຂວງເປັນປົກກະຕິ ແລະ ທັນເວລາ.
ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ-ລັດ ປະຈໍາ 6 ເດືອນຕົ້ນປີ 2022 ແລະຜ່ານທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງຄະນະໂຄສະນາອົບຮົມແຂວງໄດ້ໄຂ້ຂຶ້ນ ໃນວັນທີ 1 ກໍລະກົດ 2022 ຢ່າງເປັນທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍ ການເປັນປະທານ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງເລຂາໜ່ວຍພັກ, ຄະນະພັກ, ຜູ້ເຮັດວຽກງານກວດກາ, ຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານໃນເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2022 ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 63 ປີ(18 ພຶດສະພາ 1959-18 ພຶດສະພາ 2022) ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ, ແນວລາວຮັກຊາດ ຄົບຮອບ 62 ໂດຍການເປັນປະທານຂອງ ທ່ານ ມໍ ຊົງ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີຮອງເລຂາໜ່ວຍພັກ, ຄະນະພັກ, ຫົວຫນ້າຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 12 ສະຫາຍ, ຍິງ 5 ສະຫາຍ.
ຕອນເຊົ້າ ຂອງວັນທີ 2 ມີຖຸນາ 2022 ນີ້ຄະນະໂຄສະນາອົບຮົມເມືອງງາ ໄດ້ຈັດພິທີ ປາຖະກະຖາເລົ່າມູນເຊື້ອ 4 ວັນປະຫວັດສາດຂື້ນຢ່າງເປັນທາງການພາຍໃຕ້ການເປັນປະທານຂອງສະຫາຍ ວຽງໄຊ ຄໍາພະຈັນ ກໍາມະການປະຈໍາພັກເມືອງ, ຮອງເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ຄະນະພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຄະນະພັກສອງກອງບັນຊາການ ທະຫານ-ຕໍາຫຼວດ, ພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງທັງໝົດ 135 ທ່ານ, ຍິງ 36 ທ່ານ. ເນື້ອໃນ 4 ເອກະສານ; ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 63 ປີ (18 ພຶດສະພາ 1959-18 ພຶດສະພາ 2022), ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 62 ປີ (24 ພຶດສະພາ 1960-24 ພຶດສະພາ 2022)
![]() | ມື້ນີ້ | 48 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 140 |
![]() | ເດືອນນີ້ | 636 |
![]() | ທັງໝົດ | 181142 |
ຫນ່ວຍກູ້ໄພ: 1624
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌