ພີທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີ ເເລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນເເຂວງອຸດົມໄຊ ຄົບຮອບ 60 ປີ ຈັດຂື້ນໃນຕອນເຊົ້າວັນທີ 15 ກໍລະກົດ 2022 ຢູ່ສະໂມສອນເເຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລີຫານງານພັກເເຂວງ ເຈົ້າແຂວງໆອຸດົມໄຊ,ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸນທອງ ຈິດມະນີ ກໍາມະການກົມເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີທ່ານ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ບຸນປອນ ບຸດຕະນະວົງ ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດຮອງປະທານສະພາແຫ່ງຊາດ ມີບັນດາຄະນະບໍລິຫານງານພັກເເຂວງ, ອະດີດການນໍາຂອງເເຂວງ, ພະເເນກການຕ່າງໆອ້ອມຂ້າງເເຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ໃນຕອນເຊົ້າ ຂອງວັນທີ 12 ກໍລະກົດ 2022 ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ເປັນກຽດເລົ່າມູນເຊື້ອ ແລະ ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ໂດຍທ່ານ ນາງ ແກ້ວໄຊ ມະນີວົງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ມີສະຫະພັນແມ່ຍິງ ຄະນະຈັດຕັ້ງ, ຄະນະກວດກາ, ຄະນະໂຄສະນາອົບຮົມ ແລະ ພະແນກພາຍໃນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
![]() | ມື້ນີ້ | 38 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 130 |
![]() | ເດືອນນີ້ | 626 |
![]() | ທັງໝົດ | 181132 |
ຫນ່ວຍກູ້ໄພ: 1624
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌