ພິທີໂຮມຊຸມນຸມສະຫຼອງວັນສ້າງຕັ້ງສານປະຊາຊົນ ຄົບຮອບ 40 ປີ (15 ສິງຫາ 1982-15 ສິງຫາ 2022) ໄດ້ຈັດຂຶ້ນທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນ ໂດຍການເປັນປະທານ ຂອງ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມໃນພິທີມີບັນດາທ່ານກໍາມະການພັກແຂວງ, ອະດີດປະທານສານປະຊາຊົນ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ແລະ ເມືອງໄຊ ເຂົ້າຮ່ວມຢ່າງພ້ອມພຽງ.
ຜົນສໍາເລັດຊຸດຝຶກອົບຮົມວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃຫ້ຕາ ໜ່າງເພື່ອນຮ່ວມງານ ຢູ່ເມືອງຫຼາ ໄດ້ສໍາເລັດລົງໃນຕອນບ່າຍຂອງວັນທີ 12 ສິງຫາ 2022 ເຊິ່ງກອງປະຊຸມແມ່ນໄດ້ດໍາເນີນເປັນເວລາ 02 ວັນ ແຕ່ວັນທີ 11-12 ສິງຫາ 2022 ທີ່ສະໂມງສອນຂອງເມືອງ. ໂດຍການເປັນປະທານພິທີຂອງ ທ່ານ ວິໄລພອນ ຄໍາມະນີ ຮອງເລຂາພັກເມືອງ ຜູ້ຊີ້ນໍາຂົງເຂດການເມືອງ-ແນວຄຶດ, ໃຫ້ກຽດໂອ້ລົມໂດຍ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງມີບັນດາທ່ານວິຍາກອນຂັ້ນແຂວງ, ຄະນະຮັບຜິດຊອບຂັ້ນເມືອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ, ເລຂາຄະນະພັກ, ຄະນະບ້ານອ້ອມຂ້າງ ເຂົ້າຮ່ວມທັງໝົດ 35 ສະຫາຍ, ຍິງ 05 ສະຫາຍ.
ກອງປະຊຸມສະຫຼຸບຖອດຖອນບົດຮຽນ ຊຸດຝຶກອົບຮົມ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະພັກ ຄະນະບ້ານ ແລະ ພະນັກງານຊ່ວຍວຽກຂັ້ນບ້ານ ຢູ່ເມືອງໄຊ, ເມືອງຫຼາ ແລະ ເມືອງງາ ໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ່ 9 ສິງຫາ 2022 ຢູ່ທີ່ຫ້ອງປະຊຸມຄະນະຈັດຕັ້ງແຂວງ ໂດຍການເປັນປະທານ ຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງມີ ທ່ານ ຄໍາຟອງ ພັດທະມາວົງ ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ແລະ ບັນດາທ່ານຮອງຫົວໜ້າຄະນະໂຄສະນາສະນາອົບຮົມແຂວງ, ພະແນກພາຍໃນແຂວງ, ຄະນະຈັດຕັ້ງແຂວງ ແລະ ຫ້ອງວ່າການແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ພີທີປາຖະກະຖາມູນເຊື້ອວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 113 ປີ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 27 ກໍລະກົດ 2022 ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມພິທີມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ສະມາຊິກພັກພາຍໃນ ເຂົ້າຮ່ວມທັງໝົດ 16 ສະຫາຍ, ຍິງ 5 ສະຫາຍ.
ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2022 ຢູ່ທີ່ຈຸດສຸມກຸ່ມບ້ານນາຄົກ ເມືອງງາ ໄດ້ເປີດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຄະນະພັກບ້ານ, ຄະນະບ້ານ ແລະພະນັກງານຊ່ວຍວຽກຂັ້ນບ້ານ ໂດຍການເປັນປະທານຂອງທ່ານ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ: ຄະນະຈັດຕັ້ງແຂວງ, ພະແນກພາຍໃນ, ຫ້ອງວ່າການແຂວງ ແລະໂຮງຮຽນການເມືອງ-ການປົກຄອງແຂວງ, ຄະນະຮັບຜິດຊອບຂັ້ນເມືອງ, ຄະນະພັກບ້ານ, ຄະນະບ້ານ ແລະພະນັກງານຊ່ວຍວຽກຂັ້ນບ້ານເຂົ້າຮ່ວມ ທັງໝົດ 44 ຄົນ, ຍິງ 07 ຄົນ.
![]() | ມື້ນີ້ | 52 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 144 |
![]() | ເດືອນນີ້ | 640 |
![]() | ທັງໝົດ | 181146 |
ຫນ່ວຍກູ້ໄພ: 1624
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌