ໃນຕອນເຊົ້າຂອງວັນທີ 9 ກັນຍາ 2022 ເວລາ 8:00 ໂມງ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງພິທີອົບຮົມເອກະສານໃຫ້ມະຫາຊົນກ້າວໜ້າທີຈະຂະຫຍາຍເຂົ້າພັກ. ໂດຍການເປັນປະທານຂອງສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີບັນດາມະຫາຊົນກ້າວໜ້າຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງແຂວງເຂົ້າຮຽນທັງໝົດ 16 ສະຫາຍ, ຍິງ 07 ສະຫາຍ.
ໃນຕອນເຊົ້າຂອງວັນທີ 05 ກັນຍາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ 3 ບົດ ກ່ອນເປີດກອງປະຊຸມໃຫຍ່ຂອງໜ່ວຍພັກບໍລິສັດ ETL ຢ່າງເປັນທາງການ. ໂດຍການເປັນປະທານ ຂອງສະຫາຍ ບຸນທຽມ ຈັນທະປະເສີດ ເລຂາໜ່ວຍພັກ, ຫົວໜ້າບໍລິສັດ ETL ສາຂາແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ສະຫາຍ ສົມບູນ ມະນີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ນາງ ແກ້ວໄຊ ມະນີວົງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະມາຊິກພັກເຂົ້າຮ່ວມທັງຫມົດ 8 ສະຫາຍ, ຍິງ 1 ສະຫາຍ.
ໃນວັນທີ 17-18 ສິງຫາ 2022 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຝຶກອົບຮົມການຮ່າງເອກະສານທາງລັດຖະການ-ວຽກງານສໍາເນົາເອກະສານ ແລະ ພິທີການ, ມາລະຍາດທາງສັງຄົມ-ມາລະຍາດສາກົນ ຢ່າງເປັນທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ. ໂດຍການເປັນປະທານ ຂອງທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້່າຮ່ວມພິທີມີ ທ່ານ ນາງ ສົມລີ ສີອ່ອນຕາ ຮອງຫົວໜ້າພະແນກພາຍໃນແຂວງ, ເຊິ່ງມີຄະນະຮັບຜິດຊອບຈາກພະແນກພາຍໃນແຂວງ, ພະແນກກການຕ່າງປະເທດ ແລະ ພະນັກງານຫຼັກແຫຼ່ງພາຍໃນ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄຊ ເຂົ້າຮ່ວມທັງໝົດ 20 ທ່ານ, ຍິງ 6 ທ່ານ.
ໃນລະຫວ່າງວັນທີ 11-12 ສິງຫາ 2022 ນີ້ຄະນະໂຄສະນາອົບຮົມແຂວງອຸດົມໄຊ ຮ່ວມກັບ ຄະນະໂຄສະນາອົບຮົມ ເມືອງແບງ ຈັດພິທີຝຶກອົບຮົມວຽກງານ ຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ຂະແໜງການອ້ອມຂ້າງເມືອງ ແລະ ຄະນະພັກບ້ານບ້ານເປົ້າໝາຍ ຂື້ນຢ່າງເປັນທາງການ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານ ຂອງທ່ານ ສົມຄິດ ກັນສະໜິດ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆແບງ, ມີທ່ານ ນາງ ແກ້ວໄຊ ມະນີວົງ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງອຸດົມໄຊ, ມີຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ສອງກອງບັນຊາການ, ວິທະຍາກອນຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມທັງໝົດ 46 ທ່ານ, ຍິງ 5 ທ່ານ.
ໃນວັນທີ່ 17 ສິງຫາ 2022 ຢູ່ທີ່ສະໂມສອນເມືອງປາກແບງ ແຂວງອຸດົມໄຊ ໄດ້ຈັດພິທີ ປາຖະກະຖາ ເລົ່າຄືນມູນເຊື້ອ ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດ ຄົບຮອບ 31ປີ (15 ສິງຫາ 1991 -15 ສິງຫາ 2022 ) ແລະ ວັນຍຶດອຳນາດທົ່ວປະເທດ ຄົບຮອບ 77 ປີ ແລະ 47 ປີ (23 ສິງຫາ 1945 ແລະ 23 ສິງຫາ 1975 -23 ສິງຫາ 2022 ), ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາດີ ກຸນໄຊຍະທຳ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກພະນັກງານ, ເປັນກຽດເຂົ້າຮ່ວມໂດຍ ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວຫນ້າ, ຮອງຫົວໜ້າຫ້ອງການ,ພະນັກບໍານານ, ລັດວິສະຫະກິດ, ພະນັກງານ-ລັດຖະກອນ, ສອງກອງບັນຊາການ ປກຊ-ປກສ ,ອົງການປົກຄອງບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນເມືອງ ເຂົ້າຮ່ວມຮັບຟັງທັງຫມົດ 55 ທ່ານ, ຍິງ 15 ທ່ານ.
![]() | ມື້ນີ້ | 47 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 139 |
![]() | ເດືອນນີ້ | 635 |
![]() | ທັງໝົດ | 181141 |
ຫນ່ວຍກູ້ໄພ: 1624
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌