ລະຫວ່າງວັນທີ 20 ຫາ 21 ກັນຍາ 2023ນີ້ ຄະນະໂຄສະນາສຶກສາພັກ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ດັງຫາຍຈຽວ ຮອງຫົວຫນ້າຄະນະສຶກສາພັກ ແຂວງດຽນບຽນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ພົບປະແລກປ່ຽນບົດຮຽນ ວຽກງານຮອບດ້ານ ຮ່ວມກັບ ຄະນະໂຄສະນາອົບ ຮົມ ແຂວງອຸດົມໄຊ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ສະຫາຍ ມໍ ຊົງ ກຳມະການປະຈຳພັກແຂວງ, ຫົວຫນ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ເຊິ່ງພິທີຕ້ອນຮັບຢ່າງເປັນທາງການ ທີ່ ໂຮງແຮມມິດຕະພາບ, ເທດສະບານແຂວງອຸດົມໄຊ.
ຄະນະໂຄສະນາ ສອງຝ່າຍ ໄດ້ເຂົ້າພົບ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ທີ່ຫ້ອງວ່າການແຂວງ ເພື່ອລາຍງານຈຸດປະສົງຂອງການການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ. ຈາກນັ້ນ ຄະນະໄດ້ເຂົ້າພົບປະແລກປ່ຽນບົດຮຽນ ວຽກງານຮອບດ້ານນຳກັນ ທັງສອງໄດ້ລາຍງານ ສະພາບລວມ ແລະ ຈຸດພິເສດ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເພື່ອເປັນບ່ອນອີງ ໃນການຖອດຖອນ ບົດຮຽນ ເຊິ່ງກັນ ແລະ ກັນ ເປັນຕົ້ນ ແມ່ນວຽກງານ ໂຄສະນາ, ສຶກສາອົບຮົມ ການເມືອງ-ແນວຄິດ, ບໍລິຫານ, ວຽກງານສັງລວມ ຂໍ້ມູນຂ່າວສານ, ວຽກ ງານ ວິທະຍາສາດ-ປະຫວັດສາດ, ວັດທະນະທໍາ-ວັນນະຄະດີ, ວຽກງານການແກ້ໄຂບັນຫາຫາງສຽງສັງຄົມ, ການສຶກສາອົບຮົມ ການນຳພັກ ແລະ ພະນັກງານ ແລະ ວຽກງານອື່ນໆ. ພ້ອມທັງ ມີການສົນທະນາ ລົງເລິກບາງວຽກງານທີ່ເຫັນວ່າ ມີຄວາມຄ້າຍຄື ແລະ ສອດຄ່ອງກັນ ເພື່ອນຳເອົາບົດຮຽນມາຫມູນໃຊ້ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດ ຢູ່ໃນເຂດຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບຜົນດີ ແລະ ມີປະສິດ ທິພາບ.
ການພົບປະແລກປ່ຽນບົດຮຽນ ຂອງຄະນະໂຄສະນາອົບຮົມ ແຂວງອຸດົມໄຊ ແລະ ຄະນະໂຄສະນາສຶກສາພັກ ແຂວງດຽນບຽນ ແມ່ນເປັນການຈັດຕັ້ງຜັນຂະຫຍາຍຕາມເນື້ອໃນຂອງບົດບັນທຶກຊ່ວຍຈຳ ທີ່ໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາໃຫ້ປະກົດຜົນເປັນຈິງ. ທັງເປັນການ ຮຽນຮູ້ບົດຮຽນ ເຊິ່ງກັນ ແລະ ກັນ ກ່ຽວກັບວຽກ ງານວິຊາສະເພາະ ໂດຍແນ່ໃສ່ໃນການປັບປຸງ, ພັດທະນາ ແລະ ຍົກລະດັບວຽກງານໃຫ້ມີຄຸນນະພາບ ແລະ ສອດຄ່ອງກັບ ສະພາບຄວາມເປັນຈິງໃນປັດຈຸບັນ. ນອກນັ້ນ ຍັງເປັນການສືບຕໍ່ເພີ່ມທະວີຄວາມສາມັກຄີ ແລະ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ, ປະຊາຊົນ ສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ຄະນະໂຄສະນາ ສອງແຂວງ ອຸດົມໄຊ-ດຽນບຽນ ໃຫ້ຫມັ້ນຄົງທະນົງແກ່ນ.
ພິທີອົບຮົມເອກະສານໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມພະແນກພາຍໃນ ຕອນເຊົ້າຂອງວັນທີ 15 ກັນຍາ 2023 ເວລາ 8:00 ໂມງ ໂດຍການເປັນປະທານ ຂອງສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີບັນດາມະຫາຊົນກ້າວໜ້າຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງແຂວງເຂົ້າຮຽນທັງໝົດ 55 ສະຫາຍ, ຍິງ 14 ສະຫາຍ.
ເພື່ອປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ຄໍາແນະນໍາ ຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 16/ຄອສພ, ລົງວັນທີ 7 ກໍລະກົດ 2021 ກ່ຽວກັບການແນໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ມະຫາຊົນທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ. ເພື່ອເຮັດໃຫ້ມະຫາຊົນກ້າວໜ້າເຂົ້າໃຈຕໍ່ກັບເນື້ອໃນເອກະສານດັ່ງກ່າວ ສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ບັນຍາຍເອກະສານອົບຮົມມະຫາຊົນກ້າວໜ້າຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ 13 ຄໍາຖາມ 13 ຄໍາຕອບໃຫ້ມະຫາຊົນກ້າວໜ້າເຊື່ອມຊຶມ, ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນປະຫວັດຄວາມເປັນມາ, ອຸດົມການ ແລະທາດແທ້ຂອງພັກປະຊາຊົນປະຕິວັດລາວ, ຮັບຮູ້ກ່ຽວກັບມາດຖານເງື່ອນໄຂຂອງມະຫາຊົນທີ່ຈະເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ຜົນປະໂຫຍດທີ່ຈະໄດ້ຮັບເມື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ. ເຊິ່ງການບັນຍາຍເອກະສານ ສະຫາຍ ໄດ້ບັນຍາຍເອກະສານພ້ອມທັງຍົກຕົວຢ່າງສົມທຽບກັບສະພາບການຕົວຈິງໃຫ້ມະຫາຊົນກ້າວໜ້າເຂົ້າໃຈ.
ໂອກາດດັ່ງກ່າວ ສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໂອລົມ ແລະຮຽກຮ້ອງມາຍັງມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ສືບຕໍ່ນໍາເອົາເອກະສານດັ່ງກ່າວໄປຄົ້ນຄວ້າເຊື່ອມຊຶມໃຫ້ເຂົ້າໃຈເລິກເຊິ່ງກ່ຽວກັບພັກປະຊາຊົນປະຕິວັດລາວ, ຄົ້ນຄວ້າຮໍ່າຮຽນແນວທາງນະໂຍບາຍຂອງພັກ-ລັດ, ຕັ້ງໜ້າຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຂະບວນການຂອງມະຫາຊົນຢ່າງກວ້າງຂວາງສ້າງມາດຖານເງື່ອນໄຂຄົບຖ້ວນໃຫ້ກາຍເປັນສະມາຊິກພັກປະຊາຊົນປະຕິວັດລາວ.
ເພື່ອປັບປຸງທັດສະນະຫຼັກໝັ້ນຂອງຜູ້ຊົງຄຸນວຸດທິບັນດາເຜົ່າໃຫ້ມີຄວາມໜັກແໜ້ນ, ຮັບຮູ້ - ເຂົ້າໃຈເຖິງບົດບາດ, ໜ້າທີ່ຂອງຕົນໃນການເປັນເຈົ້າການສຶກສາອົບຮົມປະຊາຊົນທຸກຊັ້ນຄົນປະຕິບັດແນວທາງນະໂຍບາຍຂອງພັກ - ລັດ. ດັ່ງນັ້ນ, ໃນລະຫວ່າງວັນທີ 21 - 25 ຕຸລາ 2023 ຄະນະໂຄສະນາອົບຮົມແຂວງ ຈິ່ງໄດ້ຈັດອົບຮົມເອກະສານການເມືອງ - ແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ ເມືອງງາ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ນໍາພາທິມງານໂດຍ ສະຫາຍ ສາຍດໍາ ໃຈຫຼ້າ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິທະຍາກອນທີ່ມາຈາກຄະນະໂຄສະນາອົບຮົມແຂວງ - ເມືອງ, ອົງການແນວລາວສ້າງຊາດແຂວງ - ເມືອງ, ຄະນະຮັບຜິດຊອບ ແລະ ສໍາມະນາກອນ ເຂົ້າຮ່ວມ.
ການອົບຮົມຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ກ່ຽວກັບການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນບັນດາເຜົ່າ, ການເພີ່ມທະວີຄວາມສາມັກຄີເປັນປຶກແຜນ ແລະ ຄວາມສະເໝີພາບຂອງປະຊາຊົນລາວບັນດາເຜົ່າ ແລະ ໃຊ້ເວລາໃນການອົບຮົມ ຈຸດລະ 1 ວັນ.
ເພື່ອປະຕິບັດຕາມກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ໝວດທີ I, ມາດຕາ 2, ຂໍ້ ຄ ວ່າດ້ວຍການພິຈາລະນາເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ. ດັ່ງນັ້ນໃນຕອນບ່າຍຂອງວັນທີ 23 ຕຸລາ 2023 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີກໍາມະການໜ່ວຍພັກ, ສະມາຊິກພັກສົມບູນ - ສຳຮອງ ເຂົ້າຮ່ວມ.
ໃນພິທີໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ເລກທີ 1076/ຄປພຂ, ລົງວັນທີ 11 ຕຸລາ 2023 ຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ ແລະ ໄດ້ຮັບຟັງຄຳເຫັນໂອ້ລົມ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງສະຫາຍໄດ້ຍົກໃຫ້ຮູ້ກ່ຽວກັບສິດ, ໜ້າທີ່ຂອງສະມາຊິກພັກ, ບັນດາຂໍ້ຫ້າມຂອງສະມາຊິກພັກ ແລະ ຮຽກຮ້ອງໃຫ້ສະມາຊິກພັກສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຄວາມເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ, ເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນ ແລະ ຫ້າວຫັນຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມສິດ, ໜ້າທີ່ ແລະ ຕາມການມອບໝາຍຂອງຂັ້ນເທິງໃຫ້ມີຜົນສໍາເລັດ ປະກອບສ່ວນເຂົ້າໃນການກໍ່ສ້າງໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໃຫ້ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມແຜນການທີ່ວາງໄວ້.
ພິທີຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບລະບົບຄອມພິວເຕີ, ການບຳລຸງຮັກສາຄອມພິວເຕີ ແລະ ລະບົບເອເລັກໂຕນິກ ໃຫ້ພະນັກງານໂຄສະນາອົບຮົມແຂວງ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 2 - 4 ຕຸລາ 2023 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ມໍ ຊົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຊິ່ງມີທ່ານ ວັນຕຸລາ ຣັກນຸດ ກໍາມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີວິຍາກອນຈາກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄຊເຂົ້າຮ່ວມ.
ບົດຮຽນທີ່ນຳມາຝຶກອົບຮົມຄັ້ງນີ້ ປະກອບມີ: ແນະນຳວິທີດາວໂຫຼດໂປຣແກຼຣມ, ຂັ້ນຕອນການຕິດຕັ້ງໂປຼຣແກຼຣມ, ຄວບຄຸມຄອມພິວເຕີທາງໄກລະຫວ່າງອົງກອນ ແລະ ພື້ນຖານໃນການບໍາລຸງຮັກສາຄອມພິວເຕີ. ເພື່ອແນ່ໃສໃຫ້ພະນັກງານໂຄສະນາອົບຮົມ ມີຄວາມຮູ້ໃນການນຳໃຊ້ເຄື່ອງມືເອເລັກໂຕນິກ, ສາມາດນຳໃຊ້ເຄື່ອງມືເອເລັກໂຕນິກເປັນພາຫະນະເຂົ້າໃນວຽກງານ ແລະ ໃຊ້ເພື່ອໂຄສະນາບັນດາແນວທາງຂອງພັກ - ລັດ, ບັນດານິຕິກໍາ, ການສົ່ງຂໍ້ມູນຂ່າວສານຕ່າງໆ, ບັນດາເຫດການພົ້ນທີ່ພົ້ນເດັ່ນ ລົງສູ່ຮາກຖານໃຫ້ທົ່ວເຖິງ ແລະ ເພື່ອຍົກສູງຄວາມຮູ້ພື້ນຖານໃນການຄຸ້ມຄອງລະບົບຄອມພິວເຕີ, ຄວາມຮັບຮູ້ເຂົ້າໃຈກ່ຽວກັບການນຳໃຊ້ເຂົ້າໃສ່ວຽກງານ ເພື່ອຫັນປ່ຽນເປັນທັນສະໄໝເທື່ອລະກ້າວ ແລະ ສາມາດໝູນໃຊ້ເຂົ້າໃນວຽກງານຕົວຈິງ. ໂອກາດດັ່ງກ່າວ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນໂອລົມ ແລະ ຮຽກຮ້ອງມາຍັງ ສຳມະນາກອນ ໃຫ້ສືບຕໍ່ນໍາເອົາບົດຮຽນໃນຄັ້ງນີ້ ໄປຄົ້ນຄວ້າ, ເພື່ອຜັນຂະຫຍາຍ ແລະ ສາມາດນຳໃຊ້ເຂົ້າໃນໜ້າວຽກງານທີ່ຕົນຮັບຜິດຊອບ ເພື່ອຮັບປະກັນຄວາມວ່ອງໄວແທດເໝາະກັບສະພາບການໃນເງື່ອນໄຂໃໝ່.
![]() | ມື້ນີ້ | 71 |
![]() | ມື້ວານນີ້ | 87 |
![]() | ອາທິດນີ້ | 668 |
![]() | ເດືອນນີ້ | 950 |
![]() | ທັງໝົດ | 200565 |
ຫນ່ວຍກູ້ໄພ: 1624
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌