ສະເດັດເຈົ້າ ສຸພານຸວົງ
ໃນພາລະກິດປະຕິວັດ ອັນຍິ່ງໃຫຍ່ຂອງຊາດລາວ
( ເນື່ອງໃນໂອກາດວັນເກີດ ຂອງສະເດັດເຈົ້າສະພານຸວົງ ຄົບຮອບ 110 ປີ )
( 13/7/1909 - 13/7/2019 )
ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ຂອງພັກ ແລະ ລັດເຮົາຊຶ່ງນັບແຕ່ທ່ານ ປະທານ ໄດ້ກັບມາຈາກຫວຽດນາມ ໃນທ້າຍປີ 1945 ຕະຫຼອດໄລຍະ 30 ປີ ທີ່ທ່ານ ໄດ້ຕັດສິນໃຈເສຍສະຫຼະທຸກສິງທຸກຢ່າງສ່ວນຕົວ ຂອງທ່ານເພື່ອອຸທິດໃຫ້ແກ່ປະເທດຊາດ ຄື: ທ່ານໄດ້ເຂົ້າຮ່ວມການປະຕິວັດ ຂອງປວງຊົນລາວທັງໄດ້ກາຍເປັນຜູ້ນໍາທີ່ເກັ່ງກ້າສາມາດຄົນໜຶ່ງ ຂອງປະຊາຊົນລາວບັນດາເຜົ່າ, ຕະຫຼອດໄລຍະ 50 ປີ ( 1945 - 1995 ) ແຫ່ງການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່. ບັນດາພະນັກງານ, ສະມາຊິກພັກ - ນັກຮົບ ປະຊາຊົນລາວບັນດາເຜົ່າ ຕະຫຼອດເຖິງຊາວໂລກຜູ້ຮັກຫອມສັນຕິພາບ ລ້ວນແຕ່ໄດ້ຮັບຮູ້ທ່ານ ປະທານ ສຸພານຸວົງ ໃນນາມມະຍົດວ່າ: ສະເດັດ ເຈົ້າສະພານຸວົງ ລູກຜູ້ປະເສີດ ຂອງປວງຊົນລາວບັນດາເຜົ່າ. ວັນທີ 2 ທັນວ່າ 1975 ປະເທດລາວໄດ້ຮັບການປົດປ່ອຍຢ່າງສົມບູນ ກອງປະຊຸມໃຫຍ່ທົ່ວປະເທດໄດ້ເປີດຂຶ້ນ ແລະໄດ້ປະກາດສະຖາປະນາປະເທດເປັນ “ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ” ຂຶ້ນຢ່າງສົມບູນເຊິ່ງມັນແມ່ນໄລຍະແຫ່ງການສິ້ນສຸດຍຸກສະໄໝລາຊາທິປະໄຕ ປົກຄອງປະເທດຊາດມານານນັບຫຼາຍສະຕະວັດ ແລ້ວກ້າວເຂົ້າສູ້ຍຸກສະໄໝ “ ປະຊາທິປະໄຕ ທີ່ປະຊາຊົນເປັນເຈົ້າຂອງປະເທດຊາດ”. ໃນເວລາດຽວກັນນັ້ນເຈົ້າຊີວິດ ສີສະຫວ່າງ ວັດທະນາ ໄດ້ມີພາລາດສະດໍາລັດ ແຕ່ງຕັ້ງໃຫ້ພະລາຊາໂອລົດຄື: ເຈົ້າຟ້າຊາຍວົງ ສະຫວ່າງ ເປັນຜູ້ແທນພະອົງເຂົ້າຮ່ວມກອງປະຊຸມແລະໄດ້ອ່ານພະລາຊະດໍາລັດຕົກລົງມອບລາຊະບັນລັງຂອງເຈົ້າຊີວິດວ່າດ້ວຍການມອບສິດອໍານາດການປົກຄອງຄືນໃຫ້ປະຊາຊົນຢ່າງເປັນທາງການຕໍ່ກອງປະຊຸມ.
ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2019 ຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງພິທີປາຖະກະຖາ ມູນເຊື້ອວັນເກີດ ປະທານ ສຸພານຸວົງ ຄົບຮອບ 110 ປີ (13/7/1909-13/7/2019) ຢ່າງເປັນທາງການ ທີ່ສະໂມສອນແຂວງອຸດົມໄຊ. ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ຈັນສະໝອນ ທິບພະຫົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປະລິນຍາເອກ ຄໍາພັນ ເຜີຍຍະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງອຸດົມໄຊ ມີກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະພັກ-ຄະນະບັນຊາ ສອງກອງບັນຊາການ, ພະນັກງານຫຼັກແຫຼ່ງຈາກພະແນກການແລະ ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 258 ສະຫາຍ.
ໃນຕອນແລງຂອງວັນທີ 21 ມິຖຸນາ 2019 ຜ່ານມາກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມເມືອງໄຊ ລົງເຄື່ອນໄຫວ ສາຍມູນເຊື້ອວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 60 ປີ ຢູ່ບ້ານ ຫ້ວຍຍໍາ ເມືອງໄຊ ແຂວງອຸດົມໄຊ ຢ່າງເປັນທາງການ. ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄໍາຈັນ ວ່າບົວແສງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ເຊິ່ງມີເລຂາພັກບ້ານ, ນາຍບ້ານ, ແນວໂຮມບ້ານ ແລະ ປະຊາຊົນບັນດາເຜົ່າເຂົ້້າຮ່ວມຮັບຟັງ-ຮັບຊົມທັງຫມົດ 163 ຄົນ, ຍິງ 92ຄົນ.
ວັນທີ 19-20 ມິຖຸນາ 2019ຜ່ານມາກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດອົບຮົມການພັດທະນາ,ຄຸ້ມຄອງ, ບໍລິຫານຈັດການ ແລະ ມອບເວັບໄຊສ ໃຫ້ຄະນະໂຄສະນາອົບຮົມແຂວງອຸດົມໄຊ ນໍາໃຊ້ຢ່າງເປັນທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາຈັນ ວ່າບົວແສງ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ວັນຕຸລາ ຣັກນຸດ ວ່າການຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກມີນັກສໍາມະນາກອນຈາກຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງໄຊ ເຂົ້າຮ່ວມທັງໝົດ 7 ສະຫາຍ.
ໃນລະຫວ່າງວັນທີ 12-17 ພະຈິກ 2018 ຜ່ານມາຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງອຸດົມໄຊເປີດຊຸດຝຶກອົບຮົມວຽກງານວິຊາການໂຄສະນາອົບຮົມ 7 ແຂວງພາກເໜືອ ທີ່ແຂວງອຸດົມໄຊຢ່າງເປັນທາງ ການທີ່ສະໂມສອນໃຫຍ່ຂອງແຂວງ. ພາຍໃຕ້ການເປັນປະທານຂອງ ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.ໃຫ້ກຽດເຂົ້າຮ່ວມມີ ທ່ານ ນ. ຈັນສະໝອນ ທິບພະຫົງ ກໍາມະການປະຈໍາພັກແຂວງ, ຫົວ ໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບຈາກສູນກາງ, ແຂວງອຸດົມໄຊ ແລະ ມີສໍາມະນາກອນຈາກບັນດາ 7 ແຂວງພາກເໜືອເຂົ້າຮ່ວມ.
![]() | ມື້ນີ້ | 4 |
![]() | ມື້ວານນີ້ | 72 |
![]() | ອາທິດນີ້ | 673 |
![]() | ເດືອນນີ້ | 955 |
![]() | ທັງໝົດ | 200570 |
ຫນ່ວຍກູ້ໄພ: 1624
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌