ຕອນເຊົ້າຂອງວັນທີ 21 ກໍລະກົດ 2023 ຄະນະໂຄສະນາອົບຮົມແຂວງ ອົບຮົມເອກະສານການເມືອງ-ແນວຄິດໃຫ້ສະມາຊິພັກໃໝ່ ອ້ອມຂ້າງແຂວງ ຊຸດທີ VII ຂຶ້ນຢູ່ທີຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີ ຂອງສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີຄະນະຮັບຜິດຊອບ ແລະ ສະມາຊິກພັກໃໝ່ເຂົ້າຮ່ວມທັງໝົດ 58 ສະຫາຍ, ຍິງ 23 ສະຫາຍ.
ຕອນເຊົ້າເວລາ 8:00 ໂມງ ຂອງວັນທີ່ 26 ກໍລະກົດ 2023 ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ດຳເນີນກອງປະຊຸມທາງໄກ (Video conference) ວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ ພາຍໃຕ້ການເປັນປະທານ ຂອງທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເປັນກຽດເຂົ້າຮ່ວມ ຂອງແຂວງອຸດົມໄຊ ມີທ່ານ ສາຍດໍາ ໃຈຫຼ້າ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຄະນະຮັບຜິດຊອບວຽກງານຜ່ານສື່ເອເລັກໂຕຣນິກ (ເວັບໄຊສ໌) 18 ແຂວງ ເຂົ້າຮ່ວມ
ຕອນເຊົ້າຂອງວັນທີ 17 ສິງຫາ 2023 ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ, ວັນຍຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 78-48 ປີ ແລະ ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 32 ປີ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີພະນັກງານ-ລັດຖະກອນ ພາຍໃນ ເຂົ້າຮ່ວມຢ່າງພ້ອມພຽງ.
ຕອນເຊົ້ນວັນທີ 4 ກັນຍາ 2023 ຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ບໍາລຸງ - ຍົກລະດັບທິດສະດີ - ແນວທາງຂອງພັກ ໃຫ້ພະນັກງານ - ລັດຖະກອນຢູ່ອ້ອມຂ້າງແຂວງ ຊຸດທີ 1 ຂຶ້ນ ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງ ພາຍໃຕ້ການເປັນປະທານ ຂອງສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະໂຄສະນາອົບຮົມແຂວງ, ຄະນະຮັບຜິດຊອບ ແລະ ສໍາມະນາກອນ ເຂົ້າຮ່ວມ 53 ສະຫາຍ, ຍິງ 17 ສະຫາຍ.
ຕອນບາຍຂອງວັນທີ 8 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ ໄດ້ຈັດພິທີປິດຊຸດບໍາລຸງ-ຍົກລະດັບທິດສະດີ-ແນວທາງຂອງພັກ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີ ສະຫາຍ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບ ແລະ ພາກສ່ວນບຳລຸງ-ຍົກລະດັບ ເຂົ້າຮ່ວມ.
ພິທີ ໄດ້ສະຫຼຸບຕີລາຄາຄືນຜົນການບໍາລຸງ-ຍົກລະດັບທິດສະດີ-ແນວທາງຂອງພັກ ເຊິ່ງໄດ້ດໍາເນີນມາແຕ່ວັນທີ 4 ຫາ 8 ກັນຍາ, ມີສໍາມະນາກອນເຂົ້າຮ່ວມທັງໝົດ 50 ສະຫາຍ, ຍິງ 17 ສະຫາຍ. ເນື້ອໃນທີ່ນໍາມາບໍາລຸງທິດສະດີປະກອບດ້ວຍ ເອກະສານ 14 ບົດ ເຊິ່ງການບັນຍາຍເອກະສານ ໄດ້ມີການອະທິບາຍ-ຊີ້ແຈງ ສົມທຽບໃສ່ພຶດຕິກໍາຕົວຈິງ ແລະ ສົນທະນາແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເຮັດໃຫ້ສໍາມະນາກອນສ່ວນຫຼາຍ ຮັບຮູ້, ເຂົ້າໃຈ, ກໍາແໜ້ນບົດຮຽນໄດ້ດີ ສະແດງອອກຜົນການປະເມີນຄວາມຮັບຮູ້, ເຂົ້າໃຈຕໍ່ບົດຮຽນ ເຮັດໃຫ້ການຈັດຕັ້ງບໍາລຸງທິດສະດີມີຜົນສໍາເລັດຕາມຄາດໝາຍພ້ອມທັງມອບໃບຢັ້ງຢືນໃຫ້ນັກສໍາມະນາກອນທີ່ໄດ້ຮັບການບຳລຸງ-ຍົກລະດັບ.
ພິທີຍັງໄດ້ໃຫ້ຮັບຟັງການໂອ້ລົມເນັ້ນໜັກ ຈາກ ສະຫາຍ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບທີ່ໄດ້ກະກຽມຄວາມພ້ອມດ້ານຕ່າງໆ ເນັ້ນໜັກໃຫ້ສໍາມະນາກອນ ຜ່ານການອົບຮົມໄລຍະສັ້ນນີ້ ຈະຊ່ວຍໃຫ້ຜູ້ຮຽນມີພື້ນຖານຄວາມຮູ້ກ່ຽວກັບທິດສະດີມາກ-ເລນິນ ແລະ ແນວທາງແຜນນະໂຍບາຍຂອງພັກ ທັງເປັນການປັບປຸງທັດສະນະຫຼັກໝັ້ນຊົນຊັ້ນກໍາມະກອນ, ຄຸນສົມບັດສິນທໍາປະຕິວັດໃຫ້ໜັກແໜ້ນ, ຍົກສູງຄວາມສາມາດ ໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກໃຫ້ຖືກຕ້ອງ, ສອດຄ່ອງກັບເງື່ອນໄຂຕົວຈິງ, ເພື່ອນໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີປະສິດທິຜົນສູງສຸດ.
![]() | ມື້ນີ້ | 66 |
![]() | ມື້ວານນີ້ | 87 |
![]() | ອາທິດນີ້ | 663 |
![]() | ເດືອນນີ້ | 945 |
![]() | ທັງໝົດ | 200560 |
ຫນ່ວຍກູ້ໄພ: 1624
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌