ໃນວັນທີ 6 ມິຖຸນາ 2019 ຜ່ານມາຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ຕ້ອນຮັບ ຄະນະຜູ້ແທນ ຄະນະໂຄສະນາສຶກສາພັກແຂວງດຽນບຽນ ສສ ຫວຽດນາມ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ເຊິ່ງນໍາພາຄະນະອອກຕ້ອນຮັບໂດຍ ສະຫາຍ ບຸນຄົງ ຫຼ້າຈຽມພອນ ຄະນະປະຈໍາພັກແຂວງ, ປະທານກວດກາແຂວງ, ພ້ອມດ້ວຍຄະນະພັກ, ຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານພາຍໃນ ຄະນະໂຄສະນາອົບຮົມແຂວງ. ຄະນະຜູ້ແທນແຂວງດຽນບຽນນໍາໂດຍ ສະຫາຍ ຫງວຽນ ດິກ ເວຶ້ອງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາພັກແຂວງດຽນບຽນ ສສ ຫວຽດນາມ.
ວັນທີ 14 ກັນຍາ 2018 ຜ່ານມາ, ຄະນະໂຄສະນາອົບຮົມອົບຮົມແຂວງ ອຸດົມໄຊ ໄດຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ x ຂອງພັກ ແລະ ຜ່ານບົດສະ ຫຼຸບວຽກງານໂຄສະນາອົບຮົມ ປະຈໍາ 6 ເດືອນຕົ້ນປີ ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຄະນະໂຄສະນາອົບ ຮົມແຂວງ. ໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ທ່ານ ນ. ຈັນສະໝອນ ທິບພະຫົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະພັກ, ຫົວໜ້າຂະແໜງ -ຮອງຂະແໜງ ແລະ ພະນັກງານວິຊາການພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 20 ສະຫາຍ. ຍິງ 8 ສະຫາຍ
ໃນວັນທີ 24 ສິງຫາ 2018 ຜ່ານມາ. ໜ່ວຍຊາວໜຸ່ມຮາກຖານຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ພົບປະແລະ ເປີດພິທີແຮກສ່ຽວກັບ ໜ່ວຍຊາວໜຸ່ມຮາກຖານສະພາປະຊາຊົນແຂວງ ຂຶ້ນທີ່ ຫ້ອງປະຊຸມຄະນະໂຄສະອົບຮົມແຂວງ. ໂດຍຖື ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນທັນ ສຸລິຍະວົງ ກໍາມະການພັກແຂວງ ຄະນະບໍລິຫານງານຊາວໜຸ່ມແຂວງ, ເຂົ້າຮ່ວມມີ: ຄະ ນະບໍລິຫານງານຊາວໜຸ່ມແຂວງ, ຄະນະພັກສອງອົງການ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມທັງສອງໜ່ວຍ ເຂົ້າຮ່ວມທັງໝົດ 32 ສະຫາຍ.
ໃນຕອນເຊົ້າວັນທີ 17 ສິງຫາ 2018 ຜ່ານມາ, ຄະນະໂຄສະນາອົບຮົມແຂວງ ອຸດົມໄຊ ໄດ້ຈັດຕັ້ງເຜີຍແຜ່ເອກະສານ ອົບຮົມສະ ມາຊິກພັກໃໝ່ ຂຶ້ນ ທີ່ສະໂມສອນຂອງແຂວງ ອຸດົມໄຊ, ພາຍໃຕ້ການເປັນປະທານຂອງ ທ່ານ ນ. ຈັນສະໝອນ ທິບ ພະຫົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີບັນ ດາສະມາຊິກພັກສຳຮອງ ທີ່ມາຈາກບັນດາພະ ແນກການອ້ອມຂ້າງແຂວງ, ລັດວິສາຫະກິດ ແລະ ໂຮງຮຽນເຂົ້າຮ່ວມທັງໝົດ 112 ສະຫາຍ.
ໃນລະຫວ່າງວັນທີ 5-6 ເມສາ 2018 ຜ່ານມາ, ຄະນະໂຄສະນາອົບແຂວງ ອຸດົມໄຊ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນ ຄະນະໂຄສະນາສຶກສາພັກແຂວງເຊີນລາ ສສ. ຫວຽດ ນາມ, ເຊິ່ງນໍາໂດຍ ສະຫາຍ ລໍມິງຮ້ຽນ ຮອງຫົວໜ້າຄະນະໂຄສະນາສຶກສາພັກ ແຂວງເຊີນລາ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ສະຫາຍ ນ.ຈັນສະໝອນ ທິບພະຫົງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄ ສະນາອົບຮົມແຂວງອຸດົມໄຊພອ້ມດ້ວຍພະນັກງານພາຍໃນຄະນະໂຄສະນາອົບຮົມ ແຂວງ.
![]() | ມື້ນີ້ | 49 |
![]() | ມື້ວານນີ້ | 131 |
![]() | ອາທິດນີ້ | 141 |
![]() | ເດືອນນີ້ | 637 |
![]() | ທັງໝົດ | 181143 |
ຫນ່ວຍກູ້ໄພ: 1624
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌