ຕອນຄໍ່າຂອງວັນທີ 4 ພຶດສະພາ 2023 ກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງໄຊ ລົງໂຄສະນາເຄື່ອນທີ່ໄດ້ນໍາເອົາສາລະຄະດີ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົງໄຫຫີນຊຽງຂວາງ, ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະແນວລາວຮັກຊາດໄປສາຍໃຫ້ປະຊາຊົນ ຢູ່ບ້ານຢ້າວໃຫຍ່ ເມືອງໄຊ ແຂວງອຸດົມໄຊ ໂດຍການນໍາພາທີມງານຂອງ ທ່ານ ໄຊສົງຄາມ ທໍາປັນຍາ ຫົວໜ້າຂະແໜງໂຄສະນາ, ພ້ອມດ້ວຍທີມງານ ເປັນກຽດເຂົ້າຮ່ວມເລຂາຄະນະພັກບ້ານ, ບາຍບ້ານ ແລະປະຊາຊົນພາຍໃນບ້ານເຂົ້າຊົມທັງໝົດ 165 ກວ່າຄົນ, ຍິງ 125 ກ່ວາຄົນ.
ໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ໄຊສົງຄາມ ທໍາປັນຍາ ຫົວໜ້າຂະແໜງໂຄສະນາໄດ້ຍົກໃຫ້ຮູ້ກ່ຽວກັບມູນເຊື້ອສອງວັນປະຫວັດສາດຍັງໄດ້ອະທິບາຍໃຫ້ບັນດາທ່ານຜູ້ຊົມໄດ້ຮັບຮູ້ກ່ຽວກັບປະຫວັດຂອງການຕໍ່ສູ້ຢ່າງລະອິດລະອ້ຽວຂອງທ່ານຜູ້ນໍາ ແລະເຫັນເຖິງຄວາມບໍລິສຸດຜຸກຜ່ອງ, ຄວາມຈົ່ງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ມີຄວາມອົດທົນ, ບໍຫວັ່ນໄຫວຄອນແຄນຕໍ່ການນາບຂູ່, ຫຼອກລວງຂອງສັດຕູ. ນໍ້າໃຈສູ້ຮົບອັນພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ 2 ໄດ້ເປັນແວ່ນແຍງ ເປັນການປຸກລະດົມອັນແຮງກ້າໃຫ້ແກ່ຂະບວນການປະຕິວັດ, ໂດຍສະເພາະແມ່ນກໍາລັງປະກອບອາວຸດປະຊາຊົນ ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ.
ຕອນຄໍ່າຂອງວັນທີ 5 ພຶດສະພາ 2023 ກອງໂຄສະນາເຄື່ອນທີ່ ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບຮົມເມືອງຫຼາ ລົງໂຄສະນາເຄື່ອນທີ່ ຢູ່ບ້ານຫົວແກ້ງ ເມືອງຫຼາ ແຂວງອຸດົມໄຊ ໂດຍການນໍາພາທີມງານຂອງ ທ່ານ ໄຊສົງຄາມ ທໍາປັນຍາ ຫົວໜ້າຂະແໜງໂຄສະນາ ມີຄະນະພັກບ້ານ, ນາຍບ້ານ ແລະປະຊາຊົນພາຍໃນບ້ານເຂົ້າຊົມທັງໝົດ 145 ກ່ວາຄົນ, ຍິງ 95 ກ່ວາຄົນ.
ຕອນເຊົ້າຂອງວັນທີ 18 ກໍລະກົດ 2023 ຄະນະໂຄສະນາອົບຮົມແຂວງ ເປິດກອງປະຊຸມສະຫຼຸບຕີລາຄາການນຳພາ-ຊີ້ນຳຂອງຄະນະໜ່ວຍພັກ ແລະ ວຽກງານກວດກາພັກ-ລັດ ປະຈຳ 6 ເດືອນຕົ້ນປີ 2023 ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ, ໂດຍການເປັນປະທານ ຂອງສະຫາຍ ມໍຊົງ ກໍາມະການປະຈໍາພັກແຂວງ, ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຂົ້າຮ່ວມມີສະຫາຍ ສາຍດໍາ ໃຈຫຼ້າ ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສະມາຊິກກພັກ.
ພິທີປາຖະກະຖາ ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 61 ປີ ( 15 ກໍລະກົດ 1962 – 15ກໍລະກົດ 2023) ແລະ ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 114 ປີ (13 ກໍລະກົດ 1909-13 ກໍລະກົດ 2023) ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ່ 14 ກໍລະກົດ 2023 ນີ້ ທີສະໂມສອນແຂວງອຸດົມໄຊ, ໂດຍການເປັນປະທານຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆອຸດົມໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າກອງບັນຊາການການທະຫານ-ຕ່ຳຫຼວດ ພະນັກງານອາວຸໂສບຳນານ, ພະນັກງານຫຼັກແຫຼ່ງ ຕະຫຼອດຮອດນັກທຸລະກິດພໍ່ຄ້າຊາວຂາຍ ພາຍໃນແຂວງອຸດົມໄຊເຂົ້າຮ່ວມ.
ຄະນະໂຄສະນາອົບຮົມແຂວງ ສົມທົບກັບພະແນກສຶກສາທິການ ແລະ ກິລາ ຈັດຊຸດອົບຮົມເອກະສານການເມືອງ-ແນວຄິດຂອງພັກ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ບັນດາໂຮງຮຽນມັດທະຍົມສົມບູນຢູ່ອ້ອມຂ້າງແຂວງ ແລະ ເມືອງໄຊ ຂຶ້ນທີ່ຫ້ອງປະຊຸມສູນ ICT ໂຮງຮຽນມັດທະຍົມສົມບູນເມືອງໄຊ ໃນລະຫວ່າງວັນທີ 12-13 ກໍລະກົດ 2023 ໂດຍການເປັນປະທານ ຂອງທ່ານ ມໍ ຊົງ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີທ່ານ ຄໍາກອງ ທໍາມະເທວາ ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ມີຄູ-ອາຈານ ເຂົ້າຮ່ວມຝຶກອົບຮົມທັງໝົດ 37 ຄົນ, ຍິງ 18 ຄົນ.
![]() | ມື້ນີ້ | 4 |
![]() | ມື້ວານນີ້ | 72 |
![]() | ອາທິດນີ້ | 673 |
![]() | ເດືອນນີ້ | 955 |
![]() | ທັງໝົດ | 200570 |
ຫນ່ວຍກູ້ໄພ: 1624
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌