ກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະຊາວໜຸ່ມໜ່ວຍຮາກຖານ ຄະນະໂຄສະນາອົບຮົມແຂວງ ໄດ້ໄຂຂຶ້ນໃນຕອນບ່າຍຂອງວັນທີ 6 ຕຸລາ 2022 ທີ່ຫ້ອງປະຊຸມຂອງ ຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ສີປານຄໍາ ອິນໃຈ ເລຂາຊາວໜຸ່ມໜ່ວຍຮາກຖານຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມກອງປະຊຸມ ມີສະຫາຍ ສົມດີ ເຕັງເບຼຍຈື ກໍາມະການພັກແຂວງ, ກໍາມະການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຄະນະພັກ, ຄະນະໂຄສະນາອົບຮົມແຂວງ, ບັນດາສະຫາຍແຂກເຊີນຈາກໜ່ວຍຮາກຖານອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້່າຮ່ວມທັງໝົດ 23 ທ່ານ, ຍິງ 8 ທ່ານ.
ໃນກອງປະຊຸມແມ່ນໄດ້ຮັບຝັງບົດລາຍງານການເມືອງທັງສອງພາກ ພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາຂອງຕົນ ຄົ້ນຄ້ວາຮັບຮອງເອົາຮ່າງລາຍງານການເມືອງ ທີ່ສະເໜີໂດຍສະຫາຍເລຂາຄະນະຊາວໜຸ່ມໜ່ວຍຮາກຖານ ເຊິ່ງໄດ້ຕີລາຄາສູງຕໍ່ຜົນງານ ກໍ່່ຄືຜົນສໍາເລັດໃນການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະຊາວໜຸ່ມໜ່ວຍຮາກຖານຕະຫຼອດໄລຍະ 5 ປີ ຜ່ານມາ, ພ້ອມກັນນັ້ນ, ກອງປະຊຸມໄດ້ມີຄວາມເປັນເອກະພາບຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນໄລຍະ 5 ປີຕໍ່ໜ້າ. ນອກນັ້ນໃນກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວໄລຍະທີ່ຜ່ານມາ ຈໍານວນ 11 ສະຫາຍ, ຍິງ 3 ສະຫາຍ ກວມເອົາ 100%, ໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກເປັນຄະນະຊາວໜຸ່ມຊຸດໃໝ່ ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່, ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ທັງຖຶກຕ້ອງ ແລະ ສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ເຊິ່ງມີຜູ້ສະໝັກ 5 ສະຫາຍ, ຍິງ 2 ສະຫາຍ. ຜ່ານການປອນບັດຄັດເລືອກ ແລະ ຜ່ານກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເປັນເອກະສັນຕາມຄະແນນສຽງ ພ້ອມແຕ່ງຕັ້ງຄະນະຊາວໜຸ່ມໜ່ວຍຮາກຖານຊຸດໃໝ່ ຈໍານວນ 3 ສະຫາຍ, ຍິງ 1 ສະຫາຍ, ກອງປະຊຸມໄດ້ເປັນເອກະພາບກັນ ເລືອກເອົາປະທານກວດກາ ແລະ ຮອງປະທານກວດກາ 2 ສະຫາຍ.
ໂອກາດດັ່ງ ສະຫາຍ ສົມດີ ເຕັງເບຼຍຈື ກໍາມະການພັກແຂວງ, ກໍາມະການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ຍັງໄດ້ໂອ້ລົມ ແລະ ຍ້ອງຍໍຊົມເຊີຍຜົນງານໃນໄລຍະ 5 ປີ ຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະຊາວໜຸ່ມຊຸດໃໝ່ ນໍາພາ-ຊີ້ນໍາ ອົງການຈັດຕັ້ງຊາວໜຸ່ມ, ສະມາຊິກຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນໃຫ້ຄະນະພັກ, ເປັນເຈົ້າການໃນການສຶກສາອົບຮົມການເມືອງ-ແນວຄິດ, ຕັ້ງໜ້າຜັນຂະຫຍາຍມະຕິ ແລະ ກົດລະບຽບຂອງຊາວໜຸ່ມໃຫ້ແຂງແຮງ ພ້ອມຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ຄວາມຮູ້ດ້ານເຕັກໂນໂລຊີທີ່ກ້າວໜ້າ ເປັນເສນາທິການໃຫ້ແກ່ຄະນະພັກຂັ້ນເທິງ.
![]() | ມື້ນີ້ | 83 |
![]() | ມື້ວານນີ້ | 81 |
![]() | ອາທິດນີ້ | 224 |
![]() | ເດືອນນີ້ | 2546 |
![]() | ທັງໝົດ | 191564 |
ຫນ່ວຍກູ້ໄພ: 1624
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌